Ministry News
ຍທຂ ເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII
ກະຊວງໂຍທາທິການ ແລະ ຂົນສົ່ງ
ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ຂຶ້ນໃນວັນທີ 10 ກໍລະກົດ 2026 ໂດຍເປັນກຽດເຂົ້າຮ່ວມ ແລະ
ເປັນປະທານ ຂອງສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ
ລັດຖະມົນຕີກະຊວງ ຍທຂ; ມີບັນດາສະຫາຍຄະນະປະຈໍາພັກ, ກໍາມະການພັກກະຊວງ, ຄະນະພັກຮາກຖານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມຈະໄດ້ພ້ອມກັນຮັບຟັງເອກະສານ
ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII; ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ເລກທີ 303/ຄຈສພ, ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ
ສະໄໝທີ XII
ແລະ ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3
ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XII. ໂດຍໃຫ້ກຽດເຜີຍແຜ່ເອກະສານ ຂອງ ສະຫາຍ ວັນທອງ ບຸດຕະນະວົງ ກໍາມະການປະຈໍາພັກ, ຮອງລັດຖະມົນຕີກະຊວງ ຍທຂ ໄດ້ຍົກໃຫ້ເຫັນກົດລະບຽບພັກປະຊາຊົນ
ປະຕິວັດລາວ ສະໄໝທີ XII
ແມ່ນກົດໝາຍພື້ນຖານທີ່ກຳນົດຫລັກການ, ສິດ, ໜ້າທີ່ ແລະ ລະບຽບວິໄນຂອງສະມາຊິກພັກ ແລະ ເພື່ອເປັນການແນະນຳ, ອະທິບາຍບາງເນື້ອໃນ, ຄຳສັບ ແລະ ບາງປະໂຫຍກຄຳເວົ້າ
ທີ່ກຳນົດຢູ່ໃນກົດລະບຽບພັກໃຫ້ຈະແຈ້ງ, ເຂົ້າໃຈງ່າຍ ເຮັດໃຫ້ຄະນະພັກ, ສະມາຊິກພັກກຳແໜ້ນ, ຮັບຮູ້ເຂົ້າໃຈເລິກເຊິ່ງ, ເປັນເຈົ້າການເຄົາລົບ ແລະ ປະຕິບັດກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຢ່າງເຂັ້ມງວດ; ເພື່ອຮັບປະກັນໃຫ້ກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ເປັນບ່ອນອີງໃຫ້ຄະນະບໍລິຫານງານພັກ ແຕ່ລະຂັ້ນ
ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ນຳພາການຈັດຕັ້ງປະຕິບັດ ຢ່າງເປັນເຈົ້າການ, ຖືກ ຕ້ອງ, ຄົບຖ້ວນ,
ເປັນ ເອກະພາບໃນທົ່ວພັກ ແລະ ທັນເວລາທີ່ກຳນົດໄວ້
ທັງແນໃສ່ເຮັດໃຫ້ສະມາຊິພັກ, ພະນັກງານ ໃນທົ່ວກະຊວງ ຍທຂ ໄດ້ຮັບຮູ້, ເຂົ້າໃຈເປັນເອກະພາບ, ກຳແໜ້ນໃຫ້ເລິກເຊິ່ງ ແລະ ມີສະຕິຕື່ນຕົວສູງກວ່າເກົ່າ, ພ້ອມທັງນຳໄປຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ, ຄົບຖ້ວນ, ເຂັ້ມງວດ ແລະ ມີຄວາມເປັນເອກະພາບ ໃນທົ່ວກະຊວງ ຍທຂ ເພື່ອພ້ອມ
ກັນດຳເນີນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ.
