Ministry News

ລາວ ກຽມສຳຫລວດທາງລົດໄຟ ຄຳມ່ວນ-ສະຫວັນນະເຂດ-ສາລະວັນ-ວັງເຕົ່າ ແຂວງຈຳປາສັກ

2020-10-19 - Administrator

ໃນວັນທີ 16 ຕຸລາ 2020, ທີ່ໂຮງແຮມຄຣາວພລາຊາ ນະຄອນຫລວງວຽງຈັນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດ ແລະ ອອກແບບລະອຽດ ຄວາມເປັນໄປໄດ້ໃນການພັດທະນາໂຄງການທາງລົດໄຟ ຈາກເມືອງທ່າແຂກ ແຂວງຄຳມ່ວນ-ແຂວງສະຫວັນນະເຂດ-ແຂວງສາລະວັນ ຫາ ວັງເຕົ່າ ແຂວງຈຳປາສັກ ທີ່ມີຄວາມຍາວ 345 ກິໂລແມັດ ໃນມູນຄ່າ 20 ຕື້ບາດ (20.000 ລ້ານບາດ) ໃນຮູບແບບການຮ່ວມທຶນ ລະຫວ່າງ ພາກລັດ ແລະ ພາກເອກະຊົນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ສິນນະຄອນ ການໂຍທາ ຈຳກັດ ມະຫາຊົນ. ຕາງໜ້າເຊັນໂດຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນໄຊ ອິນທະລາເຊດ ປະທານບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ, ມີທ່ານຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມເປັນສັກຂີພິຍານ.



ໃນໂອກາດດັ່ງກ່າວ ທ່ານ ສຸເນດ ກ້ອນພັນທະວົງ ທີ່ປຶກສາບໍລິສັດ ສິນນະຄອນການໂຍທາຈຳກັດມະຫາຊົນ ໄດ້ໃຫ້ຮູ້ວ່າ: ໂຄງການດັ່ງກ່າວນີ້, ຈະເລີ່ມລົງມືສຳຫລວດພາຍຫລັງທີ່ປະເທດລາວ ແລະ ໄທ ເປີດດ່ານ ເຊິ່ງການສຳຫລວດນີ້ ຄາດວ່າຈະໃຊ້ເວລາບໍ່ເກີນ 6-10 ເດືອນ, ຖ້າໂຄງການນີ້ສຳເລັດ ປະເທດລາວ ແລະ ປະເທດອ້ອມຂ້າງ ຈະສາມາດຫລຸດຕົ້ນທຶນໃນການຂົນສົ່ງທາງດ້ານໂລຈິສຕິກ, ສາມາດແຂ່ງຂັນກັບປະເທດອື່ນໄດ້ ແລະ ບັນດາພື້ນທີ່ ທີ່ລົດໄຟຜ່ານກໍຈະໄດ້ຮັບການພັດທະນາ; ຖ້າໂຄງການນີ້ສຳເລັດ ຍັງຈະເຮັດໃຫ້ລາຍໄດ້ຂອງປະຊາຊົນເພີ່ມຂຶ້ນ, ກຳໄລຂອງທຸລະກິດພາຍໃນປະເທດກໍຈະສູງຂຶ້ນ ແລະ ລັດຖະບານກໍຈະມີລາຍຮັບທີ່ສູງຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍຈະດີຂຶ້ນ ເຊິ່ງສ່ວນຫລາຍປະເທດເຮົາສົ່ງສິນຄ້າກະສິກຳອອກໄປຕ່າງປະເທດ. ສຳລັບແຮງງານແມ່ນໝູນໃຊ້ແຮງງານລາວ ທຸກຢ່າງຕາມຄວາມສາມາດ ແລະ ຖ້າບໍ່ພຽງພໍຈຶ່ງນຳເຂົ້າຈາກຈາກປະເທດໃກ້ຄຽງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250