Ministry News

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

2026-06-26 - Xaiya

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ

ວັນທີ 26 ມິຖຸນາ 2026 ທີ່ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈ (Memorandum of Understanding: MOU) ເພື່ອສ້າງກອບການຮ່ວມມືຢ່າງຮອບດ້ານ ໃນການສົ່ງເສີມວຽກງານຊາວໜຸ່ມ ຄວບຄູ່ກັບການພັດທະນາໂຄງລ່າງພື້ນຖານ, ຄວາມປອດໄພທາງບົກ ແລະ ວຽກງານນ້ຳປະປາ-ສຸຂະອະນາໄມ ຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ. 
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໃນຄັ້ງນີ້ ໂດຍເປັນກຽດເຂົ້າຮ່ວມພິທີລົງນາມບົດບັນທຶກຄວາມເຂົ້າໃຈ ລະຫວ່າງ  ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຂອງ ທ່ານ ເຫຼັກໄຫຼ ສິວິໄລ  ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ; ໂດຍມີທ່ານຮອງລັດຖະມົນຕີກະຊວງ ຍທຂ, ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ, ບັນດາທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າ, ຮອງຫົວໜ້າບັນດາກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ແຂກຖືກເຊີນ ທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ. ການລົງນາມຄັ້ງນີ້ ນັບເປັນຂິດໝາຍສຳຄັນ ໃນການຍົກລະດັບການປະສານງານລະຫວ່າງສອງພາກສ່ວນ ເພື່ອສ້າງຂະບວນການໃຫ້ຊາວໜຸ່ມເຂົ້າມາມີບົດບາດໃນການພັດທະນາຊາດຢ່າງເປັນຮູບປະທຳ.


ການພັດທະນາປະເທດໃນໄລຍະໃໝ່ ຈຳເປັນຕ້ອງອາໄສການມີສ່ວນຮ່ວມຂອງຊາວໜຸ່ມ ທັງໃນດ້ານຄວາມຄິດ, ແຮງງານ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ. ພ້ອມກັນນັ້ນ ຍັງເນັ້ນໜັກວ່າ ການພັດທະນາເສັ້ນທາງ, ຂົວ, ລະບົບຂົນສົ່ງ ແລະ ນ້ຳປະປາ ຈະປະສົບຜົນສຳເລັດໄດ້ ຕ້ອງຄວບຄູ່ໄປກັບການສ້າງຈິດສຳນຶກໃຫ້ປະຊາຊົນ ໂດຍສະເພາະຄົນຮຸ່ນໃໝ່ ໃຫ້ມີຄວາມຮັກ ແລະ ຮ່ວມກັນອະນຸລັກຮັກສາຊັບສິນສາທາລະນະ.
ບົດບັນທຶກຄວາມເຂົ້າໃຈສະບັບນີ້ ໄດ້ກຳນົດກອບການຮ່ວມມືທີ່ສຳຄັນ ໂດຍເນັ້ນໜັກການນຳເອົາກຳລັງຂອງຊາວໜຸ່ມມາປະກອບສ່ວນໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ ຜ່ານການປະສານງານຢ່າງໃກ້ຊິດ ລະຫວ່າງ ສອງພາກສ່ວນ ໃນການສ້າງແຜນງານ, ຈັດຕັ້ງໂຄງການ ແລະ ກິດຈະກຳຕ່າງໆ ທີ່ສອດຄ່ອງກັບຍຸດທະສາດການພັດທະນາເສດຖະກິດ-ສັງຄົມຂອງປະເທດ.


ບົດບັນທຶກຄວາມເຂົ້າໃຈ (MOU) ສະບັບນີ້ເພື່ອຜັນຂະຫຍາຍແຜນພັດທະນາຊາວໜຸ່ມ, ເຍົາວະຊົນ ແລະ ວຽກງານຈຸດສຸມຂອງ ຂະແໜງ ຍທຂ, ຄະນະນໍາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ປຶກສາຫາລື ແລະ ຕົກລົງຮ່ວມກັນຈັດຕັ້ງປະຕິບັດກິດຈະກຳ ຢູ່ ບັນດາແຂວງເປົ້າໝາຍ ທົ່ວປະເທດ ໂດຍສຸມໃສ່ ວຽກຕົ້ນຕໍດັ່ງນີ້: 1) ວຽກງານຂັບຂີ່ປອດໄພຈັດຕັ້ງຂະບວນການໂຄສະນາ ແລະ ຝຶກອົບຮົມການຂັບຂີ່ປອດໄພ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດໃຫ້ໄດ້ 30% ແລະ ຫຼຸດຜ່ອນອັດຕາການເສຍຊີວິດໃຫ້ໄດ້ 50% ໂດຍເລີ່ມຈາກ ກຸ່ມເປົ້າໝາຍຊາວໜຸ່ມ-ນັກຮຽນ; 2) ວຽກງານສ້າງຂະບວນການປູກຈິດສໍານຶກ ແລະ ການມີສ່ວນຮ່ວມຂອງຊຸມຊົນ ໃນການປົກປັກຮັກສາເສັ້ນທາງຕົວແບບ ໂດຍສ້າງຕັ້ງໜ່ວຍອາສາສະໝັກຊາວໜຸ່ມ ເພື່ອລົງເຄື່ອນໄຫວໂຄສະນາ, ສ້າງເຄືອຂ່າຍຕິດຕາມກວດກາໂດຍປະຊາຊົນ ແລະ ຊຸກຍູ້ການນໍາໃຊ້ເສັ້ນທາງ ຢ່າງມີຄວາມຮັບຜິດຊອບ ຢູ່ ນະຄອນຫຼວງວຽງຈັນ; 3) ວຽກງານນໍ້າປະປາ, ສຸຂະອະນາໄມ ແລະ ການປົກປັກຮັກສາແຫຼ່ງນໍ້າດິບ: ສຸມໃສ່ການ ຍົກສູງການເຂົ້າເຖິງນໍ້າປະປາ ຢ່າງປອດໄພ ແລະ ຍືນຍົງ ໂດຍຜ່ານການສໍາຫຼວດ, ພັດທະນາ, ຕິດຕັ້ງ ແລະ ບູລະນະຮັກສາລະບົບນໍ້າປະປາ ໃຫ້ແກ່ໂຮງຮຽນ ແລະ ຊຸມຊົນເປົ້າໝາຍ ໃນເຂດຫ່າງໄກສອກຫຼີກ 18 ແຂວງ ທົ່ວປະເທດ, ຄວບຄູ່ກັບການສ້າງຈິດສໍານຶກໃຫ້ຊາວໜຸ່ມ ແລະ ປະຊາຊົນ ໃຫ້ເຫັນເຖິງຄວາມສໍາຄັນຂອງການນໍາ ໃຊ້ນໍ້າປະປາ, ນໍາໃຊ້ນໍ້າປະປາຢ່າງປະຢັດ, ຮັກສາສຸຂະອະນາໄມ, ອະນຸລັກ ແລະ ປົກປ້ອງແຫຼ່ງນໍ້າດິບລວມທັງປະກອບສ່ວນຕິດຕາມການປ່ອຍນໍ້າເປື້ອນ ລົງໃສ່ແຫລ່ງນໍ້າທຳມະຊາດ ເພື່ອຮັບປະກັນຄວາມຍືນຍົງຂອງລະບົບນໍ້າ ປະປາໃນໄລຍະຍາວ.


ພາຍໃຕ້ຂອບການຮ່ວມມືດັ່ງກ່າວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຈະເປັນຜູ້ປະສານງານໃນການລະດົມອົງການຈັດຕັ້ງຊາວໜຸ່ມ ແລະ ເຄືອຂ່າຍອາສາສະໝັກທົ່ວປະເທດ ເຂົ້າຮ່ວມກິດຈະກຳຕ່າງໆ. ຂະນະທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນຜູ້ໃຫ້ການສະໜັບສະໜູນດ້ານວິຊາການ, ມາດຕະຖານ, ການຝຶກອົບຮົມ ແລະ ການຕິດຕາມປະເມີນຜົນ ເພື່ອໃຫ້ການຮ່ວມມືບັນລຸຜົນຢ່າງເປັນຮູບປະທຳ.
ນອກຈາກນັ້ນ ທັງສອງຝ່າຍ ຍັງຈະປະສານງານກັນໃນການຈັດກິດຈະກຳຊາວໜຸ່ມອາສາສະໝັກ, ການຝຶກອົບຮົມ, ການເຜີຍແຜ່ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ພ້ອມທັງຊຸກຍູ້ໃຫ້ຊາວໜຸ່ມເຂົ້າຮ່ວມຂະບວນການ "3ສ້າງ" ແລະ ຂໍ້ແຂ່ງຂັນ "4 ບຸກ" ເພື່ອສ້າງຄົນຮຸ່ນໃໝ່ໃຫ້ມີຄວາມຮູ້, ຄວາມສາມາດ ແລະ ຄວາມຮັບຜິດຊອບຕໍ່ສັງຄົມ.
ການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ບໍ່ພຽງແຕ່ເປັນການສ້າງກົນໄກການຮ່ວມມືລະຫວ່າງສອງພາກສ່ວນເທົ່ານັ້ນ ແຕ່ຍັງສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງທັງສອງພາກສ່ວນ ໃນການນຳເອົາກຳລັງຂອງຊາວໜຸ່ມມາເປັນກຳລັງສຳຄັນໃນການພັດທະນາຂະແໜງໂຍທາທິການ ແລະ ຂົນສົ່ງ, ຍົກລະດັບຄວາມປອດໄພການຈາລະຈອນ, ປັບປຸງຄຸນນະພາບການບໍລິການນ້ຳປະປາ ແລະ ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ປະຊາຊົນ ຊຶ່ງຈະປະກອບສ່ວນສຳຄັນໃນການບັນລຸເປົ້າໝາຍການພັດທະນາຂອງປະເທດຕາມທິດທາງທີ່ພັກ ແລະ ລັດ ກຳນົດໄວ້.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250