Ministry News

ຮອງລັດຖະມົນຕີກະຊວງ ຍທຂ ລົງຕິດຕາມຊຸກຍູ້ການກໍ່ສ້າງຂົວຂ້າມນໍ້າເຊໂດນ

2026-07-23 - Xaiya

ທ່ານ ວັນທອງ ບຸດຕະນະວົງ ຮອງລັດຖະມົນຕີກະຊວງ ຍທຂ ລົງຕິດຕາມຊຸກຍູ້ການກໍ່ສ້າງຂົວຂ້າມນໍ້າເຊໂດນ

         ວັນທີ 23 ກໍລະກົດ 2026 ທ່ານ ວັນທອງ ບຸດຕະນະວົງ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການພັດທະນາພື້ນຖານໂຄງລ່າງ ໂດຍສະເພາະໂຄງການກໍ່ສ້າງຂົວຂ້າມນໍ້າເຊໂດນ ເຂດບ້ານບົວລະພາ - ບ້ານປາກເຊືອກ - ນາຮັງ ເມືອງຄົງເຊໂດນ ແຂວງສາລະວັນ. ການລົງເຄື່ອນໄຫວຄັ້ງນີ້, ມີການນໍາຂັ້ນເມືອງ, ພະແນກ ຍທຂແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ ແລະ ນໍາພາລົງກວດກາຕົວຈິງ. ຂົວມີລວງຍາວ 210 ແມັດ, ກວ້າງ 12 ແມັດ.

        ປັດຈຸບັນໄດ້ສໍາເລັດແລ້ວຫຼາຍໜ້າວຽກເປັນການເທເບຕົງພື້ນຂົວ, ສ້າງກັນເຈື່ອນ ແລະ ຕິດຕັ້ງຮາວພະນັກຂົວແລ້ວ. ວຽກງານເສັ້ນທາງເຊື່ອມຕໍ່: ເທທາງເປຕົງເຂົ້າຫາສົ້ນຂົວທັງສອງເບື້ອງ (ເບື້ອງລະ 30 ແມັດ, ກວ້າງ 12 ແມັດ). ສ້າງເສັ້ນທາງປູຢາງສອງຊັ້ນ ເຊື່ອມຕໍ່ໃສ່ເສັ້ນທາງເລກທີ 13 ໃຕ້ ເຂົ້າສູ່ຈຸດເມືອງຄົງເຊໂດນ (ລວງຍາວ 1.500 ແມັດ, ກວ້າງ 9 ແມັດ). ກໍ່ສ້າງທໍ່ລອດທາງ ຈຳນວນ 5 ແຫ່ງ. ລວມລວງຍາວທັງໝົດຂອງເສັ້ນທາງປະມານ 1.800 ແມັດ ແລະ ຕົວຂົວ 210 ແມັດ. ນອກຈາກນີ້, ຍັງມີ   ໜ້າວຽກບາງສ່ວນທີ່ກຳລັງເລັ່ງສຸມໃສ່ປະຕິບັດ ເພື່ອໃຫ້ສໍາເລັດສົມບູນ ແລະ ກຽມຄວາມພ້ອມເປີດນໍາໃຊ້ຢ່າງເປັນທາງການໃນໄວໆນີ້.

ຂົວ ແລະ ເສັ້ນທາງ ດັ່ງກ່າວ ເມື່ອສຳເລັດສົມບູນ ຈະເປັນກົນໄກສຳຄັນໃນການກະຕຸ້ນເສດຖະກິດ-ສັງຄົມ ໂດຍຈະຊ່ວຍ ອຳນວຍຄວາມສະດວກໃຫ້ກັບພໍ່ແມ່ປະຊາຊົນໃນການສັນຈອນໄປມາດ້ວຍຄວາມວ່ອງໄວ ແລະ ປອດໄພ. ເປັນເສັ້ນທາງເຊື່ອມຈອດການຄ້າ, ແລກປ່ຽນການຊື້-ຂາຍສິນຄ້າ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງ.

ສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ການລົງທຶນ ແລະ ການພັດທະນາແບບຍືນຍົງຂອງທ້ອງຖິ່ນໃນອະນາຄົດ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250