Ministry News
ຍທຂ ເປີດສູນກວດກາມາດຕະຖານເຕັກນິກ ການລົດໄຟ ແຫ່ງ ສປປ ລາວ
ໃນວັນທີ 09 ກໍລະກົດ 2026 ກົມທາງລົດໄຟ
ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ເປີດສູນກວດກາມາດຕະຖານເຕັກນິກ ການລົດໄຟ ແຫ່ງ ສປປ
ລາວ ໃຫ້ກຽດເຂົ້າຮ່ວມພິທີເປີດໂດຍ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ
ແລະ ຂົນສົ່ງ, ທ່ານ ຈັນທອນ ໄຊຍະກອນ
ຫົວໜ້າກົມທາງລົດໄຟ, ທ່ານ ບຸນມາ ຫຼວງບັນດິດ ຫົວໜ້າກົມຈັດຕັ້ງ, ທ່ານ ປອ ວຽງນາມ
ວົງພະຈັນ ຫົວໜ້າກົມ ນໍ້າປະປາ, ທ່ານ ເອກອັກຄະທູດ ຈີນ ປະຈໍາ ສປປລາວ, ທ່ານ Zhu Minhao ຄະນະບໍດີ ສະຖາບັນເຕັກໂນໂລຊີຄວາມປອດໄພຄົມມະນາຄົມ
ມະຫາວິທະຍາໄລ ຄົມມະນາຄົມຕາເວັນຕົກສຽງໃຕ້ ເສີງຕູ ແຂວງ ເສສວນ ສປ ຈີນ, ທ່ານ ຜູ້ອຳນວຍການໃຫ່ຍ ມະຫາວິທະຍາໄລ ແຫ່ງຊາດ ແລະ
ແຂກທີ່ຖືກເຊີນ ກໍ່ໃຫ້ກຽດເຂົ້າຮ່ວມ
ທ່ານ ຈັນທອນ ໄຊຍະກອນ ໜ້າກົມທາງລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານຫຍໍ້
ຄວາມເປັນມາ ແລະ ຄວາມສໍາຄັນ ໃນການສ້າງຕັ້ງສູນກວດກາມາດຕະຖານເຕັກນິກ ການລົດໄຟ ແຫ່ງ
ສປປ ລາວ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສັ້ນທາງລົດໄຟ ແລະ ຮັບປະກັນທາງດ້ານມາດຕະຖານເຕັກນິກວຽກງານການລົດໄຟ,
ກົມທາງລົດໄຟ
ກະຊວງໂຍທາທິການ ແລະ ຂົນສົ່ງ, ຂອງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີຄົມມະນາຄົມ
ມະຫາວິທະຍາໄລ ຄົມມະນາຄົມ ຕາເວັນຕົກສ່ຽງໃຕ້ ເສິງຕູ ແຂວງ ເສສວນ ຂອງ ສປ ຈີນ ແມ່ນໄດ້ລົງນາມເຊັນບົດບັນທຶກການຮ່ວມມື
ວ່າດ້ວຍ ການສ້າງຕັ້ງສູນກວດກາມາດຕະຖານເຕັກນິກ ການລົດໄຟ ຂອງ ສປປ ລາວ ໃນວັນທີ 18
ສິງຫາ 2025, ຕາມຂໍ້ຕົກລົງຂອງລັດຖະມົນຕີ ສະບັບເລກທີ 93/ຍທຂ, ລົງວັນທີ 08 ມັງກອນ
2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສ້າງຕັ້ງສູນກວດກາມາດຕະຖານເຕັກນິກ ການລົດໄຟ
ສປປ ລາວ, ໂດຍປະຕິບັດຕາມກອບການຮ່ວມມືຂອງທັງສອງຝາຍໄດ້ເອົາໃຈໃສ່ປະສານງານຊຶ່ງກັນ ແລະ
