Ministry News

ທ່ານລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ

2026-03-18 - Administrator


        ວັນທີ 18 ມີນາ 2026, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ຮາ ມິນ (Dr Ha Minh), ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ເນື່ອງໃນໂອກາດທີ່ມາເຮັດພາລະກິດຢູ່ ສປປ ລາວ ວັນທີ 18 ມີນາ 2026, ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ຮາ ມິນ (Dr Ha Minh), ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ເນື່ອງໃນໂອກາດທີ່ມາເຮັດພາລະກິດຢູ່ ສປປ ລາວ



        ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບ. ທ່ານ ດຣ ຮາ ມິນ ທີ່ໃຫ້ຄວາມສໍາຄັນໃນການຮ່ວມມືກັບກະຊວງ ໂຍທາທິການ ແລະ ຂົນສົ່ງໃນການເຊື່ອມຈອດເຊື່ອມໂຍງ. ນອກຈາກການປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 4 ແລ້ວ, ທ່ານ ລັດຖະມົນຕີໄດ້ລາຍງານຄວາມຄືບໜ້າກ່ຽວກັບການພັດທະນາພື້ນຖານໂຄງລ່າງເພື່ອເຊື່ອມຈອດກັບ ສສ ຫວຽດນາມ, ສົ່ງເສີມການເຊື່ອມຈອດເຊື່ອມໂຍງ, ການຄ້າ ແລະ ການໄປມາຫາສູ່ລະຫວ່າງສອງປະເທດ.



        ທ່ານ ດຣ ຮາ ມິນ ໄດ້ກ່າວວ່າການມາຢ້ຽມຢາມ ແລະ ເຮັດພາລະກິດຢູ່ ສປປ ລາວຄັ້ງນີ້ແມ່ນເປັນສ່ວນໜຶ່ງຂອງການຕິດຕາມຄວາມຄືບໜ້າຂອງໂຄງການທີ່ ບໍລິສັດ ໂກນິນໂກ (CONINCO) ກຳລັງດຳເນີນຢູ່ ໂດຍສະເພາະແມ່ນໂຄງການພັດທະນາຕົວເມືອງຕາມແລວທາງອະນຸພາກພື້ນແມ່ນ້ຳຂອງ 4 ລະຫວ່າງ ກົມເຄຫານ ແລະ ຜັງເມືອງ ກະຊວງໂຍທາທິການ ແລະ ຂົນສົ່ງ.ທ່ານປະທານສະພາບໍລິຫານ ບໍລິສັດ ໂກນິນໂກ ໄດ້ຂໍສະແດງຄວາມນັບຖື ແລະ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ເຂົ້າພົບປະ ແລະ ເຂົ້າຢ້ຽມຢາມ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250