Ministry News

ພິທີເຊັນສັນຍາລະດັບບໍລິການ (Service Level Agreement - SLA) ພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ເພື່ອກ້າວສູ່ການຫັນເປັນລັດຖະບານດິຈິຕອລ

2026-10-06 - Sayphone









       ວັນທີ 5 ຕຸລາ 2026  ທີ່ໂຮງແຮມ ຄຣາວ ພລາຊ່າ (Crowne Plaza Hotel), ໄດ້ຈັດພິທີເຊັນສັນຍາລະດັບບໍລິການ ຫຼື Service Level Agreement (SLA) ລະຫວ່າງ ກົມຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ລາວ ສະມາທ ທຣານສຟອມເມຊັ່ນ ດາຕ້າ ແລະ ເທັກໂນໂລຊີ ຈຳກັດ ພາຍໃຕ້ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ຢ່າງເປັນທາງການ. ພິທີອັນສຳຄັນນີ້ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ປອ ນ. ວິໄລວັນ ຈັນທະລາຕີ ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ, ທ່ານ ຄໍາໄພ ສົມຊະນະ  ປະທານບໍລິສັດກຸ່ມຄໍາໄພຊະນະ ແລະ ພ້ອມດ້ວຍບັນດາທ່ານຫົວໜ້າຫ້ອງການ, ກົມ, ຮອງຫົວຫນ້າກົມຈາກ 3 ກະຊວງຫຼັກ (ຍທຂ, ປກສ, ການເງິນ), ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມລວມ 60 ທ່ານ.

       ໃນພິທີດັ່ງກ່າວ, ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນກ່າວຄຳເຫັນ ແລະ ລາຍງານຄວາມເປັນມາໃນການຮ່າງສັນຍາລະດັບບໍລິການ ໂດຍຍົກໃຫ້ເຫັນເຖິງຄວາມສຳຄັນ ແລະ ຄວາມຈຳເປັນໃນການຍົກລະດັບວຽກງານຂະແໜງ ຍທຂ. ທ່ານໄດ້ເນັ້ນໜັກວ່າ: ຜ່ານມາເຖິງແມ່ນວ່າຈະມີການປັບປຸງລະບົບການຂຶ້ນທະບຽນຍານພາຫະນະທາງບົກແຕ່ລະໄລຍະ, ແຕ່ກໍ່ຍັງມີສິ່ງທ້າທາຍຫຼາຍດ້ານ ເຊັ່ນ: ການປະຕິເສດຂໍ້ມູນສຳນວນຍານພາຫະນະໂອນຂ້າມແຂວງ, ລະບົບເຊື່ອມຕໍ່ການຂຶ້ນທະບຽນກັບການຕິດປ້າຍທະບຽນທີ່ຍັງບໍ່ທັນທັນສະໄໝເຮັດໃຫ້ໃຊ້ເວລາລໍຖ້າຫຼາຍວັນ, ຄວາມຫຍຸ້ງຍາກໃນການເກັບກຳຂໍ້ມູນຂົນສົ່ງຂ້າມແດນ ແລະ ປະລິມານການສັນຈອນ, ຍັງບໍ່ທັນມີສູນບັນຊາການຈະລາຈອນທາງບົກທີ່ທັນສະໄໝຢູ່ສູນກາງ, ການເກັບລາຍຮັບຄ່າທຳນຽມທາງບໍ່ໄດ້ຕາມຈຳນວນຕົວຈິງ, ສະຖິຕິການເກີດອຸບປະຕິເຫດທີ່ຍັງສູງ, ພ້ອມທັງບັນຫາການຈອດລົດຊະຊາຍ ແລະ ຄວາມແອອັດໃນຕົວເມືອງ.

