Ministry News
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົ່ນສົ່ງ ພ້ອມດ້ວຍການນໍາແຂວງເຄື່ອນໄຫວຢ້ຽມຢາມເມືອງຜົ້ງສາລີ ແລະ ເມືອງຍອດອູ









ໃນວັນທີ 27 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວີໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົ່ນສົ່ງພ້ອມດ້ວຍຄະນະທິມງານກະຊວງ ຍທຂ, ແຂວງ ໄດ້ລົງເຄື່ອນໄຫວຕິດຕາມ ຊຸກຍູ້ໂຄງການພັດທະນາພື້ນຖານໂຄງລ່າງ ຢູ່ ແຂວງ ຜົ້ງສາລີ ໂດຍການຕ້ອນຮັບຂອງທ່ານ ພອນໄຊ ອ່ອນສາ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍ ທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງ, ເລຂາພັກເມືອງຜົ້ງສາລີ, ເລຂາພັກເມືອງຍອດອູ ພ້ອມດ້ວຍການນໍາແຂວງເຂົ້າຮ່ວມ.
ການລົງມາເຄື່ອນໄຫວຢ້ຽມຢາມເມືອງຜົ້ງສາລີ ໃນຄັ້ງນີ້ໄດ້ໄປທ່ຽວຊົມແຫຼ່ງທ່ອງທ່ຽວພະທາດມິ່ງຂັວນພູຟ້າເຊິ່ງເປັນບ່ອນສັກສິດຂອງຊາວເມືອງຜົ້ງສາລີທີ່ເຊື່ອຖືກັນມາແຕ່ດືກດໍາບັນ ແລະ ໄດ້ຕິດຕາມເສັ້ນທາງ, ອາຄານເກົ່າແກ່ພ້ອທັງ ອາຄານບ້ານເຮືອນຂອງພໍ່ແມ່ປະຊາຊົນ ຂອງເມືອງເມືອງຜົ້ງສາລີ. ຫລັງຈາກນັ້ນ ຄະນະໄດ້ເດີນທາງຕິດຕາມ
ພື້ນຖານໂຄງລ່າງ ຢູ່ເມືອງຍອດອູ, ດ່ານສາກົນ ລານຕຸ້ຍ ແລະ ເສັ້ນທາງຫລວງຂອງແຂວງ ເຊື່ອມຕໍ່ໄປ 3 ແຈປະເທດ ຂອງເມືອງຍອດອູ, ແຂວງຜົ້ງສາລີ.
ການລົງເຮັດວຽກຄັ້ງນີ້ ເພື່ອຕິດຕາມ ແລະ ເກັບກໍາຂໍ້ມູນເສັ້ນທາງຂອງເມືອງຍອດອູ ເພື່ອເປັນຂໍ້ມູນສໍາຄັນ ໃຫ້ຄະນະນໍາກະຊວງ ແລະ ຄະນະກຳມະການປົກຄອງແຂວງ ເພື່ອຮ່ວມກັນຈັດລຽງບູລິມະສິດ ເພື່ອພ້ອມກັນ ໃນການຕິດຕາມຄຸ້ມຄອງ ໂດຍສະເພາະ ແມ່ນແຫຼ່ງທ່ອງທ່ຽວທາງປະຫວັດສາດ, ພື້ນຖານໂຄງລ່າງ, ອາຄານບ້ານເຮືອນຂອງພໍ່ແມ່ປະຊາຊົນພາຍໃນ ເມືອງຜົ້ງສາລີ ແລະ ການປັບປຸງ ແລະ ຍົກລະດັບເສັ້ນທາງ ຍຸດທະສາດ, ການອໍານວຍຄວາມສະດວກການຂົນສົ່ງ ຢູ່ດ່ານສາກົນ ລານຕຸ້ຍ, ການຄຸ້ມຄອງຜັງເມືອງ ແລະ ວຽກງານຂະແໜງ ໂຍທາທິການ ແລະ ຂົນສົ່ງ.