Ministry News

ກອງປະຊຸມລຸລ່ວງແກ້ໄຂບັນຫາການບຸກລຸກຕາມແລວທາງລົດໄຟ ລາວ-ຈີນ

2026-07-16 - Xaiya


ໃນວັນທີ 16 ກໍລະກົດ 2026 ຄະນະນໍາກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດທາງລົດໄຟ ລາວ-ຈີນ, ລົງສໍາຫຼວດກວດກາ ແລະ ເປີດກອງປະຊຸມປືກສາຫາລືກ່ຽວກັບການບຸກລຸກຕາມແລວທາງລົດໄຟ ລາວ-ຈີນ, ໂດຍໃຫ້ກຽດເປັນປະທານຮ່ວມ ຂອງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ພູນແກ້ວ ເລົາອີນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງນໍ້າທາ, ທ່ານ ພົຈວ ອານຸເດດ ຄູນຄໍາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ, ທ່ານ ພັອ ກົງສີ ສຸວັນນະຕຸ້ມ, ທ່ານ ຈັນທະລາ ພິມມະຈັກ ຫົວໜ້າກົມຂົນສົ່ງ, ທ່ານ ຈັນທອນ ໄຊຍະກອນ ຫົວໜ້າກົມທາງລົດໄຟ, ທ່ານ ບຸນມາ ຫຼວງບັນດິດ ຫົວໜ້າກົມຈັດຕັ້ງ, ທ່ານ ອານຸສອນ ມະນີສຸກ ຫົວໜ້າພະແນກ ຍທຂ ແຂວງຫຼວງນໍ້າທາ ແລະ ທ່ານ ລຸ ຫາຍໂຈ ອໍານວນການ ບໍລິສັດທາງລົດໄຟລາວ-ຈີນຈໍາກັດ, ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອໍານວນການ ພ້ອມດ້ວຍຄະນະ ແລະ ຮອງກົມທີ່ກ່ຽວຂ້ອງກໍ່ໃຫ້ກຽດເຂົ້າຮ່ວມ. 


ການລົງເຄື່ອນໄຫວໃນຄັ້ງນີ້ໃຫ້ກຽດຕ້ອນຮັບ ແລະ ນໍາພາຄະນະລົງເຮັດວຽກຢູ່ ດ່ານສາກົນບໍ່ເຕັນ ໂດຍທ່ານ  ພູນແກ້ວ ເລົາອີນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງນໍ້າທາ ແລະ ໄດ້ລາຍງານເຖີງບັນຫາ ການບຸກລຸກຕາມແລວທາງລົດໄຟ ລາວ-ຈີນ, ບັນຫາການກໍ່ສ້າງ ແລະ ກິດຈະການກວມເອົາເຂດສະຫງວນຂອງທາງລົດໄຟລາວ-ຈີນ ສໍາລັບພື້ນທີ່ເຂດສະຫງວນນັບແຕ່ໃຈກາງທາງລົດໄຟ ຫ່າງອອກໄປທັງ 2 ເບື້ອງຟາກລະ 50 ແມັດ.


ໃນໂອກາດດັ່ງກ່າວໄດ້ລົງຕິດຕາມ ການບຸກເບີກເນື້ອທີ່ດີນ, ຂຸດດິນຖົມຢູ່ກ້ອງຂົວໂຮງງານເກືອບໍ່ເຕັນ ເພື່ອເຮັດເປັນບ່ອນຈອດລົດ, ພ້ອມນັ້ນໄດ້ລົງຕິດຕາມ ບັນຫາການຈົກດິນຢູ່ທາງເທິງອຸມົງມິດຕະພາບລາວ-ຈີນ ເຊິ່ງມີນໍ້າຂັງ ອາດຈະກະທົບຕໍ່ອຸມົງໃນໄລຍະຍາວ ເພາະຢູ່ລຸ່ມແມ່ນຊັ້ນຫີນເກືອ ຖ້າຫາກມີນໍ້າຊື່ມລົງໄປອາດສົ່ງຜົນກະທົບຕໍ່ໂຄງສ້າງຂອງອຸມົງ ແລະ ທາງລົດໄຟລາວ-ຈີນ.


