Ministry News

ກະຊວງໂຍທາທິການ ແລະ ຂົນສົ່ງ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III

2026-08-14 - Xaiya


ໃນຕອນເຊົ້າຂອງວັນທີ 14 ສິງຫາ 2026 ສະຖາບັນໂຍທາທິການ ແລະ ຂົນສົ່ງ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III, ໂດຍໃຫ້ກຽດເປັນປະທານຮ່ວມ ຂອງສະຫາຍ ເຫຼັກໄຫຼ ສີວິໄລ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ສະຫາຍ ຮສ. ປອ. ດາວສະຫວັນ ເຄືອມີໄຊ, ກໍາມະການສໍາຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີສະຫາຍ ບົວຂາວ ຂຸນພະຍາ, ຮັກສາການຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ, ບັນດາສະຫາຍຄະນະພັກ, ຄະນະນໍາຂອງກົມຄຸ້ມຄອງການຮຽນ-ການສອນ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ກົມຈັດຕັ້ງ, ຫ້ອງການກະຊວງ, ກົມກວດກາ ແລະ ສະຖາບັນໂຍທາທິການ ແລະ ຂົນສົ່ງ ແລະ ບັນດາສະຫາຍສຳມະນກອນທັງໝົດກໍ່ໃຫ້ກຽດເຂົ້າຮ່ວມ. 


ສະຫາຍ ບົວຂາວ ຂຸນພະຍາ, ຮັກສາການຫົວໜ້າສະຖາບັນໂຍທາທິການ ແລະ ຂົນສົ່ງ, ໄດ້ລາຍງານກ່ຽວກັບການເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III ໃນຄັ້ງນີ້ວ່າ: ຊຸດຝຶກອົບຮົມຄັ້ງນີ້ ມີນັກສຳມະນາກອນທັງໝົດ 34 ສະຫາຍ, ຍິງ 08 ສະຫາຍ, ຄູ-ອາຈານ ສິດສອນທັງໝົດ ຈໍານວນ 33 ສະຫາຍ, ຍິງ 12 ສະຫາຍ ຊຶ່ງມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນອກຈາກນັ້ນ ກໍຍັງຈະມີຄະນະພັກ, ຄະນະນໍາກະຊວງ ແລະ ບັນດາຫົວໜ້າກົມອ້ອມຂ້າງກະຊວງ ຍທຂ ກໍ່ຈະໄດ້ໃຫ້ກຽດມາຂຶ້ນຫ້ອງໃນບັນດາຫົວຂໍ້ທີ່ກ່ຽວຂ້ອງກັບວຽກຂອງບັນດາກົມດັ່ງກ່າວ ອັນຈະເຮັດໃຫ້ການຮຽນໃນຄັ້ງນີ້ມີເນື້ອໃນໜັກແໜ້ນ ແລະ ອຸດົມສົມບູນທັງຫຼັກທິດສະດີ ແລະ ຫຼັກວິຊາການ. ເພື່ອໃຫ້ຮູ້ຈັກໝູນໃຊ້ຫຼັກການທາງທິດສະດີ ແລະ ແນວທາງນະໂຍບາຍຂອງລັດເຂົ້າໃນການເຄື່ອນໄຫວ ແລະ ດໍາເນີນງານທາງວິຊາການ ແລະ ຂະບວນການໃຫ້ເປັນແບບຢ່າງໃນການນໍາພາ ໃນຂົງເຂດທີ່ບັນດານັກສຳມະນາກອນສັງກັດຢູ່.


ການເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III ໃນຄັ້ງນີ້ ແມ່ນ: 1) ເພື່ອສ້າງໃຫ້ນັກຝຶກອົບຮົມ ມີຄວາມຮັບຮູ້ເຂົ້າໃຈຕໍ່ກັບ ບັນດາຫຼັກມູນພື້ນຖານຂອງ ທິດສະດີມາກ-ເລນິນ ຢ່າງເປັນລະບົບ ແລະ ຈະແຈ້ງກວ່າເກົ່າ ເປັນຕົ້ນແມ່ນວິທີສັດຈະວິພາກວັດຖຸນິຍົມ, ບັນດາຄູ່ມາດຕະເກນ ແລະ ກົດເກນພື້ນຖານຕ່າງໆ, ທິດສະດີວ່າດ້ວຍຮູບຖານເສດຖະກິດສັງຄົມ, ບັນດາຫຼັກມູນພື້ນຖານທາງດ້ານທິດສະດີເສດຖະສາດການເມືອງຂອງມາກ, ແນວທາງເສດຖະກິດ ແລະ ນະໂຍບາຍສັງຄົມຂອງພັກ, ທິດສະດີກໍ່ສ້າງພັກແບບໃໝ່ຂອງເລນິນ, ແນວຄິດໄກສອນພົມວິຫານ, ເຊິ່ງເປັນຫຼັກມູນທິດສະດີພື້ນຖານທີ່ພັກລັດພວກເຮົາໝູນໃຊ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ;  2) ເພື່ອເຮັດໃຫ້ນັກຝຶກອົບຮົມ ສາມາດກໍາໄດ້ກ່ຽວກັບ ບົດບາດການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ ຕໍ່ກົນໄກເສດຖະກິດຕະຫລາດ, ການພົວພັນເສດຖະກິດກັບຕ່າງປະເທດ ແລະ ການສູ້ຊົນເຮັດໃຫ້ປະເທດເຮົາຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ດ້ອຍພັດທະນາ; 3) ເພື່ອພ້ອມກັນເຊື່ອມຊຶມຄືນໃໝ່ ຕໍ່ແນວທາງປ່ຽນແປງໃໝ່ຂອງພັກ ຢ່າງຮອບດ້ານ ອັນມີຫຼັກການຂອງພັກ, ເປັນຕົ້ນແມ່ນຈຸດໝາຍເສັ້ນທາງກ້າວຂຶ້ນສັງຄົມນິຍົມຂອງປະເທດເຮົາ, ຮັບຮູ້ບັນຫາແນວທາງເສດຖະກິດ ແລະ ນະໂຍບາຍສັງຄົມຈຳນວນໜຶ່ງ ທີ່ຈຳເປັນຂອງພັກ ແລະ ລັດຖະບານ; 4) ເພື່ອເປັນການຍົກລະດັບຄວາມຮູ້ ທາງດ້ານທິດສະດີການເມືອງ ໃຫ້ສະມາຊິກພັກ-ພະນັກງານຫຼັກແຫຼ່ງ ແລະ ເພື່ອນຳເອົາຄວາມຮູ້ເຫລົ່ານີ້ມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານຕົວຈິງຂອງຕົນເອງທີ່ຮັບຜິດຊອບ ໃຫ້ເກີດຜົນປະໂຫຍດສູງສຸດ;  ແລະ 5) ເພື່ອເປັນການບຳລຸງ, ກໍ່ສ້າງພະນັກງານ-ສະມາຊິກພັກ ພະນັກງານຫລັກແຫຼ່ງສືບທອດປ່ຽນແທນໃນອານາຄົດ ໃຫ້ສອດຄ່ອງຕາມແຜນພັດທະນາບຸກຄະລາກອນ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ວາງອອກ. ຊຸດຝຶກອົບຮົມຄັ້ງນີ້ ຍັງໄດ້ສ້າງທັດສະນະຫຼັກໝັ້ນການເມືອງ ໃຫ້ມີຄວາມໜັກແໜ້ນຕື່ມອີກບາດກ້າວໜຶ່ງ, ພ້ອມກັນນີ້ຍັງເປັນການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນສົມບັດສິນທຳປະຕິວັດ, ເພີ່ມທະວີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ດີ. ພ້ອມກັນນັ້ນຍັງເປັນການສ່ອງແສງໃຫ້ເຫັນດ້ານຕັ້ງໜ້າດ້ານປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ກໍ່ຄືໃນຕົນເອງໃນໄລຍະຜ່ານມາ ແລະ ຊອກຫາວິທີການແກ້ໄຂຢ່າງເໝາະສົມ.


ຊຸດຮຽນທິດສະດີການເມືອງ ແລະ ການປົກຄອງຂັ້ນຕົ້ນ ຊຸດທີ III ນີ້ ນັກສຳມະນາກອນຈະໄດ້ຮຽນຮູ້ບັນດາເນື້ອໃນບົດສອນປະກອບມີ 08 ກຸ່ມພາກວິຊາ, ມີບົດຮຽນທັງໝົດ 42 ບົດ ເປັນຕົ້ນ: ປັດຊະຍາມາກ-ເລນິນ; ເສດຖະກິດການເມືອງມາກ-ເລນິນ; ລັດທິສັງຄົມນິຍົມວິທະຍາສາດ; ການເມືອງວິທະຍາ; ປະຫວັດສາດພັກ ແລະ ກໍ່ສ້າງ; ກໍ່ສ້າງພັກ; ແນວຄິດໄກສອນ ພົມວິຫານ; ແລະ ການຄຸ້ມຄອງ ແລະ ບໍລິຫານລັດ.
ນອກຈາກນີ້, ນັກສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ຍັງຈະໄດ້ເຂົ້າຮ່ວມຫຼາຍກິດຈະກຳເຊັ່ນ: ການຮ່ຳຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າເປັນໜ່ວຍ, ການຄົ້ນຄວ້າລວມຫ້ອງ, ການໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ທາງດ້ານມູນເຊື້ອ ທິດສະດີ ການເມືອງ ແລະ ການປົກຄອງ ທີ່ສອດຄ່ອງກັບເນື້ອໃນຫຼັກສູດເຊັ່ນ: ຫໍພິພິດຕະພັນຂອງອະດີດຜູ້ນຳ ແລະ ໄປຖອດຖອນບົດຮຽນນຳ ຫົວໜ່ວຍຜະລິດເປັນສິນຄ້າ ຫຼື ຫົວໜ່ວຍບໍລິການທີ່ສຳຄັນຕ່າງໆ. ນອກຈາກນັ້ນ, ນັກສຳມະນາກອນກໍຈະໄດ້ຂຽນບົດເກັບກ່ຽວ, ການຜ່ານບົດເກັບກ່ຽວບຸກຄົນ ພ້ອມທັງ ການຮັບລາຍງານສ່ອງແສງເປັນລາຍອາທິດ ແລະ ແກ້ໄຂຂໍ້ຂ້ອງໃຈຕ່າງໆ ຈາກບັນດາອາຈານປະຈຳພາກວິຊາອີກດ້ວຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250