Ministry News

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນແຄມນໍ້າຊັນ

2026-03-12 - Xaiya

ໃນຕອນບ່າຍວັນທີ 12 ມີນາ 2026, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມນໍ້າຊັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການຕ້ອນຮັບ ຂອງ ທ່ານ  ວິໄຊ ພູມີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງບໍລິຄຳໄຊ  ແລະ ຮອງຫົວໜ້າພະແນກ ຍທຂ ແຂວງ.

 ໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນແຄມແມ່ນໍ້າຊັນ ແຂວງບໍລິຄໍາໄຊ ແມ່ນກິດຈະກຳໜຶ່ງ ນອນໃນໂຄງການ ພັດທະນາຕົວເມືອງ ປາກຊັນ ຂອງໂຄງການ GMS 4.  ເປັນໂຄງການ ໄດ້ຮັບທຶນ ຊ່ວຍເຫລືອລ້າ ຈາກ ທະນາຄານພັດທະນາອາຊີ ແລະ ທຶນສົມທົບ ຂອງລັດຖະບານ ສປປລາວ, ທະນາຄານພັດທະນາອາຊີ  48 ລ້ານໂດລາ, ລັດຖະບານ ສປປລາວ 6.06 ລ້ານໂດລາ, ມູນຄ່າໂຄງການ 54.06 ລ້ານໂດລາ ຈັດຕັ້ງປະຕິບັດຢູ່ 2ເມືອງ ຄື ເມືອງປາກຊັນ ແລະ ເມື່ອງທ່າແຂກ. ສໍາລັບ ຕົວເມືອງປາກຊັນ ແມ່ນໄດ້ຮັບທຶນປະມານ 15,773,455 ລ້ານໂດລາ ທຶນສົມທົບລັດຖະບານ 1.5 ລ້ານໂດລາ.  ຈຸດປະສົງການໂຄງການ (1) ພັດທະນາພື້ນຖານໂຄງລ່າງຕົວເມືອງ (2) ດຶງດູດການລົງທຶນ, (3) ສົ່ງເສີມການທ່ອງທ່ຽວ, (4) ສົ່ງເສີມຜະລິດຕິພັນ ທ່ອງຖິ່ນ (5) ສ້າງໃຫ້ມີການແຂ່ງຂັນ ຕາມແລວທາງເສດຖະກິດ ເໜືອ-ໃຕ້ ທີ່ເຊື່ອມ ສປປ ລາວ ກັບ ສປ ຈີນ, ປະເທດໄທ ແລະ ປະເທດ ມຽນມາ.

 ທ່ານ ພູເງິນ ພົມມະຫາ ຫົວໜ້າຫ້ອງການປະສານງານໂຄງການ ໄດ້ລາຍງານ ຄວາມຄືບໜ້າການຈັດຕັ້ງປະຕິບັດ ໂຄງການ ກໍ່ສ້າງຕາຝັງຕ້ານເຈື່ອນ ຕໍ່ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໂດຍສັງເຂບ: ໂຄງການກໍ່ສ້າງຕາຝັ່ງເຈື່ອນແຄມນໍ້າຊັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ແບ່ງອອກເປັນ 02 ສ່ວນ, ສ່ວນທີ່ 01 ບໍລິສັດ LSM ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າສັນຍາ ຄາດຄະເນ 2.19 ລ້ານໂດລາ ສະຫະລັດ ໄດ້ເລີ່ມລົງມື ກໍ່ສ້າງໃນວັນທີ 22 ກຸມພາ 2026, ສວນທີ່ 02 ບໍລິສັດ ແສງມີໄຊ ຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າສັນຍາ 1.18 ລ້ານໂດລາສະຫະລັດ ເລີ່ມລົງມື ກໍ່ສ້າງໃນວັນທີ 14 ກຸມ ພາ 2026, ຄາດໝາຍການກໍ່ສ້າງທັງ 02 ສັນຍາໃຫ້ສໍາເລັດ ໃນວັນທີ 30 ມິຖຸນາ 2026.

 ບັນຫາ ທີ່ ແລະ ສິ່ງທ້າທາຍ ສຳລັບໂຄງການ (1) ການປ່ຽນແປງຂອງດີນຟ້າອາກາດ (ຝົນມາກ່ອນເວລາ),ສົ່ງຜົນໃຫ້ລະດັບນໍ້າຊັນເພີ່ມຂຶ້ນ.  (2) ໄລຍະເວລາໃນການດຳເນີນກໍ່ສ້າງສັ້ນ   (3) ລາຄານໍ້າມັນເໜັງຕີງສູງ .

  ທ່ານ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ທິດຊີ້ນໍາ ເພື່ອເຮັດໃຫ້ ການກໍ່ສ້າງໂຄງການດັ່ງກ່າວໄດ້ປະຕິບັດສຳເລັດຕາມແຜນ. (1) ໃຫ້ເອົາໃຈໃສ່ ຕິດຕາມການກໍ່ສ້າງໃຫ້ຖືກຕ້ອງຕາມເຕັກນິກກໍ່ສ້າງ, ໂດຍໃຫ້ມີກົມທາງນໍ້າ ມີສ່ວນຮ່ວມທາງດ້ານວິຊາການ  (2) ຕໍ່ກັບສະພາບການເໜັງຕີງຂອງລາຄານ້ຳມັນ ແມ່ນຈະສົ່ງຜົນຕໍ່ມູນຄ່າກໍ່ສ້າງ, ໃຫ້ມີການບັນທຶກໃວ້ລະອຽດເພື່ອເປັນຂໍ້ມູນລາຍງານຕໍ່ພາກສ່ວນກ່ຽວຂ້ອງ ແລະ ສະເຫນີ ພິຈາລະນາຄືນທາງດ້ານລາຄາຕາມລະບຽບຫລັກການກຳນົດ.

ຈາກນັ້ນ ກໍ່ໄດ້ລົງໄປຕິດຕາມເບີ່ງໂຄງການຕ້ານຕາຝັ່ງເຈື່ອນແຄມນໍ້າຂອງ ພາຍໃນເມືອງປາກຊັນ ແຂວງ ບໍລິຄໍາໄຊ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250