Ministry News
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືພັດທະນາທຸລະກິດ ລະຫວ່າງ ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (LTEC) ແລະ ບໍລິສັດ ຢຸນໜານ ເກີລູນ ເອັນຈີເນຍລີ້ງ ກົວລີຕີ ເຕດສ໌ຕີ້ງ ຈໍາກັດ (KELUN)











ວັນທີ 29 ກັນຍາ 2026, ທີ່ໂຮງແຮມ ຣາມາດາ (RAMADA), ນະຄອນຫຼວງວຽງຈັນ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືພັດທະນາທຸລະກິດ ລະຫວ່າງ ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (LTEC) ແລະ ພະແນກສໍາຫຼວດ-ອອກແບບ ແລະ ທໍລະນີວິທະຍາ (SDGD) ຮ່ວມກັບ ບໍລິສັດ ຢຸນໜານ ເກີລູນ ເອັນຈີເນຍລີ້ງ ກົວລີຕີ ເຕດສ໌ຕີ້ງ ຈໍາກັດ (KELUN) ແລະ ບໍລິສັດ ລາວຄອນສະຕັກເຊີນ ກົວລີຕີ ເຕດສ໌ຕີ້ງ ຈໍາກັດ (LCQT). ໂດຍຕາງຫນ້າເຊັນບົດບັນທຶກຄວາມເຂົ້າໃຈ(MOU) ຂອງທ່ານ ທອງເດີນ ຄໍາມະນີ ຜູ້ອໍານວຍການລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ (LTEC) ແລະ ທ່ານ ເສີນ ຢຽນຫຼົງ ປະທານບໍລິສັດ ຢຸນໜານ ເກີລູນ ເອັນຈີເນຍລີ້ງ ກົວລີຕີ ເຕດສ໌ຕີ້ງ ຈໍາກັດ (KELUN). ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄິພະຍານໃນພິທີ ໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະນຳຫ້ອງການ, ບັນດາກົມ, ແຂກຖືກເຊີນ ແລະ ຕາງໜ້າຈາກລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (LTEC) ແລະ ເກີລູນ ເອັນຈີເນຍລີ້ງ ກົວລີຕີ ເຕດສ໌ຕີ້ງ ຈໍາກັດ (KELUN) ເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວຈັດຂຶ້ນ ຍ້ອນເຫັນໄດ້ວ່າປະຈຸບັນ ລັດຖະບານ ສປປ ລາວ ກຳງລັງສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງຢ່າງແຂງແຮງ ໂດຍສະເພາະແມ່ນແລວເສດຖະກິດທາງລົດໄຟ ລາວ-ຈີນ, ວິສະວະກໍາກໍ່ສ້າງ, ວິສະວະກໍາຂົວທາງ, ວິສະວະກໍາຊົນລະປະທານ, ວິສະວະກໍາທາງລົດໄຟ, ວິສະວະກໍາສະໜາມບິນ, ວິສະວະກໍາສິ່ງແວດລ້ອມ ແລະ ການກໍ່ສ້າງພື້ນຖານໂຄງລ່າງອື່ນໆ. ແຕ່ເນື່ອງຈາກເຕັກໂນໂລຊີການກວດສອບ, ອຸປະກອນທັນສະໄໝ ແລະ ລະບົບມາດຕະຖານທີ່ຄົບຊຸດ ຢູ່ ສປປ ລາວ ຍັງບໍ່ທັນພ້ອມສົມບູນ, ທັງສອງຝ່າຍຈຶ່ງໄດ້ຕົກລົງຮ່ວມມືກັນສ້າງຕັ້ງບໍລິສັດຮ່ວມທຶນ ເພື່ອຍົກລະດັບການບໍລິການທາງດ້ານເຕັກນິກ, ຄຸນນະພາບວິສະວະກໍາແບບຄົບວົງຈອນ ແລະ ເປັນມືອາຊີບ.
ຈຸດປະສົງ ແລະ ການກຳນົດທິດທາງການຮ່ວມມືທີ່ສຳຄັນ: 1) ເພື່ອຜັນຂະຫຍາຍນະໂຍບາຍຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ແລະ ສ້າງຄູ່ຮ່ວມຊະຕາກໍາ ລາວ-ຈີນ, ທີ່ມີມາຢ່າງຍາວນານລະຫວ່າງສອງປະເທດລາວ-ຈີນ, ປະຕິບັດຕາມທິດ ການຫັນເປັນທັນສະໄໝ ນໍາໃຊ້ເຕັກໂນໂລຊີໃນການກວດສອບວິສະວະກໍາທີ່ທັນສະໄໝ. ພ້ອມທັງນໍາໃຊ້ເຕັກໂນໂລຊີການກວດສອບທີ່ທັນສະໄໝ, ລະບົບມາດຕະຖານຂອງ KELUN ແລະ LCQT ປະສົມປະສານກັບທ່າແຮງ ແລະ ໃບອະນຸຍາດຂອງ LTEC ແລະ SDGD ເພື່ອສ້າງຫ້ອງທົດລອງມາດຕະຖານລະດັບສາກົນ.
