Ministry News

ຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມເສັ້ນທາງ

2020-10-27 - Administrator

ຝຶກອົບຮົມການນຳໃຊ້ໂປຣແກຣມ ຂໍ້ມູນສຳລັບການປະເມີນຜົນ ແລະ ລາຍງານ ເຫດການທີ່ເກີດຂຶ້ນຕາມເສັ້ນທາງ Data for Road Incident Visualization Evaluation and Reporting (DRIVER), ໄດ້ຈັດຂື້ນໃນວັນທີ 19-20 ກຸມພາ 2020 ພາຍໃນການເປັນປະທານຂອງທ່ານ ດຣ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ, ກະຊວງ ຍທຂ, ທ່ານ ກົງສີ ສຸວັນນະຕູ້ມ ຫົວໜ້າກົມຕຳຫຼວດຈະລາຈອນ, ມີບັນດາຜູ້ຕາງໜ້າ ກອງ ຮ້ອຍຕຳຫຼວດ ຈະລາຈອນ 10 ຕົວເມືອງ (ນະຄອນຫຼວງວຽງຈັນ, ວຽງຈັນ) ເຂົ້າຮ່ວມ.


ການເກີດອຸປະຕິເຫດຕາມເສັ້ນທາງ ເປັນບັນຫາສໍາຄັນ ທີ່ທົ່ວໂລກຈະຕ້ອງໄດ້ເອົາໃຈໃສ່ເປັນພິເສດ, ອີງຕາມບົດລາຍງານ ສະຖານະພາບ ດ້ານຄວາມປອດໄພທາງຫຼວງ ສົກປີ 2018 ຂອງອົງການອະນາໄມໂລກ World Health Organization (WHO) ໃຫ້ຮູ້ວ່າ ໃນແຕ່ລະປີ ທົ່ວໂລກມີຄົນເສັຍຊີວິດຈາກການເກີດອຸປະຕິເຫດຕາມເສັ້ນທາງ ເຖິງ 1,35 ລ້ານຄົນ ຕໍ່ປີ ຫຼື ເທົ່າກັບ 8 ຄົນຕໍ່ວັນ, ນອກນັ້ນ ຍັງມີຜູ້ໄດ້ຮັບບາດເຈັບອີກປະມານ 20-50 ລ້ານຄົນ ຕໍ່ປີ ແລະ ສາຍເຫດຂອງການເກີດອຸປະຕິເຫດ ເປັນອັນດັບ 1 ແມ່ນຢູ່ໃນກຸ່ມອາຍຸ 5-29 ປີ, ໂດຍປັດໃຈ ທີ່ພາໃຫ້ເກີດ ອຸປະຕິເຫດ 66% ແມ່ນ ຄົນ, 26% ແມ່ນ ສະພາບແວດລ້ອມຂອງເສັ້ນທາງ ແລະ 8% ແມ່ນ ຍານພາຫະນະ, ໃນລະຫວ່າງ ວັນທີ 19-20 ກຸມພາ 2020, ກອງປະຊຸມລັດຖະມົນຕີ ດ້ານຄວາມປອດໄພທາງຫຼວງ ຄັ້ງທີ່ 3, ຈັດຂຶ້ນທີ່ ສະຕປະເທດ ຊູແອັດ ແລະ ໄດ້ຮັບຮອງເອົາ ຖະແຫຼງການ ສະຕັອກໂຮມ ໃນການບັນລຸເປົ້າໝາຍ ເພື່ອເຮັດໃຫ້ທົ່ວໂລກມີສະຖຽນລະພາບ ດ້ານຄວາມປອດໄພ ແລະ ຫຼຸດຜ່ອນຈຳນວນຜູ້ເສຍຊີວິດ ຈາກການເກີດອຸປະຕິເຫດຕາມເສັ້ນທາງ ໃຫ້ໄດ້ 50% ຮອດປີ 2030, ໂດຍອີງໃສ່ 5 ​ເສົາ​ຄໍ້າ​ ຄື: (1) ສ້າງຄວາມເຂັ້ມແຂງໃຫ້ແກ່ການບໍລິຫານຈັດການ ວຽກງານຄວາມປອດໄພທາງຫຼວງ (Road Safety Management); (2) ສ້າງເສັ້ນທາງທີ່ສົມບູນແບບ ເພື່ອການເດີນທາງທີ່ມີຄວາມປອດໄພສູງ (Safer Road and Mobility); (3) ກໍານົດມາດຕະຖານເຕັກນິກ ສໍາລັບການນໍາໃຊ້ຍານພາຫະນະໃຫ້ມີຄວາມປອດໄພ (Safer Vehicle); ​(4) ສ້າງແຜນງານ, ນິຕິກໍາ, ປູກຈິດສໍານຶກການຂັບຂີ່ປອດໄພ ແລະ ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ (Safer Road User); ​(5) ຜັນຂະຫຍາຍ ການຊ່ວຍເຫຼືອປະຖົມພະຍາບານຜູ້ບາດເຈັບ ໃຫ້ທົ່ວເຖິງທຸກພື້ນທີ່ (Post-Crash Responds).



