Ministry News
ລັດຖະມົນຕີ ກະຊວງ ຍທຂ ເຂົ້າພົບປະຫາລື ກັບ ເລຂາຄະນະບໍລິຫານງານພັກແຂວງສາລະວັນ
ໃນວັນທີ 24 ກໍລະກົດ 2026 ທີ່ຫ້ອງວ່າການປົກຄອງແຂວງສາລະວັນ
ທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການ ເຂົ້າຮ່ວມຫາລືແຜນພັດທະນາພື້ນຖານໂຄງລ່າງ
ໃຫ້ກຽດຕ້ອນຮັບຂອງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ.
ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກແຂວງສາລະວັນ
ໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈຕໍ່ທ່ານ ທ່ານເຫຼັກໄຫຼ ສີວິໄລ ພ້ອມຄະນະ ທີ່ລົງມາຢ້ຽມຢາມ
ແລະ ເຮັດວຽກຢູ່ແຂວງສາລະວັນ ເພື່ອຕິດຕາມການຊຸກຍູ້ວຽກງານ ພັດທະນາໂຄງລ່າງພື້ນຖານ, ຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ພ້ອມທັງແລກປ່ຽນ ຫຼາຍບັນຫາສໍາຄັນ ຂອງແຂວງສາລະວັນ
ເພື່ອເຮັດໃຫ້ພື້ນຖານໂຄງລ່າງໄດ້ຮັບການປັບປຸງຍົກລະດັບຢ່າງຕໍ່ເນື່ອງ, ໂດຍສະເພາະການປັບປຸງ ຍົກລະດັບເສັ້ນທາງເລກທີ15 ແຕ່ສາມແຍກທາງຫຼວງແຫ່ງຊາດ 13 ໃຕ້
ຫາ ສາລະວັນ,
ຂົວຂ້າມນໍ້າເຊໂດນ, ການແກ້ໄຂບັນຫາ ກໍານົດແລວທາງຫຼວງແຫ່ງຊາດ, ການແກ້ໄຂປະກົດການຫຍໍ້ທໍ້ທີ່ຕິດພັນກັບຂະແໜງ ຍທຂ, ການປັບປຸງຜັງເມືອງຂອງແຂວງ.
ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ
ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໂດຍສັງເຂບ ການເຄື່ອນໄຫວເຮັດວຽກຢູ່ແຂວງສາລະວັນຄັ້ງນີ້, ພ້ອມນັ້ນ ຍັງໄດ້ປຶກສາຫາລືແຜນການປັບປຸງ ແລະ ຍົກລະດັບເສັ້ນທາງພາຍໃນແຂວງສາລະວັນ, ການສ້າງກອງສ້ອມແປງທາງ, ການຄຸ້ມຄອງວຽກງານເຄຫາ-ຜັງເມືອງ, ການແກ້ໄຂບັນຫານໍ້າປະປາ, ການຄຸ້ມຄອງຂົນສົ່ງໂດຍສານ, ສິນຄ້າ, ຄຸ້ມຄອງພາຫະນະ, ກວດກາເຕັກນິກລົດ, ກວດຄືນໂຊເຟີລົດ, ເພື່ອຄວາມປອດໄພຂອງຜູ້ໂດຍສານ, ການຄຸ້ມຄອງນໍ້າໜັກລົດ ເພື່ອຮັກສາເສັ້ນທາງ ແລະ ວຽກງານອື່ນໆ. ນອກນັ້ນສອງຝ່າຍໄດ້ຍົກບັນຫາຄວາມພ້ອມໃນການສ້າງຂົວມິດຕະພາບລາວ-ໄທແຫ່ງທີ
6, ການຈັດລຽງບູລິມະສິດ ໃນການກໍານົດໂຄງການເປົ້າໝາຍ ເພື່ອຈັດຕັ້ງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມທຸກຍາກ
ໂດຍກໍານົດເອົາການກໍ່ສ້າງ ແລະ ປັບປຸງເສັ້ນທາງແຂວງຫາແຂວງ ແລະ ແຂວງຫາເມືອງ ລວມທັງເມືອງຫາເຂດຈຸດສຸມເປົ້າໝາຍພາຍໃນແຂວງສາລະວັນ.