2) ການພັດທະນາຊັບພະຍາກອນມະນຸດ ຝ່າຍ LTEC ຈະຈັດສົ່ງພະນັກງານ ຢ່າງໜ້ອຍ 2 ທ່ານ/ປີ ໄປຝຶກອົບຮົມໄລຍະສັ້ນຢູ່ ສປ ຈີນ;
3) ການສະໜອງອຸປະກອນ ຊ່ວຍສະໜອງອຸປະກອນ ແລະ ເຄື່ອງມື 2 ຊຸດ ເພື່ອນໍາໃຊ້ເຂົ້າໃນການຄົ້ນຄວ້າ, ປ້ອງກັນ ແລະ ແກ້ໄຂບັນຫານ້ຳຖ້ວມຢູ່ຕົວເມືອງໃຫຍ່ຂອງ ສປປ ລາວ;
4) ການຍົກລະດັບຫ້ອງທົດລອງ ປັບປຸງ ແລະ ຍົກລະດັບຫ້ອງທົດລອງ ແລະ ຫ້ອງການ ຢູ່ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງ ໃຫ້ໄດ້ມາດຕະຖານ.
ໃນໂອກາດດັ່ງກ່າວນີ້ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ໄດ້ຕີລາຄາສູງຕໍ່ກັບການຮ່ວມມືໃນຄັ້ງນີ້ຂອງສອງຝ່າຍ ເຊິ່ງເປັນນິມິດໝາຍທີ່ດີໃນການຮ່ວມມືລະຫວ່າງສອງພາກທຸລະກິດຂອງຊາດ ລາວ-ຈີນ, ຈີນ-ລາວ ແນ່ໃສ່ພັດທະນາຄວາມອາດສາມາດດ້ານເຕັກນິກວິຊາການໃຫ້ແກ່ລັດວິສາຫະກິດຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນລັດວິສາຫະກິດວິສະວະກໍາຄົມມະນາຄົມ. ເຊິ່ງລັດວິສາຫະກິດແມ່ນຫົວໜ່ວຍທຸລະກິດຂອງລັດ ທີ່ດໍາເນີນທຸລະກິດ ພາຍໃຕ້ການຄຸ້ມຄອງຂອງລັດ, ລັດວິສາຫະກິດ ເປັນຫົວໜ່ວຍໜຶ່ງທີ່ຊ່ວຍດັດສົມທຸລະກິດໃນທ້ອງຕະຫຼາດນັ້ນໆ ເປັນກໍາລັງແຮງສັງລວມໃຫ້ແກ່ລັດໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ; ເມື່ອເບິ່ງດ້ານທິດສະດີແລ້ວ ລັດວິສາຫະກິດແມ່ນຫົວໜ່ວຍທຸລະກິດທີ່ສໍາຄັນທີ່ ພັກ-ລັດຖະບານ ຂາດບໍ່ໄດ້; ຕ້ອງໄດ້ພ້ອມກັນສຸມໃສ່ພັດທະນາລັດວິສາຫະກິດໃຫ້ເຂັ້ມແຂງ, ເມື່ອລັດວິສາຫະກິດຂອງລັດເຂັ້ມແຂງ ແນ່ນອນ ລັດຖະບານກໍ່ຈະມີຄວາມເຂັ້ມແຂງເຊັ່ນກັນ.
ການຮ່ວມມືໃນຄັ້ງນີ້ ຈະເປັນທ່າແຮງທີ່ສໍາຄັນໃນການພັດທະນາລັດວິສາຫະກິດ ລວຄ ໃຫ້ມີຄວາມເຂັ້ມແຂງ, ເປັນມືອາຊີບ, ສາມາດນໍາໃຊ້ເຕັກໂນໂລຊີກວດສອບວິສະວະກໍາທີ່ທັນສະໄໝ, ອຸປະກອນຄົບຊຸດ, ລະບົບການຄຸ້ມຄອງມາດຕະຖານສາກົນ; ພັດທະນາລະບົບການບໍລິການທົດລອງດ້ານວິສະວະກໍາຄົບວົງຈອນ ໄດ້ມາດຕະຖານສາກົນ ເປັນທີ່ຍອມຮັບທັງພາຍໃນ ແລະ ຕ່າງປະເທດ; ອັນສໍາຄັນໃນອະນາຄົດ ໃຫ້ມີຄວາມເຂັ້ມແຂງ ແລະ ກ້າວເຂົ້າສູ່ຕະຫຼາດຫຼັກຊັບໃຫ້ຈົ່ງໄດ້.
ໃນພິທີຄັ້ງນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອປະຫວັດຄວາມເປັນມາຂອງ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ (LTEC), ຂອງ ບໍລິສັດ KELUN, ຮັບຟັງແຜນຍຸດທະສາດ 5 ປີ (2026-2030) ຂອງ LTEC ໂດຍ ທ່ານ ທອງເດີນ ຄໍາມະນີ ຜູ້ອໍານວຍການ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ (LTEC), ຮັບຟັງຄຳເຫັນຈາກຜູ້ຕາງໜ້າບໍລິສັດ KELUN, ຢ້ຽມຊົມການວາງສະແດງເຄື່ອງທົດລອງ-ອຸປະກອນ, ລວມທັງໄດ້ຊົມການສາທິດການທົດລອງວິທີການຊີພື້ນ ແລະ ເສົາອາຄານຕົວຈິງຢູ່ຊັ້ນ 10 ຂອງໂຮງແຮມອີກດ້ວຍ.
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ(MOU) ໃນຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ຍົກລະດັບມາດຕະຖານການກໍ່ສ້າງຂອງ ສປປ ລາວ ໃຫ້ກ້າວສູ່ຄວາມເປັນມືອາຊີບ ແລະ ທັນສະໄໝຂຶ້ນເລື້ອຍໆ.