ສຳລັບ ຢູ່ ສປປ ລາວ ໃນແຕ່ລະປີ ມີອັດຕາເພີ່ມສູງຂື້ນ ຈາກຕົວເລກສະຖິຕິທີ່ມີຈໍານວນຜູ້ເສຍຊີວິດ ສະເລ່ຍ 553 ຄົນ ໃນປີ 2002-2010 ແລະ 980 ຄົນ ໃນປີ 2010-2019 ເພີ່ມຂື້ນ 44% ເຮັດໃຫ້ເພີ່ມຂື້ນສາມເທົ່າຕົວ, ໃນຂະນະດຽວກັນນັ້ນ ມີຈໍານວນຍານພາຫະນະເພີ່ມຂື້ນ 2,5 ເທົ່າຕົວ. ມາຮອດປີ 2019 ທົ່ວປະເທດມີອຸປະຕິເຫດເກີດຂື້ນ 6.616 ຄັ້ງ, ບາດເຈັບ 1.516 ຄົນ, ເສຍຊີວິດ 1.134 ຄົນ ຍານພາຫະນະເປ່ເພ 276 ຄັນ ສະເລ່ຍແລ້ວແຕ່ລະມື້ມີອຸປະຕິເຫດເກີດຂື້ນ ປະມານ 15-17 ຄັ້ງ, ມີຜູ້ເສຍຊີວິດ 3-4 ຄົນ, ບາດເຈັບ 4-5 ຄົນ ແລະ ຍານພາຫະນະເປ່ເພ 24 ຄັນ.  ໃນຈໍານວນຍານພາຫະນະທີ່ເກີດອຸປະຕິເຫດສ່ວນຫຼາຍ ແມ່ນລົດຈັກ, ຮອງລົງມາແມ່ນລົດເກັງ, ກະບະ, ຈໍາໂບ້-ຕຸກໆ ແລະ ປະເພດອື່ນໆ. ຜູ້ທີ່ຖືກເຄາະຮ້າຍສ່ວນຫຼວງຫຼາຍ ແມ່ນຢູ່ໃນເກນອາຍຸ 19-31 ປີ, ໃນນັ້ນອັດຕາທີ່ສູງກວ່າໝູ່ ແມ່ນອາຍຸລະຫວ່າງ 25-30 ປີ; ສ່ວນເວລາທີ່ມັກເກີດອຸປະຕິເຫດ ແມ່ນຢູ່ໃນລະຫວ່າງ 17:00-22:00 ໂມງ ແລະ 1:00 ໂມງ ກາງຄືນ. ມູນຄ່າການເສຍຫາຍ ທາງດ້ານເສດຖະກິດ-ສັງຄົມ ຕໍ່ຜູ້ເສຍຊີວິດ 1,134 ຄົນ (ປີ 2019) ປະມານ 1,474 ຕື້ ກີບ, ໃນປະຈຸບັນ, ການເກັບກຳສະຖິຕິອຸປະຕິເຫດຕາມເສັ້ນທາງ ໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ໄດ້ລວມສູນ,   ນຳໃຊ້ລະບົບ ຈົດ-ກ່າຍ (Paper Based) ເປັນຕົ້ນ ຂໍ້ມູນຈາກ ຕຳຫຼວດ ຈະລາຈອນ, ໂຮງໝໍ, ໜ່ວຍກູ້ໄພ ແລະ ບໍລິສັດປະກັນໄພ, ໂດຍສະເພາະບາງຂໍ້ມູນ ຍັງບໍ່ຄົບຖ້ວນ ຕາມມາດຖານຂອງ ອົງການສະຫະປະຊາຊາດ ໃນການສັງລວມ-ເກັບກຳຂໍ້ມູນສະຖິຕິອຸບປະຕິເຫດ. ດັ່ງນັ້ນ, ໃນໄລຍະຜ່ານມາ ຜູ້ໃຫ້ທຶນ ກໍຄື ທະນາຄານໂລກ ເຫັນເຖິງຄວາມໝາຍຄວາມສຳຄັນໃນການເກັບກຳຂໍ້ມູນ ຈຶ່ງໄດ້ຮ່ວມມືກັບ ລັດຖະບານ ປະເທດ ຟີລິປປິນ ໃນການພັດທະນາ ແລະ ແນະນຳ ໃຫ້ນຳໃຊ້ລະບົບດັ່ງກ່າວ ເພື່ອມາ ວິເຄາະ, ວິໄຈ ແລະ ນຳເອົາຜົ້ນໄດ້ຮັບນັ້ນ ມາປັບປຸງ, ແກ້ໄຂ ແລະ ປ້ອງກັນ ບໍ່ໃຫ້ອຸບປະຕິເຫດເກີດຂື້ນອີກ, ໃນການຈັດຝຶກອົບຮົມຄັ້ງນີ້ເພື່ອ ​ຢາກ​ໄດ້​ຂໍ້​ມູນ​ ສະ​ຖິ​ຕິ ອຸ​ປະ​ຕິ​ເຫດ ແບບ​ລວມ​ສູນ, ສາ​ມາດ​ເຊື່ອມ​ຕໍ່​ເຂົ້າ​ກັບ ພາກ​ສ່ວນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ເຊັ່ນ: ກະ​ຊວງ ປກ​ສ, ກະ​ຊວງ ຍ​ທ​ຂ, ກະ​ຊວງ ສາ​ທາລະ​ນະ​ສຸກ, ສະ​ມາ​ຄົມ​ຫນ່ວຍ​ກູ້​ໄພ ຫລື ບໍ​ລິ​ສັດ ປະ​ກັນ​ໄພ ໂດຍ​ນຳ​ເອົາ​ຂໍ້​ມູນ ສະ​ຖິ​ຕິ​ອຸ​ປະ​ຕິ​ເຫດ ດັ່ງ​ກ່າວ ມາວິ​ໄຈ, ວິ​ເຄາະ ແລະ ສາ​ມາດ​ປັ​ບ​ປຸງ, ແກ້​ໄຂ ແລະ ປ້ອງ​ກັນ ຈຸດ​ທີ່​ມັກ​ເກີດ​ອຸ​ປະ​ຕິ​ເຫດ​ຕາມ​ເສັ້ນທາງ ບໍ່​ໃຫ້​ມັນ​ເກີດ​​ຕື່ມ​ອີກ, ຄາດໝາຍຂອງການຝຶກອົບຮົມ ແມ່ນຂໍ້ມູນສະຖິຕິ ອຸປະຕິເຫດ ສາມາດລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ, ຊ່ວຍປ້ອງກັນ ແລະ ຫຼຸດຜ່ອນ ອັດຕາການເກີດອຸບປະຕິເຫດ ຕາມສະຖານທີ່ຈຸດອັນຕະລາຍ ທີ່ມັກເກີດອຸປະຕິເຫດໄດ້ ແລະ ພັດທະນາ ຂີດຄວາມສາມາດ ທາງດ້ານການພັດທະນາບຸກຄະລາກອນ ໃນການນຳໃຊ້, ການເຂົ້າເຖິງເທັກໂນໂລຍີ້ ຂໍ້ມູນຂ່າວສານ ດ້ວຍລະບົບຄອມພິວເຕີ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250