Ministry News
ກອງປະຊຸມ ຄະນະປະສານງານດ້ານວິຊາການ ຄັ້ງທີ 1 ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືຶືອ ຢູ່ ສປປ ລາວ
ໃນຕອນເຊົ້າຂອງວັນທີ 04 ສິງຫາ 2026 ທີ່ໂຮງແຮມລາວພາຊາ ກົມເຄຫາ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ, ຈັດກອງປະຊຸມຄະນະປະສານງານດ້ານວິຊາການ ຄັ້ງທີ 1 ຂອງໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືຶືອ ຢູ່ ສປປ ລາວ. ໃຫ້ກຽດເປັນປະທານ ຂອງທ່ານ ປອ. ບຸນຕາ ອ່ອນນາວົງ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ມີຮອງຫົວໜ້າກົມຜູ້ຊີ້ນໍາໂຄງການ, ຮອງຫົວໜ້າສະຖາບັນ, ຮອງຫົວພະແນກ ຍທຂ ນະຄອນຫຼວງວຽງຈັນ, ຫົວໜ້າພະແນກ, ຮອງພະແນກໃນກະຊວງ ແລະ ທີ່ປຶກສາ - ຊ່ຽວຊານໂຄງການ ກໍ່ໃຫ້ກຽດເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈະໄດ້ຮັບຟັງການນໍາສະເໜີ ຂອງໂຄງການ ກ່ຽວກັບສະພາບລວມໂຄງການ, ການຈັດຕັ້ງປະຕິບັດກິດຈະກໍາໂຄງການ, ຄວາມຄືບໜ້າ ແລະ ແຜນຈັດຕັ້ງປະຕິບັດໂຄງການ ສໍາລັບອົງປະກອບ 2, ປະຈຳ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງເປັນການປຶກສາຫາລື ກ່ຽວກັບ ຂໍ້ສະເໜີ, ສິ່ງທ້າທາຍ ແລະ ການປະສານງານຂອງແຕ່ລະພາກສ່ວນ. ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການສາມາດດໍາເນີນໄປຢ່າງໂລ່ງລ່ຽນ ມີປະສິດທິພາບ, ສຳເລັດຕາມກໍານົດເວລາ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ (PWMP) ໄດ້ຮັບທຶນຈາກທະນາຄານໂລກ ໃນນີ້ມີເງິນຊ່ວຍເຫຼືອລ້າຈາກ PROBLUE ໄລຍະຈັດຕັ້ງປະຕິບັດ ແຕ່ປີ 2025-2031. ໃນການຈັດຕັ້ງປະຕິບັດໂຄງການແມ່ນມີ 2 ກະຊວງຫຼັກ ຄື: ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ. ຊຶ່ງກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ແລະ ເປັນຜູ້ຈັດຕັ້ງປະຕິບັດ ອົງປະກອບທີ 2 ຂອງໂຄງການ ຮ່ວມກັບນະຄອນຫຼວງວຽງຈັນ ໃນນີ້ ປະກອບມີ 2 ກິດຈະກໍາຫຼັກ ຄື: 1) ພັດທະນາ ແລະ ວາງແຜນຄຸ້ມຄອງສິ່ງເສດເຫຼືອ, ລວມທັງການຕິດຕາມ, ການບໍລິການ ແລະ ການເພີ່ມຂີດຄວາມສາມາດໃນການກຸ້ມຕົນເອງດ້ານງົບປະມານ-ການເງິນ; 2) ລົງທຶນໃສ່ ໂຄງລ່າງພື້ນຖານດ້ານການຄຸ້ມຄອງຂີ້ເຫຍື້ອ ແລະ ພລາສຕິກ.

ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ
ເປັນໜຶ່ງໃນໂຄງການປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 10
(2026-2030) ແລະ ແຜນພັດທະນາ 5 ປີ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ
ທີ່ວາງເປົ້າໝາຍກໍ່ສ້າງ-ປັບປຸງໂຄງລ່າງພື້ນຖານການຄຸ້ມຄອງສິ່ງເສດເຫຼືອ ແລະ
ສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ, ເປັນມິດກັບສິ່ງແວດລ້ອມ; ພ້ອມທັງສອດຄ່ອງກັບແຜນດຳເນີນງານແຫ່ງຊາດ
ກ່ຽວກັບ ການຄຸ້ມຄອງພລາສຕິກ (2024-2030), ຍຸດທະສາດ
ແລະ ແຜນດຳເນີນງານການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງນະຄອນຫຼວງວຽງຈັນ (2021-2030) ແລະ
ນອກຈາກນີ້ໂຄງການດັ່ງກ່າວ ຍັງນອນຢູ່ໃນແຜນຍຸດທະສາດການພັດທະນາຂອງກົມ
ເຄຫາ ແລະ ຜັງເມືອງ ຮອດປີ 2030. ໃນປັດຈຸບັນ ບັນຫາສິ່ງແວດລ້ອມທີ່ເກີດຂຶ້ນ ເປັນສິ່ງທີ່ພວກເຮົາທຸກຄົນບໍ່ອາດເບິ່ງຂ້າມໄດ້ ໂດຍສະເພາະບັນຫາການຄຸ້ມຄອງ ແລະ ບໍລິການເກັບມ້ຽນຂີ້ເຫຍື້ອໃນຕົວເມືອງ ຊຶ່ງເຫັນໄດ້ວ່າ ໄລຍະຜ່ານມາ ບັນຫາດັ່ງກ່າວເປັນບັນຫາຫຼັກທີ່ສັງຄົມໃຫ້ຄວາມສົນໃຈ ແລະ ເປັນຫ່ວງຕໍ່ບັນຫາດັ່ງກ່າວ. ເນື່ອງຈາກເປັນບັນຫາທີ່ຕິດພັນໂດຍກົງຕໍ່ຊີວິດການເປັນຢູ່ປະຊາຊົນ, ມີຜົນກະທົບໂດຍກົງຕໍ່ສະພາບແວດລ້ອມຕົວເມືອງ ແລະ ສັງຄົມ.

ສະນັ້ນ, ທ່ານຫົວໜ້າກົມຍັງໄດ້ເນັ້ນໜັກວ່າ
ໂຄງການນີ້ ຈະກາຍເປັນໂຄງການແບບຢ່າງ
ທີ່ຊ່ວຍເພີ່ມທະວີຄວາມເຂັ້ມແຂງໃນການຈັດການ-ຄຸ້ມຄອງສິ່ງເສດເຫຼືອ ແລະ ມົນລະພິດ, ວາງຮາກຖານພື້ນຖານໂຄງລ່າງ
ແລະ ນຳໃຊ້ເຕັກໂນໂລຊີທັນສະໄໝ ເພື່ອຍົກລະດັບການຄຸ້ມຄອງ, ຕິດຕາມ, ການ
ເຂົ້າເຖິງບໍລິການຈັດເກັບຂີ້ເຫຍື້ອ ໃຫ້ມີປະສິດທິພາບ-ປະສິດທິຜົນ ແລະ ຍືນຍົງ. ໂດຍສະເພາະເຮັດໃຫ້ຕົວເມືອງວຽງຈັນ ໜ້າຢູ່, ມີຄວາມສະອາດ ແລະ ສວຍງາມ. ນອກຈາກນີ້, ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ ສາມາດດໍາເນີນໄປຢ່າງໂລ່ງລ່ຽນ ມີປະສິດທິພາບ, ສຳເລັດຕາມກໍານົດເວລາ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.
