Ministry News
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ຢູ່ເມືອງວັງວຽງ, ແຂວງວຽງຈັນ













ວັນທີ 03 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ປອ ສີວຽງ ໄຊ ອໍລະບູນ ຮອງປະທານຄະນະກຳມະການປົກຄອງແຂວງວຽງຈັນ ພ້ອມຄະນະ ຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດ ສັນຍາສຳປະທານ ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ຢູ່ເມືອງວັງວຽງ, ແຂວງວຽງຈັນ. ການລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ຄັ້ງນີ້ ແມ່ນເພື່ອສຸມໃສ່ຊຸກຍູ້ແຜນພັດ ທະນາເສດຖະກິດຂອງແຂວງວຽງຈັນ ເວົ້າລວມ ເວົ້າສະເພາະເມືອງວັງວຽງ ແລະ ຮ່ວມມືກັບພາກເອກະຊົນ ໃນການພັດທະນາພື້ນຖານໂຄ່ງລ່າງ ແລະ ແຫຼ່ງທ່ອງທ່ຽວທຳມະຊາດ ເພື່ອຍົກລະດັບການທ່ອງທ່ຽວຢູ່ເມືອງວັງວຽງ ໃຫ້ມີຄວາມໂດດເດັ່ນ ແລະ ຮອງຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ຢູ່ເຂດບ້ານຫ້ວຍສະເຫງົ້າ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍແມ່ນ ບໍລິສັດ ຈົງຫງວນ ທົ່ວອິນແວດເມັ້ນ ດີວີລົບເມັ້ນ ຈຳກັດ ເປັນຜູ້ລົງທຶນສຳປະທານໂຄງການດັ່ງກ່າວ.
ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ມີເນື້ອທີ່ທັງໝົດ 11.26 ເຮັກຕາ, ອາຍຸສັນຍາສຳປະທານ 50 ປີ (ໄລຍະກໍ່ສ້າງ 5 ປີ ແລະ ໄລຍະບໍລິການ 45 ປີ) ເປັນປະເພດຂົວອູ່, ມີລວງຍາວ 228 ແມັດ, ສູງ 128 ແມັດ ແລະ ສາມາດຮັບປະລິມານບັນຈຸໄດ້ ຈຳນວນ 400 ຄົນ, ມາຮອດປະຈຸບັນໂຄງການດັ່ງກ່າວໄດ້ມີຄວາມຄືບໜ້າຢ່າງເປັນຮູບປະທໍາ ຕາມຂັ້ນຕອນດ້ານນິຕິກຳ ແລະ ການຈັດຕັ້ງປະຕິບັດຢູ່ສະໜາມຕົວຈິງປະມານ90% ເປັນຕົ້ນ: ການກໍ່ສ້າງພື້ນຖານໂຄ່ງລ່າງເສັ້ນທາງທາງປູຢາງລວງຍາວປະມານ 1.60 ກິໂລແມັດ, ລະບົບໄຟຟ້າ22 ກິໂລໂວນ, ບຸກເບີກ ແລະ ປັບປຸງພື້ນທີ່ 11.26 ເຮັກຕາ ສໍາເລັດໂດຍພື້ນຖານ, ຮົ້ວອ້ອມສະໜາມມີຄວາມຍາວ 434 ແມັດ ແລະ ກໍ່ສ້າງຕຶກອາຄານຕ່າງໆ. ນອກຈາກນັ້ນ ຍັງໄດ້ກໍ່ສ້າງລີບສໍາລັບຂຶ້ນຂົວແກ້ວ ແລະ ກິດຈະກໍາອື່ນໆ ພາຍໃນເຂດສໍາປະທານ ເຊິ່ງຄາດວ່າຈະໃຫ້ສໍາເລັດ ໃນໄລຍະທໍາອິດ ແລະ ຈະເປີດໃຫ້ບໍລິການໃນທ້າຍປີ 2026 ນີ້, ສຳລັບແຜນໄລຍະຕໍ່ໜ້າ ແມ່ນຈະສ້າງເມືອງຫິມະຈໍາລອງ, ໂຮງລະຄອນ ແລະ ກິດຈະກໍາປີ່ນອ້ອມອື່ນໆ ເພື່ອຮອງຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.
ເພື່ອໃຫ້ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ແລະ ເຂດທ່ອງທ່ຽວດັ່ງກ່າວ ຖືກຕ້ອງຕາມເຕັກນິກ ແລະ ລະບຽບການ ທາງຄະນະຮັບຜິດຊອບອົງການປົກຄອງແຂວງວຽງຈັນ, ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງເຮັດວຽກ ຕິດຕາມ ແລະ ຊີ້ນໍາຫຼາຍໜ້າວຽກຮ່ວມງານກັບຜູ້ພັດທະນາ ເຮັດໃຫ້ໂຄງການມີຄວາມຖືກຕ້ອງຕາມລະບຽບ ແລະ ຈະສາມາດເປີດນໍາໃຊ້ຕາມແຜນການ.
ໃນໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວສະແດງຄວາມຍ້ອງຍໍຊົມເຊີຍຜົນສໍາເລັດຂອງໂຄງການ, ທ່ານໄດ້ ເອກະພາບ ນໍາບັນດາຄໍາເຫັນຂອງຂະແໜງການກ່ຽວຂ້ອງ ແລະ ເພື່ອໃຫ້ໂຄງການສໍາເລັດຕາມແຜນທີ່ວາງໄວ້ ທັງຮັບປະກັນດ້ານຄວາມປອດໄພ ຂໍເນັ້ນໜັກເພີ່ມເຕີມ ບາງບັນຫາດັ່ງນີ້: 1) ໃຫ້ຜູ້ພັດທະນາ ສືບຕໍ່ເລັ່ງພັດທະນາໂຄງການໃຫ້ສໍາເລັດຕາມແຜນການ ໂດຍສະເພາະພື້ນຖານໂຄງລ່າງອື່ນໆ; 2) ຫ້ຂະແໜງການກ່ຽວຂ້ອງ ຮ່ວມກັບຜູ້ພັດທະນາ ປະສານງານກັນ ໂດຍສະເພາະວຽກເຕັກນິກ, ວຽກການລົງທຶນ, ວຽກຮັກສາຄວາມປອດໄພ, ວຽກຂໍ້ມູນຂ່າວສານ ແລະ ອື່ນໆໃຫ້ມີຄວາມໂລ່ງລ່ຽນ ສາມາດບັນລຸຄາດໝາຍໄດ້ ສາມາດຢັ້ງຢືນ ຜົນສໍາເລັດຮ່ວມກັນໄດ້; 3) ພ້ອມນັ້ນ ຝາກອົງການປົກຄອງທ້ອງຖິ່ນ ອໍານວຍຄວາມສະດວກ ຮັບປະກັນລະບຽບການຕ່າງໆ ໃຫ້ໂຄງການສໍາເລັດຕາມແຜນການ ພ້ອມດຽວກັນນັ້ນ ປະກອບສ່ວນ ກວດກາການພັດທະນາຮອບນອກ, ເບິ່ງຄືນຜັງເມືອງ ໃຫ້ມີຄວາມເໝາະສົມ ສອດຄ່ອງກັບລະບຽບກົດໝາຍ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ເພື່ອໜູນ ໃຫ້ອການອອກແບບ ໃຫ້ຕົວເມືອງເປັນເມືອງສີຂຽວ ທ່ອງທ່ຽວ ດຶງດູດນັກທ່ອງທ່ຽວໃຫ້ນັບມື້ນັບເພີ່ມຂຶ້ນ, ຄົ້ນຄວ້າແຫຼ່ງທຶນ ການປະກອບສ່ວນຂອງສັງຄົມ ແລະ ພາກທຸລະກິດ ເພື່ອພັດທະນາທາງຮ່ອມ, ທາງຊອຍ ເຮັດໃຫ້ການປັບປຸງເສັ້ນທາງ ມີຄວາມສະອາດຈົບງາມ. ພ້ອມນັ້ນ ເລັ່ງໃສ່ການຮັກສາສິ່ງແວດລ້ອມ, ຮັກສາສາຍນໍ້າຊອງ, ກວດກາຕິດຕາມຕົ້ນນໍ້າ, ຄວາມອຸດົມສົມບູນຂອງປ່າໄມ້ ທີ່ຂຽວງາມ ຈະເປັນຕົວຊຸກຍູ້ສະໜັບສະໜູນໃຫ້ການທ່ອງທ່ຽວໃຫ້ພົ້ນເດັ່ນຂຶ້ນ ແລະ ຍືນຍົງ. ສໍາລັບກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະບັນດາກົມກ່ຽວຂ້ອງ ແມ່ນເອົາໃຈ ສືບຕໍ່ສະໜັບສະໜູນໃນວຽກງານທີ່ຕິດພັນກັບຄວາມຮັບຜິດຊອບ ເພື່ອໃຫ້ໂຄງການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດຖໍ້ານາງອົ້ວ (ຂົວແກ້ວ) ແລະ ເຂດທ່ອງທ່ຽວດັ່ງກ່າວສໍາເລັດຕາມແຜນການ ແລະ ສາມາດເປີດບໍລິການສັງຄົມ ໃນທ້າຍປີ 2026 ນີ້.