Ministry News

ຍທຂ ຄົ້ນຄວ້າສ້າງຮ່າງຂໍ້ຕົກລົງ ວ່າດ້ວຍໂຄງສ້າງລາຄາຄ່າບໍາບັດນໍ້າເປື້ອນໃນ ສປປ ລາວ

2026-10-14 - Xaiya

ຍທຂ ຄົ້ນຄວ້າສ້າງຮ່າງຂໍ້ຕົກລົງ ວ່າດ້ວຍໂຄງສ້າງລາຄາຄ່າບໍາບັດນໍ້າເປື້ອນໃນ ສປປ ລາວ

ກອງປະຊຸມ (ລິເລີ່ມ) ຄົ້ນຄວ້າສ້າງ ຮ່າງຂໍ້ຕົກລົງ ວ່າດ້ວຍໂຄງສ້າງລາຄາຄ່າບໍາບັດນໍ້າເປື້ອນ ແລະ ຄົ້ນຄວ້າເນື້ອໃນ (ຄັ້ງທີ 1) ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງນໍ້າເປື້ອນຕົວເມືອງໃນ ສປປ ລາວ ລະຫວ່າງ ວັນທີ 14-16 ຕຸລາ 2026, ກົມນ້ຳປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ກ່ຽວກັບການຄົ້ນຄວ້າສ້າງ ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຈໍານວນ 2 ສະບັບ ຄື:

 

1)  ກອງປະຊຸມ (ລິເລີ່ມ) ຄົ້ນຄວ້າສ້າງ ຮ່າງຂໍ້ຕົກລົງ ວ່າດ້ວຍໂຄງສ້າງລາຄາຄ່າບໍາບັດນໍ້າເປື້ອນ.

2)  ກອງປະຊຸມ ຄົ້ນຄວ້າເນື້ອໃນ (ຄັ້ງທີ 1) ຮ່າງຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງນໍ້າເປື້ອນຕົວເມືອງ.

 

ກອງປະຊຸມ ໄດ້ຈັດຂຶ້ນທີ່ ໂຮງແຮມ ເອັສ ວັງວຽງ (ເມືອງວັງວຽງ ແຂວງວຽງຈັນ), ໃຫ້ກຽດເປັນປະທານຂອງທ່ານ ວັນສະແຫວງ ອຸດທະຈັກ ຮອງຫົວໜ້າກົມນ້ຳປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາທ່ານ ທີ່ປຶກສາ ອາວຸໂສ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄະນະຮັບຜິດຊອບ ໃນການຄົ້ນຄວ້າສ້າງ ນິຕິກໍາ ກ່ຽວກັບວຽກງານນໍ້າເປື້ອນ, ມີຊ່ຽວຊານ ຈາກ GGGI, BORDA ແລະ ບໍລິສັດ ທີ່ປຶກສາ PiSECCON ກໍ່ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້, ເປັນການປຶກສາຫາລື, ຄົ້ນຄວ້າ ແລະ ເອກະພາບ ໃນການ ລິເລີ່ມ ແລະ ຄົ້ນຄວ້າເນື້ອໃນ ນິຕິກໍາພາຍໃຕ້ກົດໝາຍ ຈໍານວນ 2 ສະບັບ ທີ່ກ່າວມາຂ້າງເທິງ ເພື່ອເປັນການຜັນຂະຫຍາຍ ແນວທາງ-ນະໂຍບາຍ ຂອງພັກ ແລະ ລັດຖະບານ ກໍຄື ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ເວົ້າລວມ, ເວົ້າສະເພາະ ແມ່ນການສ້າງນິຕິກໍາໃຕ້ກົດໝາຍ ທີ່ຕິດພັນກັບການ ກໍານົດ ແລະ ຄຸ້ມຄອງ ກ່ຽວກັບວຽກງານນໍ້າເປື້ອນ ໃນ ສປປ ລາວ ຂອງກົມນໍ້າປະປາ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຊຶ່ງຄາດວ່າ ຈະໃຫ້ສໍາເລັດ ແລະ ປະກາດນໍາໃຊ້ ໃນກາງປີ 2027. ພ້ອມກັນນັ້ນ ການຄົ້ນຄວ້າສ້າງ ນິຕິກໍາພາຍໃຕ້ກົດໝາຍ ທັງ 2 ສະບັບດັ່ງກ່າວ ເປັນວຽກງານໜຶ່ງ ທີ່ນອນຢູ່ໃນແຜນວຽກຈຸມສຸດ ຂອງກົມນໍ້າປະປາ ທີ່ໄດ້ກໍານົດໄວ້ໃນວິໄສທັດ ຮອດປີ 2035, ​ຍຸດ​ທະ​ສາດການພັດທະນາວຽກງານນໍ້າປະປາ ແລະ ສຸຂາພິບານ ໄລຍະ 9 ປີ (2022-2030) ແລະ ແຜນພັດທະນາ ໄລຍະ 4 ປີ (2022-2025) ອີກດ້ວຍ.

ສໍາລັບການຄົ້ນຄວ້າສ້າງນິຕິກໍາພາຍໃຕ້ກົດໝາຍ ທັງ 2 ສະບັບນີ້ ແມ່ນໄດ້ຮັບການສະໜັບສະໜູນທາງດ້ານງົບປະມານ ຈາກສະຖາບັນ ເຕີບໂຕສີຂຽວ ສາກົນ (GGGI) ແລະ ທາງດ້ານຊ່ຽວຊານ ຈາກ BORDA ລາວ  ພາຍໃຕ້ ໂຄງການ ຂະຫຍາຍ ການຄຸ້ມຄອງ ຂີ້ເຫຍື້ອ ແລະ ນ້ຳເປື້ອນ ແບບຍືນຍົງ ເພື່ອປັບປຸງ ວຽກງານສາທາລະນະສຸກ ແລະ ສິ່ງແວດລ້ອມ ໃນ ສປປ ລາວ (ໄລຍະທີ 2) ທີ່ໄດ້ຮັບທຶນສະໜັບສະໜູນ ຈາກ KOICA ທີ່ຈັດຕັ້ງປະຕິບັດໂຄງການໂດຍ GGGI ຢູ່ ນະຄອນປາກເຊ ແຂວງຈໍາປາສັກ ແລະ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ, ຊຶ່ງໂຄງການດັ່ງກ່າວ ໄດ້ປະກອບສ່ວນໃນການສະໜັບສະໜູນຢ່າງຕໍ່ເນື່ອງ ແລະ ອັນສໍາຄັນໃນຫຼາຍດ້ານ, ໂດຍສະເພາະ ການສະໜັບສະໜູນດ້ານ ງົບປະມານ ແລະ ຊ່ຽວຊານ-ວິຊາການ ໃນການພັດທະນາລະບຽບການຄຸ້ມຄອງນ້ຳເປື້ອນໃນ ສປປ ລາວ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250