ໃນໂອກາດນີ້ ສະຫາຍ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວໃນຕອນທ້າຍກອງປະຊຸມວ່າ: ຜ່ານການຮັບຟັງການປະກອບຄຳເຫັນ ຂອງບັນດາສະຫາຍທັງໝົດນັ້ນ, ສາມາດສະຫລຸບຕີລາຄາໄດ້ວ່າຄຳເຫັນທັງໝົດນັ້ນ ແມ່ນໄດ້ສ່ອງແສງໃຫ້ເຫັນດ້ານດີຕັ້ງໜ້າ ແລະ ຈຸດອ່ອນຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ຄົ້ນຄວ້າແກ້ໄຂ, ໂດຍສະເພາະແມ່ນບັນຫາທີ່ເປັນໃຈກາງຕົ້ນຕໍ ດັ່ງນີ້:
1. ເພີ່ມທະວີເອົາໃຈໃສ່ວຽກງານການເມືອງ-ແນວຄິດ
ໃຫ້ແຂງແຮງຂຶ້ນຕື່ມ,
ຄະນະບໍລິຫານງານພັກກະຊວງ, ຄະນະພັກບັນດາຮາກຖານ ຕ້ອງຖືເປັນຄວາມຮັບຜິດຊອບຂອງຕົນ
ໃນການສຶກສາອົບຮົມພະນັກງານ, ສະມາຊິກພັກໃຫ້ເລິກເຊິ່ງ ແລະ ແທດເຖິງເປັນປະຈຳແຕ່ລະເປົ້າໝາຍ
ທັງໝົດນັ້ນແມ່ນຄວາມສາມັກຄີເປັນເອກະພາບພາຍໃນພັກ ໃຫ້ແໜ້ນແຟ້ນ ແລະ ໜັກແໜ້ນ.
2. ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງພັກຕາມ 5 ຫຼັກການ ແລະ 3 ທິດນໍາ ຢ່າງເຂັ້ມງວດ ດ້ວຍການເພີ່ມທະວີວຽກງານກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ສຳເລັດຕາມຄາດ ໝາຍ ແລະ ຄໍາແນະນໍາ ທີ່ໄດ້ກໍານົດໄວ້.
3. ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ແບບແຜນວິທີນຳພາຂອງຄະນະພັກ ໃນນີ້ຕ້ອງພ້ອມກັນບຸກທະລຸຢ່າງຕັ້ງໜ້າ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ, ປະຕິບັດລະບອບປຶກສາຫາລືເປັນໜູ່ຄະນະ, ແບ່ງຄວາມຮັບຜິດຊອບບຸກຄົນ ຕິດພັນກັບການມອບສິດຕົກລົງໃຫ້ຈະແຈ້ງ, ຂາດຕົວ; ປະຕິບັດລະບອບສ່ອງແສງລາຍງານ ໃຫ້ເປັນປົກກະຕິ; ເຊີດຊູຄວາມເປັນແບບຢ່າງນຳໜ້າທີ່ດີ ຂອງສະມາຊິກພັກ ແລະ ພະນັກງານນໍາພາ.
4. ບັນດາສະຫາຍຄະນະບໍລິຫານງານພັກກະຊວງ, ຄະນະພັກບັນດາຮາກຖານ ຕ້ອງເພີ່ມທະວີຄວາມເປັນເຈົ້າການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍມະຕິ, ຄຳແນະນຳຕ່າງໆ ຂອງພັກ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ຢູ່ບັນດາຮາກຖານພັກ ໃຫ້ເປັນປະຈໍາ ແທດເຖິງຕົວຈິງ ແລະ ທັນເວລາ ຕາມຂອບເຂດຄວາມຮັບຜິດຊອບຊີ້ນຳຂອງຕົນ ທີ່ຖືກມອບໝາຍ.
5. ໃຫ້ຄະນະບັນດາຮາກຖານຖືເອົາກົດລະບຽບຂອງພັກ ສະໄໝທີ XII ຂອງພັກ ເປັນຄູ່ມືໃນການຈັດຕັ້ງປະຕິບັດວຽກງານຂອງພັກ ຕາມໜ້າທີ່ ແລະ ສິດ ຂອງໜ່ວຍພັກຮາກຖານ.
6.
ໃຫ້ຄະນະພັກບັນດາຮາກຖານໃຫ້ສືບຕໍ່ນໍາໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມໃຫ້ສະມາຊິກພັກ
ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບກົດລະບຽບຂອງພັກ, ພ້ອມທັງເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.