ກັນ ເພື່ອກຳນົດຮູບແບບ, ຂອບເຂດ ແລະ ຄວາມຮັບຜິດຊອບຂອງແຕ່ລະຝາຍ
ໃນການສ້າງຕັ້ງສູນກວດກາມາດຕະຖານເຕັກນິກການລົດໄຟ ແຫ່ງນີ້; ຊຶ່ງ ກົມທາງລົດໄຟ ກະຊວງ
ຍທຂ ໄດ້ປະກອບສວນ ອາຄານ 2 ຫຼັງ ຂະໜາດ 25x16 ແມັດ ແລະ ຂະໜາດ
20x12.5 ແມັດ, ຝ່າຍມະຫາວິທະຍາໄລ ຈ້ຽວຕົງ ຕາເວັນຕົກສຽງໃຕ້
ເສິງຕູ ເປັນຜູ້ສະໜອງອຸປະກອນ ເຄືອງຈັກຕ່າງໆ ໃນການນໍຳຂົ້າມາໃຊ້ໃນສູນແຫ່ງນີ້
ໃຫ້ຄົບຖ້ວນ, ພ້ອມນັ້ນຍັງໄດ້ຮ່ວມກັນ ກໍ່ສ້າງປັບປຸງອາຄານ ແລະ ຕິດຕັ້ງອຸປະກອນ
ເຄືອງຈັກ ຈົນສຳເລັດໃນ ວັນທີ 11 ມິຖຸນາ 2026. ສູນກວດກາມາດຕະຖານເຕັກການລົດໄຟ
ຂອງສປປ ລາວ ເປັນສູນໜຶ່ງທີ່ມີຄວາມສຳຄັນໃນການປະກອບສວນເຂົ້າໃນການພັດທະນາພື້ນຖານໂຄງລາງທາງລົດໄຟ,
ການດໍາເນີນງານການຂົນສົ່ງ ແລະ ການຄຸ້ມຄອງ ການບໍຳລຸງຮັກສາທາງລົດໄຟ ຢູ່ໃນ ສປປ ລາວ.
ເພື່ອເຮັດໃຫ້ວຽກງານດັ່ງກ່າວນີ້ ຮັບປະກັນທາງດ້ານຄຸນນະພາບ
ຖື້ກຕ້ອງຕາມມາດຕະຖານເຕັກນິກ ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງໄດ້ມີການກວດກາ
ຢັ້ງຢືນຄຸນນະພາບ ແລະ ມາດຕະຖານເຕັກນິກ ຂອງວັດສະດຸອຸປະກອນເຕັກນິກຕ່າງໆ ຂອງວຽກງານການລົດໄຟ.
ເພື່ອເຮັດໃຫ້ສູນກວດກາມາດຕະຖານເຕັກນິກ
ການລົດໄຟ ແຫ່ງນີ້ ສາມາດນໍາໃຊ້ໄດ້ຢ່າງມີປະສິດທິພາບ ປະສິດທິຜົນສູງ ກົມທາງລົດໄຟ ກະຊວງ
ຍທຂ ຈິງຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ ວຽກງານບາງດ້ານ ດັ່ງນີ້:
1) ສືບຕໍ່ປະສານງານ ກັບ ມະຫາວິທະຍາໄລ ຈ້ຽວຕົງ ໃນການສ້າງຄູ່ມື ການຄຸ້ມຄອງບໍລະຫານ ສູນກວດກາມາດຕະຖານເຕັກນິກ ການລົດໄຟ.
2) ສືບຕໍ່ຮ່ວມມື ກັບ ມະຫາວິທະຍາໄລ ຈ້ຽວຕົງ ໃນການຄົ້ນຄວ້າ ສ້າງມາດຕະຖານເຕັກນິກ ທາງລົດໄຟ ຂອງ ສປປ ລາວ.
3) ສືບຕໍ່ຮ່ວມມື ກັບ ມມະຫາວິທະຍາໄລ ຈ້ຽວຕົງ ໃນການພັດທະນາບຸກຄະລະກອນຂະແໜງການລົດໄຟ ໃຫ້ນັບມື້ນັບຫຼາຍຂື້ນ.
4)
ໃຫ້ບໍລິການໃນການກວດກາ ຢັ້ງຢືນ ຄຸນນະພາບ ແລະ ມາດຕະຖານເຕັກນິກຕ່າງໆ
ໃນການພັດທະນາພື້ນຖານໂຄງລາງ, ການສ້ອມແປງບໍຳລຸງຮັກສາ ແລະ ການດຳເນີນງານການຂົນສົ່ງທາງລົດໄຟ
ໃຫ້ມີຄວາມປອດໄພ.