Ministry News
ພິທີເຊັນສັນຍາ ການຮ່ວມມືທຸລະກິດ ລະຫວ່າງ ລັດວິສາຫະກິດການບິນລາວ ແລະ ບໍລິສັດ CIT MRO ຈໍາກັດ

ໃນວັນທີ 02 ກໍລະກົດ 2026 ທີ່ໂຮງແຮມ ອໍາມະລີ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີເຊັນສັນຍາ ລະຫວ່າງ ລັດວິສາຫະກິດການບິນລາວ ແລະ ບໍລິສັດ CIT MRO ຈໍາກັດ, ເພື່ອຂາຍອາໄຫຼ່ເຮືອນບິນ ໂດຍມີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ,ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ,ທ່ານ ວຽງໄຊ ສິງຄໍາ ຫົວໜ້າກົມການບິນພົນລະເຮືອນ,ທ່ານ ສະເຫຼີມ ໄຕຍະລາດ ຮັກສາການຜູ້ອໍານວຍການໃຫຍ່ ລັດວິສາຫະກິນ ການບິນລາວ, ທ່ານ ສຸກດາລາ ນໍລະແສງ ປະທານກຸ່ມບໍລິສັດທະວີຊັບ ແລະ ບັນດາທ່ານ ແຂກທີ່ຖືກເຊີນກໍ່ໃຫ້ກຽດເຂົ້າຮ່ວມ.

ທ່ານ ຟອງສີສະພັນ ພົມມະວົງ ຮອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດການບິນລາວ, ໄດ້ລາຍງານໃນການຮ່ວມມືທາງດ້ານທຸລະກິດ ກັບ ບໍລິສັດ CIT MRO ໃນການຂາຍອາໄຫລ່ເຮືອບິນ ຂອງບໍລິສັດ CIT MRO.
ບໍລິສັດ CIT MRO ໄດ້ດໍາເນີນທຸລະກິດຮ່ວມກັບ ລັດວິສາຫະກິດ ການບິນລາວ ໃນການ ສ້າງຕັ້ງບໍລິສັດວິສະວະກຳສ້ອມບຳລຸງເຮືອບິນ (LAECO) ນັບແຕ່ ປີ 2014 ເປັນຕົ້ນມາ ຈົນມາຮອດເດືອນ ທັນວາ 2018.

ຍ້ອນການຮ່ວມມືທັງສອງບໍລິສັດໃນໄລຍະຜ່ານມາເຖິງປະຈຸບັນ ເຫັນໄດ້ວ່າເປັນການຮ່ວມມືທີ່ມີປະສິດທິ ພາບສູງ ເຮັດໃຫ້ມີການເສີມຂະຫຍາຍໃນການຮ່ວມມືໃຫ້ຫຼາຍຍິ່ງຂື້ນ ຈຶ່ງໄດ້ມີການຈັດພິທີເຊັນສັນຍາ ໃນການຂາຍອາ ໄຫຼ່ເຮືອບິນ ຂອງບໍລິສັດ CIT MRO ຈໍາກັດ

ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ ການຂາຍອາໄຫຼ່ເຮືອບິນ ຂອງບໍລິສັດ CIT MRO ເທົ່ານັ້ນ ແຕ່ຍັງ ເປັນການສໍາຫຼວດຕະຫຼາດ, ຊອກຫາ ແລະ ຕິດຕໍ່ຜູ້ຊື້-ຂາຍ ອາໄຫຼ່ເຮືອບິນ ທີ່ມີທ່າແຮງຢູ່ພາຍໃນ ແລະ ຕ່າງປະເທດ; ດຳເນີນ ການໂຄສະນາ, ນໍາສະເໜີ ແລະ ສົ່ງເສີມການຂາຍອາໄຫລ່ເຮືອບິນໃຫ້ແກ່ຜູ້ຊື້ເປົ້າໝາຍ ໃຫ້ມີຄຸນນະພາບ ດີຂຶ້ນ ຢ່າງຕໍ່ ເນື່ອງ.