      ເພື່ອແກ້ໄຂບັນຫາາດັ່ງກ່າວ ແລະ ຜັນຂະຫຍາຍນະໂຍບາຍຫັນເປັນລັດຖະບານດິຈິຕອລ, ເສດຖະກິດດິຈິຕອລ ແລະ ສັງຄົມດິຈິຕອລ, ໂຄງການຄຸ້ມຄອງຍານພາຫະນະ ແລະ ການຂົນສົ່ງ ແບບຄົບວົງຈອນ ຈຶ່ງໄດ້ເຂົ້າມາເຊື່ອມຕໍ່ລະບົບຕ່າງໆ ເຊັ່ນ: ການຄຸ້ມຄອງການຂົນສົ່ງ, ການຈະລາຈອນ, ການເສຍຄ່າທາງ, ປະກັນໄພ, ການຈອດລົດ, ການຄວບຄຸມນ້ຳໜັກລົດບັນທຸກ ແລະ ດ່ານສາກົນ. ໂຄງການດັ່ງກ່າວເປັນການລົງທຶນຮ່ວມກັນລະຫວ່າງ ພາກລັດ ແລະ ເອກະຊົນ ພາຍໃຕ້ຮູບແບບ DBFO (ອອກແບບ, ກໍ່ສ້າງ, ສະໜອງທຶນ ແລະ ດຳເນີນການ) ໂດຍມີອາຍຸສຳປະທານ 20 ປີ (2026-2046) ກວມເອົາ 17 ແຂວງ ແລະ ນະຄອນຫຼວງວຽງຈັນ. ປະຈຸບັນ, ທາງບໍລິສັດໂຄງການກຳລັງຕິດຕັ້ງລະບົບໄຟສັນຍານຈະລາຈອນ, ກ້ອງວົງຈອນປິດ (E-Police), ແລະ ກ້ອງຈັບຄວາມໄວ ໃນນະຄອນຫຼວງວຽງຈັນ ພ້ອມທັງສຳເລັດການຕິດຕັ້ງອຸປະກອນຢູ່ສູນບັນຊາການກະຊວງ ປກສ ແລ້ວ, ໂດຍຄາດວ່າໃນ ເດືອນມັງກອນ 2027 ຈະເປີດນຳໃຊ້ທົດລອງລະບົບຫຼັກຢູ່ແຂວງອ້ອມຂ້າງ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນລະບົບ ກ່ອນນໍາໃຊ້ຢູ່ນະຄອນຫຼວງວຽງຈັນ ແລະ ນຳໃຊ້ໂຄງລ່າງພື້ນຖານເພື່ອສະໜັບສະໜູນການບັງຄັບໃຊ້ກົດໝາຍ.

     ສຳລັບການຈັດຕັ້ງປະຕິບັດແມ່ນຕິດພັນກັບ 3 ກະຊວງຫຼັກ (ຍທຂ, ປກສ, ການເງິນ), ນອກຈາກສັນຍາສຳປະທານແລ້ວ ຍັງຕ້ອງໄດ້ເຮັດ ສັນຍາລະດັບບໍລິການ (SLA) ແຍກຕາມແຕ່ລະກະຊວງ. ສຳລັບຮ່າງສັນຍາທີ່ເຊັນຮ່ວມກັບກົມຂົນສົ່ງໃນຄັ້ງນີ້ ໄດ້ຜ່ານການຄົ້ນຄວ້າຢ່າງລະອຽດ ໂດຍມີຄະນະຄົ້ນຄວ້າຕາມຂໍ້ຕົກລົງ ເລກທີ 20757/ຍທຂ (ລົງວັນທີ 03 ກັນຍາ 2025) ທີ່ໄດ້ຈັດກອງປະຊຸມຄົ້ນຄວ້າ, ຜ່ານກອງປະຊຸມຄະນະຊີ້ນຳ ແລະ ປຶກສາຫາລືຮ່ວມ 3 ກະຊວງ ຈຶ່ງສາມາດຮຽບຮຽງເນື້ອໃນສັນຍາສະບັບສົມບູນ ຈຳນວນ 17 ມາດຕາ ທີ່ມີຄວາມຮັດກຸມ ແລະ ເຂົ້າໃຈງ່າຍ, ຊຶ່ງກຳນົດຂອບເຂດໜ້າວຽກ, ແຫຼ່ງລາຍຮັບ, ການອອກແບບ, ການຮັບຮອງມາດຖານອຸປະກອນ ແລະ ການຝຶກອົບຮົມພະນັກງານຢ່າງຊັດເຈນ.

      ໃນພິທີຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານແຜນການຈັດຕັ້ງປະຕິບັດຈາກ ທ່ານ ແສງຕາວັນ ຄໍາມະວົງ ຜູ້ອຳນວຍການ ບໍລິສັດ ລາວ ສະມາທ ທຣານສຟອມເມຊັ່ນ ດາຕ້າ ແລະ ເທັກໂນໂລຊີ ຈຳກັດ, ພ້ອມທັງພິທີເຊັນສັນຍາລະດັບບໍລິການ (SLA) ລະຫວ່າງ ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງ ແລະ ທ່ານ ແສງຕາວັນ ຄໍາມະວົງ ຜູ້ອຳນວຍການບໍລິສັດ ລາວ ສະມາທ ທຣານສຟອມເມຊັ່ນ ດາຕ້າ ແລະ ເທັກໂນໂລຊີ ຈໍາກັດ, ພ້ອມທັງມອບ-ຮັບສັນຍາ ແລະ ຖ່າຍຮູບທີ່ລະລຶກຮ່ວມກັນຢ່າງເປັນທາງການ ເພື່ອເປັນຂີດໝາຍອັນສຳຄັນໃນການພັດທະນາລະບົບການຂົນສົ່ງ ແລະ ການຈະລາຈອນຂອງ ສປປ ລາວ ໃຫ້ກ້າວສູ່ຄວາມທັນສະໄໝ ແລະ ຍືນຍົງ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250