Ministry News
ກອງປະຊຸມໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ
ອົງການປົກຄອງນະຄອນຫຼວງພະບາງຮ່ວມກັບ
ກະຊວງ ຍທຂ ແລະ ພາກສ່ວນກ່ຽວຂ້ອງໄດ້ ເປີດໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງຂຶ້ນ ໃນວັນທີ 9 ມິຖຸນາ 2026 ທີ່
ໂຮງແຮມຊະນະແກ້ວບຸຕິກ ນະຄອນຫຼວງພະບາງ ເຂົ້າຮ່ວມເປັນປະທານຂອງ ທ່ານ ຈິດດາວົງ ໂພສີຄໍາ
ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ປອ ບຸນຕາ ອ່ອນນາວົງ
ຫົວໜ້າກົມເຄຫາແລະຜັງເມືອງ ກະຊວງ ຍທຂ, ທ່ານ ປອ ນາງ ສຸດາພອນ ຄົມທະວົງ
ຫົວໜ້າພະແນກວັດທະນະທໍາແລະການທ່ອງທ່ຽວແຂວງຫຼວງພະບາງ, ທ່ານ ສາລິກາ ພົນປະເສີດ ຮອງຫົວໜ້າພະແນກ ຍທຂ ແຂວງຫຼວງພະບາງ
ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈິດດາວົງ ໂພສີຄໍາ
ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ກ່າວວ່າ: ຮູ້ສຶກພາກພູມໃຈ ແລະ ຖືເປັນກຽດທີ່ໄດ້ຕາງໜ້າໃຫ້ແກ່ການນຳແຂວງ
ເປັນປະທານກອງປະຊຸມໃນຄັ້ງນີ້ ແລະ ເປັນຫົວໜ້າຄະນະຊີ້ນໍາລວມຂັ້ນແຂວງ
ຂອງໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ. ໃນມື້ນີ້ ເຊິ່ງເປັນກອງປະຊຸມ ຄັ້ງປະຖົມມະເລີກ ພາຍຫຼັງທີ່ຄະນະຊີ້ນໍາລວມຂັ້ນແຂວງ ໄດ້ຮັບປັບປຸງຄືນໃໝ່ ໃນວັນທີ
15 ພຶດສະພາ 2026.
ທ່ານ
ກ່າວວ່າ: ນະຄອນຫຼວງພະບາງ ເມືອງມໍຣະດົກໂລກ ປະຈຸບັນ ພວມປະເຊີນ ກັບສິ່ງທ້າທາຍໃນຫຼາຍດ້ານເປັນຕົ້ນແມ່ນ ການຂະຫຍາຍຕົວຂອງຕົວເມືອງຢ່າງໄວວາ,
ບັນຫາການຄຸ້ມຄອງຂີ້ເຫຍື້ອ, ລະບົບລະບາຍນໍ້າ, ການຮັກສາຄຸນນະພາບສິ່ງແວດລ້ອມ-ສັງຄົມ
ແລະ ແຮງກົດດັນຈາກການທ່ອງທ່ຽວທາງພາຍນອກ ແລະ ພາຍໃນ. ສະນັ້ນ, ການພັດທະນາ ຕ້ອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຄຽງຄູ່ກັບການອະນຸລັກມໍຣະດົກໂລກຫຼວງພະບາງ.
ສະນັ້ນ,
ໂຄງການປັບປຸງສິ່ງແວດລ້ອມຕົວເມືອງນະຄອນຫຼວງພະບາງ ຈຶ່ງມີຄວາມສໍາຄັນເປັນຢ່າງຍິ່ງ ເພື່ອຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ,
ສົ່ງເສີມສຸຂະອະນາໄມ, ສິ່ງແວດລ້ອມທີ່ດີ, ຫຼຸດຜ່ອນຜົນກະທົບຈາກມົນລະພິດ ແລະ
ໄພທໍາມະຊາດ, ພ້ອມທັງສ້າງພື້ນຖານທີ່ໝັ້ນຄົງ ສໍາລັບການພັດທະນາຕົວເມືອງ ແບບຍືນຍົງ ໃນອະນາຄົດ ແລະ
ສິ່ງສໍາຄັນສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ (05 ປີ 2025-2029)
ຂອງນະຄອນຫຼວງພະບາງ.
ກອງປະຊຸມໃນມື້ນີ້ ເປັນການເລີ່ມຕົ້ນກົນໄກການເຮັດວຽກ ຂອງຄະນະຊີ້ນໍາລວມຂັ້ນແຂວງ.
ພວກເຮົາຈະຕ້ອງໄດ້ສຸມໃສ່ຄົ້ນຄວ້າພິຈາລະນາແກ້ໄຂໃຫ້ຄໍາແນະນໍາທາງດ້ານຍຸດທະສາດ-ທິດທາງ
ແລະ ໃຫ້ການສະໜັບສະໜູນ ແກ່ ກົມເຄຫາ-ຜັງເມືອງ, ຫ້ອງການປະສານງານໂຄງການ
ເພື່ອໃຫ້ບັນລຸຕາມເປົ້າໝາຍຂອງໂຄງການ, ຮັບປະກັນການປະຕິບັດຕາມ ສັນຍາກູ້ຢືມ,
ການຊ່ວຍເຫຼືອລ້າ, ນະໂຍບາຍຂອງ ຂອງ ເອດີບີ ແລະ ຂອງລັດຖະບານ.
ໂຄງການດັ່ງກ່າວ ໄດ້ຮັບທຶນກູ້ຢືມຊ່ວຍເຫຼືອລ້າຈາກ ADB ແລະ ເງິນສົມທົບຂອງລັດຖະບານລາວ
ລວມມູນຄ່າໂຄງການ 45
ລ້ານໂດລ່າສະຫະລັດ.