Ministry News

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍ ຕໍ່ຮ່າງດຳລັດເຈົ້າໜ້າທີ່ລົດໄຟ

2020-10-20 - Administrator

ກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຕໍ່ຮ່າງດຳລັດເຈົ້າໜ້າທີ່ລົດໄຟ ໄດ້ຈັດຂື້ນໃນວັນທີ 13-14 ຕຸລາ 2020 ທີ່ຣີສອດນາປ່າກວາງ ເມືອງແກ້ວອຸດົມ ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງ ຍທຂ, ມີບັນດາຜູ້ຕ່າງໜ້າຈາກສະພາແຫ່ງຊາດ, ຫ້ອງວ່າການ ສນຍ, ກົມ, ກອງອ້ອມກະຊວງ ຍຸຕິທຳ, ກະຊວງ ຍທຂ, ກະຊວງ ປກສ, ກະຊວງພາຍໃນ, ບັນດາທ່ານຄະນະຮັບຜິດຊອບການຮ່າງດຳລັດວ່າດ້ວຍເຈົ້າໜ້າທີ່ລົດໄຟທັງໝົດ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມ.



ກອງປະຊຸມເປີດກ້ວາງກວດກາຄວາມສອດຄອງທາງດ້ານກົດໝາຍຂອງດຳລັດ ວ່າດ້ວຍເຈົ້າໜ້າທີ່ທາງລົດໄຟໃນຄັ້ງນີ້ ເພື່ອເປັນການຮັບປະກັນຄຸນະພາບ, ຮັດກຸມ, ເຂົ້າໃຈງ່າຍ, ສາມາດຈັດຕັ້ງປະຕິບັດໄດ້, ໃຫ້ໄດ້ເນື້ອໃນໃຈຄວາມທີ່ສຳຄັນ, ສອດຄອງ ແລະ ແທດເໝາະກັບສະພາບຄວາມເປັນຈິງຂອງປະເທດ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ. ດຳລັດສະບັບນີ້ແມ່ນນິຕິກຳຮ່ວມ ຂອງກະຊວງ ຍທຂ ແລະ ກະຊວງ ປກສ, ຈະຕ້ອງໄດ້ປັບປຸງ ແລະ ຮຽບຮຽງ ເພື່ອໃຫ້ມີຄວາມເປັນເອກະພາບກ່ອນ ສະເໜີຜ່ານກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ແລະ ກອງປະຊຸມລັດຖະບານ ປີ 2020 ຊຶ່ງຕາມວາລະ ຈະນຳເຂົ້າສະເໜີລັດຖະບານໃນເດືອນ 11 ປີ 2020.



ສະນັ້ນ, ເພື່ອຮັບປະກັນໃນການຈັດຕັ້ງຄຸ້ມຄອງບໍລິຫານດ້ວຍກົດໝາຍ ເພື່ອເຮັດໃຫ້ການຂົນສົ່ງທາງລົດໄຟ ເປັນລະບົບທີມີປະສິດທິພາບ ແລະ ປະສິດທິຜົນສູງ. ຈຳເປັນຕ້ອງກຳນົດຫຼັກການ,ລະບຽບ, ຂັ້ນຕອນ ແລະ ມາດຕະການຄຸ້ມຄອງ, ກຳນົດພາລະບົດບາດ, ສິດ, ໜ້າທີ່, ໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຢ່າງຈະແຈ້ງ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂອງເຈົ້າໜ້າທີ່ລົດໄຟ ເພື່ອໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການເຊື່ອມຈອດ, ເຊື່ອມໂຍງໃນພາກພື້ນ ແລະ ສາກົນ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ແລະ ປອດໄພ. ຜ່ານມາຄະນະຮັບຜິດຊອບສ້າງຮ່າງດຳລັດວ່າດ້ວຍເຈົ້າໜ້າທີລົດໄຟ ສະບັບນີ້, ໄດ້ປະຕິບັດຕາມຂັ້ນຕອນຄື: ໄດ້ຈັດກອງປະຊຸມທາບທາມຄຳຄິດເຫັນຂື້ນໃນວັນທີ 24-28 ສິງຫາ 2020 ທີ່ ເມືອງວັງວຽງ ແຂວງວຽງຈັນ ແລະ ຕໍ່ມາຄະນະຮັບ ຜິດຊອບກໍ່ໄດ້ປັບປຸງເນື້ອໃນ ຮ່າງດັ່ງກ່າວໃຫ້ຖືກຕ້ອງເໝາະສົມ ຕາມຄຳຄິດເຫັນຂອງກອງປະຊຸມເປີດກ້ວາງເປັນທີ່ຮຽບຮ້ອຍແລ້ວ. ສະນັ້ນ, ຈຶ່ງໄດ້ຈັດກອງປະຊຸມຄັ້ງນີ້ຂື້ນເພື່ອກວດກາ ຄວາມສອດຄ່ອງດ້ານກົດໝາຍ ເພື່ອໃຫ້ດຳລັດສະບັບນີ້ມີຄວາມຖືກຕ້ອງ ແລະ ສາມາດນຳໃຊ້ໄດ້.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250