ໂອກາດດັ່ງກ່າວ ຕ່າງໜ້າ ບໍລິສັດທາງລົດໄຟລາວຈີນຈໍາກັດ ໄດ້ນໍາພາຄະນະລົງຕິດຕາມຕົວຈິງຢູ່ພາກສະໜາມ ລາຍງານສະພາບລວມຜົນກະທົບໃນປັດຈຸບັນ ແລະ ປະກອບຄໍາເຫັນຈາກຄະນະກໍາມະການປົກຄອງແຂວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນຄວາມສະຫງົບ, ບໍລິສັດທາງລົດໄຟລາວຈີນ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕັນ ເພື່ອພ້ອມກັນສະຫຼຸບ ແລະ ເອກະພາບກັນໃນການຈັດຕັ້ງປະຕິບັດຮ່ວມກັນ ເພື່ອແກ້ໄຂບັນຫາຜົນກະທົບທີ່ເກີດຂຶ້ນໃນຕໍ່ໜ້າ.

ພາຍຫຼັງການຮັບຟັງ ການປະກອບຄໍາເຫັນ  ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ມີຄວາມເປັນເອກະພາບຕໍ່ບັນດາຂໍ້ສະເໜີ ແລະ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງເສັ້ນທາງລົດໄຟ ລາວ-ຈີນ ແມ່ນສັນຍາລັກຂອງການພັດທະນາ ໃນຍຸກໃໝ່ ເສັ້ນທາງລົດໄຟແມ່ນເປັນຊັບສິນລວມຂອງຊາດ, ເປັນສັນຍາລັກການຮ່ວມມືຂອງ 2 ປະເທດລາວ-ຈິນ ສະນັ້ນ ເພື່ອປົກປັກຮັກສາ ການນໍາກະຊວງ ຍທຂ ແລະ ບໍລິສັດ ລົດໄຟລາວ-ຈີນກໍາລັງສຸມໃສ່ເພື່ອກະກຽມສະເຫຼີມສະຫຼອງຄົບຮອບ 5 ປີ ໃນການນໍາໃຊ້ລົດໄຟລາວ-ຈີນ ສະນັ້ນ ຮຽກຮ້ອງໃຫ້ທຸກພາກສ່ວນ ທັງກົມກ່ຽວຂ້ອງກະຊວງ ຍທຂ, ອໍານາດການປົກຄອງແຂວງ, ລັດວິສາຫະກິດທາງລົດໄຟ, ບໍລິສັດ ແມ່ນໃຫ້ປະສານງານກັບກົມກ່ຽວຂ້ອງໃນການແກ້ໄຂໃຫ້ຂາດຕົວ, ພ້ອມນັ້ນໃຫ້ເອົາໃຈໃສ່ປະຕິບັດລະບຽບກົດໝາຍ, ກໍານົດຈຸດແລວທາງລົດໄຟປັກເຂດແລວໃຫ້ຊັດເຈນ ພ້ອມທັງສ້າງຄວາມເຂົ້າໃຈເຜີຍແຜ່ລະບຽບການໃຫ້ປະຊາຊົນ, ຜູ້ປະກອບການທຸລະກິດ ໃຫ້ເຂົ້າໃຈ ເຂດແລວລົດໄຟ ເພື່ອຫຼີກລ້ຽງການລະເມີດ ແລະ ບຸກລຸກເຂດສະຫງວນທາງລົດໄຟອີກ. ພ້ອມນັ້ນ ເຈົ້າໜ້າທີ່ຕໍາຫຼວດລົດໄຟ ໃຫ້ເອົາໃຈໃສ່ປະສານງານກັບຂະແໜງການກ່ຽວຂ້ອງ ລົງກວດກາລາດຕະເວນ ຖ້າເຫັນການລະເມີດແມ່ນໃຫ້ແກ້ໄຂ ແລະ ປະຕິບັດລະບຽບແຕ່ຫົວທີ່. ສໍາລັບອຸມົງ ແລວທາງລົດໄຟ ບໍ່ສະເພາະແຕ່ຈຸດທີ່ມີບັນຫາໃນຄັ້ງນີ້ ສະເໜີ ບໍລິສັດ ເອົາໃຈໃສ່ຄຸ້ມຄອງ ກໍານົດ ເຂດລະອຽດມີຫຼັກໝາຍທີ່ຊັດເຈນ ຕະຫຼອດເສັ້ນທາງ ເພື່ອຮັບປະກັນ ບໍ່ໃຫ້ມີຜູ້ດໍາເນີນກິດຈະການໃດໆທີ່ີສົ່ງຜົນກະທົບຕໍ່ແລວທາງລົດໄຟລາວ-ຈີນໄດ້ອີກ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250