Ministry News

ລັດຖະມົນຕີກະຊວງ ຍທຂ ລົງຕິດຕາມຊຸກຍູ້ເສັ້ນທາງຫຼວງແຫ່ງຊາດ 8A ທີ່ໄດ້ຮັບຜົນກະທົບຈາກໄພທໍາມະຊາດ

2026-08-11 - Xaiya


 ໃນວັນທີ 11 ສິງຫາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ວັນທອງ ບຸດຕະນະວົງ ຮອງລັດຖະມົນຕີ ກະຊວງ ຍທຂ, ຫົວໜ້າຫ້ອງການກະຊວງ, ຫົວໜ້າຫົມແຜນການແລະການເງິນ, ຮອງກົມ ແລະ ພະນັກງານວິຊາການ ຍທຂ ລົງສົມທົບກັບການນໍາແຂວງ ບໍລິຄໍາໄຊ ແລະ ແຂວງ ຄໍາມ່ວນລົງຊຸກຍູ້ຕິດຕາມ ແກ້ໄຂ ຜົນກະທົບຂອງໄພທໍາມະຊາດ ຕໍ່ພື້ນຖານໂຄງລ່າງຄົມມະນາຄົມ ໂດຍສະເພາະ ແມ່ນເສັ້ນທາງຫຼວງແຫ່ງຊາດ ເລກ 8A ເມືອງຄູນຄໍາ ແຂວງ ຄໍາມ່ວນ ເພື່ອປະເມີນສະພາບຜົນກະທົບ ແລະ ຊຸກຍູ້ ການນໍາແຂວງ  ແລະ ການນໍາເມືອງຄູນຄໍາ, ພະແນກ ຍທຂ 2 ແຂວງ  ແລະ ກະຊວງ ຍທຂ ໂດຍສະເພາະແມ່ນກົມ ຂົວທາງ ໃຫ້ເອົາໃຈໃສ່ ແກ້ໄຂຜົນກະທົບສະເພາະໜ້າ ໃຫ້ເຂົ້າສູ່ສະພາບປົກກະຕິ.


 ພາຍຫຼັງການລົງຕິດຕາມຄັ້ງນີ້ ຄະນະນໍາກະຊວງ ຍທຂ ຍັງໄດ້ປຶກສາຫາລື ກ່ຽວກັບສະພາບຜົນກະທົບທີ່ເກີດຂຶ້ນຕົວຈິງ, ການແກ້ໄຂບັນຫາສະເພາະໜ້າ ແລະ ແຜນຮັບມືໃນໄລຍະຍາວ ໂດຍສະເພາະແມ່ນ ເສັ້ນທາງຫຼວງແຫ່ງຊາດ 8A ໄດ້ຮັບຜົນກະທົບ ຈາກພາຍຸໃນປີ 2026 ນີ້ຈໍານວນ 2 ຄັ້ງ ຄັ້ງທີ 1 ແມ່ນໃນລະຫວ່າງວັນທີ 14-16 ກໍລະກົດ 2026 ໄດ້ຮັບຜົນກະທົບໜັກສົມຄວນ, ສ່ວນຄັ້ງທີ 2 ເລີ່ມແຕ່ ວັນທີ 4 ສິງຫາ ມາຮອດປັດຈຸບັນ ແມ່ນໄດ້ຮັບຜົນກະທົບໜັກສົມຄວນ ຕໍ່ພື້ນຖານໂຄງລ່າງ.
 ພາຍຫຼັງ ໄດ້ຮັບຟັງ ການລາຍງານໂດຍສັງເຂບຂອງພະແນກ ຍທຂ ແຂວງ  ທ່ານ ລັດຖະມົນຕີ ກະຊວງ ຍທຂ ໄດ້ສະແດງຄວາມເປັນຫວ່ງເປັນໃຍ ຕໍ່ສະພາບທີ່ເກີດຂື້ນເປັນຕົ້ນແມ່ນ ຝົນຕົກໜັກ, ດິນເຈື່ອນ, ນໍ້າປ່າໄຫຼຊຸ ສ້າງຜົນກະທົບຕໍ່ຮ່ອງລະບາຍນໍ້າ ແລະ ຂອບທາງ ເຮັດໃຫ້ທາງມີການເປ້ເພເສຍຫາຍໃນບາງຈຸດ ພ້ອມນັ້ນ ເພື່ອບໍ່ໃຫ້ເສັ້ນທາງຖືກຕັດຂາດໄດ້ເນັ້ນ ໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນ:


1. ການສືບຕໍ່ສຸມໃສ່ ແກ້ໄຂ ເສັ້ນທາງທີ່ໄດ້ຮັບຜົນກະທົບ ຈາກໄພພິບັດໃຫ້ສາມາດສັນຈອນໄປມາໄດ້ ບໍ່ໃຫ້ເສັ້ນທາງຖືກຕັດຂາດ ພ້ອມທັງເປັນເຈົ້າການປຸກລະດົມ ຜູ້ປະກອບການ, ສຸມໃສ່ ທຶນຮອນ ໃນການແກ້ໄຂ ສະເພາະໜ້ານີ້
2. ສຶບຕໍ່ເຝົ້າລະວັງ ສະພາບດິນຟ້າອາກາດ , ປະລິມານນໍ້າຝົນ ຕະຫຼອດລະດູຝົນນີ້ , ພ້ອມນັ້ນ ກະກຽມອຸປະກອນພາຫະນະທີ່ຈໍາເປັນ , ກະກຽມງົບປະມານ ເງິນແຮ, ບ້ວງເງິນສຸກເສີນ ແລະ ອື່ນໆ.


3. ກະກຽມສະຫຼຸບສັງລວມ ຜົນເສຍຫາ ເປັນໄລຍະ ຂໍ້ມູນໃຫ້ທ່ວງທັນໃນກອບເວລາ ບໍ່ໃຫ້ແກ່ຍາວ ເພື່ອເປັນຂໍ້ມູນຫຼັກຖານສະເໜີພາກສ່ວນກ່ຽວຂ້ອງຮັບຮູ້ໃຫ້ທັນເວລາ.
4. ສໍາລັບທິດທາງແກ້ໄຂສະເພາະໜ້າ - ໄລຍະຍາວ ກະຊວງ ຍທຂ ເອກະພາບ ນໍາບັນດາຄໍາຄິດເຫັນ ແລະ ຂໍ້ສະເນີຂອງ 2 ແຂວງ ໂດຍໃຫ້ກົມຂົວທາງເປັນເຈົ້າການປະສານງານ ເປີດກອງປະຊຸມ ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີຄວາມສະດວກວ່ອງໄວ ທັນເວລາ ແລະ ເນັ້ນຫຼາຍບັນຫາ ໃນການຮັບມີກັບສະພາບການປ່ຽນແປງດິນຟ້າອາກາດໃນລະດູຝົນນີ້.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250