Ministry News

ລັດຖະມົນຕີກະຊວງ ຍທຂ ໂອ້ລົມການນໍາ ພະແນກ ຍທຂ ແຂວງຫຼວງນໍ້າທາ

2026-07-17 - Xaiya


ໃນວັນທີ 17 ກໍລະກົດ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຄື່ອນໄຫວ ເຮັດວຽກຢູ່ແຂວງ ຫຼວງນໍ້າທາ ໄດ້ເຂົ້າພົບປະການນໍາແຂວງ ແລະ ໄດ້ເຮັດວຽກຢູ່ພະແນກ ຍທຂ ແຂວງ  ແລະ ໂອລົມໃຫ້ທິດຊີ້ນໍາຫຼາຍບັນຫາ ເອົາໃຈໃສ່ຍົກສູງບົດບາດໜ້າທີ່ການເມືອງຂອງຕົນ ປະຕິບັດວຽກງານວິຊາສະເພາະ ຮັບປະກັນ ພື້ນຖານໂຄງລ່າງໄດ້ຮັບການປັບປຸງຂຶ້ນເທື່ອລະກ້າວ.


 ທ່ານ ອານຸສອນ ມະນີສຸກ ຫົວໜ້າພະແນກ ຍທຂ ແຂວງແຂວງຫຼວງນໍ້າທາ ໄດ້ກ່ອນຕ້ອນຮັບ ພ້ອມທັງໄດ້ລາຍງານສະເພາະການຈັດຕັ້ງປະຕິວັດວຽກງານ ຍທຂ ແຂວງ ເຊີ່ງແຂວງຫຼວງນໍ້າທາມີເສັ້ນທາງທັງໝົດ463 ເສັ້ນ ສາມາດໄປເຖິງບັນດາບ້ານທົ່ວແຂວງ 351 ບ້ານ, ເສັ້ນທາງທຽວໄດ້ລະດູດຽວ 143 ເສັ້ນ, ມີ 93 ບ້ານ, ທຽວໄດ້ 2 ລະດູ 320 ເສັ້ນ, 258 ບ້ານ , ມີບໍລິສັດສົ່ງສິນຄ້າທາງບົກ ຂາອອກ - ຂາເຂົ້າ 4 ບໍລິສັດ ແລະ ບໍລິສັດຂົນສົ່ງສີນຄ້າພາຍໃນ ລະ ຫວ່າງປະເທດ 25 ບໍລິສັດ , ມີບໍລິສັດຂົນສົ່ງໂດຍສານ 3 ບໍລິສັດ ມີສະມາຄົມລົດໂດຍສານ 7 ສະມາຄົມ, ມີສະຫະກອນຂົນສົ່ງສິນຄ້າ 1 ສະຫະກອນ , ມີສາຍທາງຂົນສົ່ງໂດຍສານທາງບົກທັງໝົດ 22 ສາຍທາງ, ແຂວງໄດ້ຂຶ້ນທະບຽນລົດທັງໝົດ 71,161 ຄັນ , ອອກໃບຂັບຂີ່ 19,366 ໃບ, ແຂວງຫຼວງນໍ້າທາມີໝໍ້ແທກນໍ້າທັງໝົດ 18,198 ໜ່ວຍ ມີລະບົບໂຮງງານ 9 ໂຮງງານ ສາມາດຜະລິດນໍ້າໄດ້ 15,780 ແມັດກ້ອນຕໍ່ວັນ ແລະໃນແຕ່ລະວຽກງານແມ່ນໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ.


 ພາຍຫຼັງການຮັບຟັງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ທາງພະແນກ ຍທຂ ຍາດມາໄດ້ໃນໄລຍະຜ່ານມາ ແລະ ທ່ານກໍໄດ້ເນັ້ນໜັກໃຫ້ຄະນະພັກຄະນະພະແນກກໍຄືພະນັກງານພາຍໃນ, ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານມີແນວຄິດອຸ່ນອຽງທຸ່ນທ່ຽງ, ວຽກງານກວດກາ ໃຫ້ເປັນປົກກະຕິ, ວຽກງານພັກ, ພະນັກງານ, ວຽກບຸກຄະລາກອນ, ການຄຸ້ມຄອງເສັ້ນທາງ, ໜ່ວຍງານສ້ອມແປງ, ກວດກາຄືນຫົວໜ່ວຍລາຄາໃນການກໍ່ສ້າງ, ການຄຸ້ມຄອງພາຫະນະ, ລົດໂດຍສານ, ໂຊເຟີລົດໂດຍສານ, ວຽກງານເຄຫາຜັງເມືອງ, ນໍ້າປະປາ, ວຽກງານຕ້ານຕາຝັ່ງເຈື່ອນ, ຄຸ້ມຄອງການດູດຫີນດູດຊາຍ, ການເດີນເຮືອ, ສືບຕໍ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຂັ້ນເທີງມອບໝາຍໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ສືບຕໍ່ແກ້ໄຂບັນຫາໃນການຮ່ວມມືຢ່າງໃກ້ຊິດກັບ ບໍລິສັດ ທາງລົດໄຟ ລາວ - ຈີນ ແລະ ອົງການປົກຄອງແຂວງ ເພື່ອຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂບັນຫາເຕັກນິກ ແລະ ຄວາມປອດໄພໃຫ້ສໍາເລັດໂດຍໄວ, ເພີ່ມທະວີການຄຸ້ມຄອງແລວທາງລົດໄຟ ແລະ ເຜີຍແຜ່ລະບຽບການໃຫ້ປະຊາຊົນໃນພື້ນທີ່ໄດ້ຮັບຊາບ ແລະ ປະຕິບັດຕາມຢ່າງເຂັ້ມງວດ ເພື່ອຄວາມປອດໄພສູງສຸດ ໃນການເດີນລົດໄຟ. ທັ່ງນີ້ ເພື່ອເປັນການ ກະກຽມສະເຫຼີມສະຫຼອງຜົນສໍາເລັດການເປີດນໍາໃຊ້ທາງລົດໄຟຄົບຮອບ 5 ປີ ແລະ ວັນສ້າງຕັ້ງກະຊວງ ຍທຂ ຄົບຮອບ 75 ປີ ໃຫ້ມີຄວາມໝາຍຄວາມສຳຄັນ. 


ພາຍຫຼັງໂອລົມແລ້ວ ການນໍາກະຊວງ ຍທຂ ກໍ່ໄດ້ນໍາເອົາ ຄອມພິວເຕີໂນດບຸກ ຈໍານວນ 2 ໜ່ວຍມອບໃຫ້ ພະແນກ ຍທຂ ແຂວງ ເພື່ອນໍາໃຊ້ເຂົ້າໃນວຽກງານຕື່ມອີກ. 
ແລະ ກໍ່ໄດ້ລົງຕິດຕາມສະພາບເສັ້ນທາງຫຼວງແຫ່ງຊາດ R3, ເບິ່ງຈຸດທີ່ເປ້ເພເສຍຫາຍ, ເບິ່ງສະພາບຂົວພາຍໃນແຂວງຫຼວງນໍ້າທາຕື້ມ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250