Ministry News

ການຟື້ນຟູ ການກໍ່ສ້າງທາງຫຼວງແຫ່ງຊາດ ເລກ 8 (ຊ້ວງໄດ້ຮັບຜົນກະທົບໄພພິບັດໃນປີ2023 ໄລຍະ 8 ກມ) ສໍາເລັດ 95.05%

2026-03-12 - Xaiya

ໃນວັນທີ 12 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະ ມີຫົວໜ້າກົມຂົວທາງ, ຫົວໜ້າກົມແຜນການ ແລະ ການເງິນ ແລະ ພະນັກງານວິຊາການ ໄດ້ລົງຕິດຕາມຄວາມຄືບໜ້າ ຂອງໂຄງການຟື້ນຟູການກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ (ຮອດທ້າຍເດືອນ ກຸມພາ 2026) ເຂດພູໄຮ ໂດຍການຕ້ອນຮັບຂອງຫົວໜ້າພະແນກ ຍທຂ ແຂວງບໍລິຄໍາໄຊ, ເຈົ້າຂອງໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ຄໍາພຸດ ຄູນສົມຫວັງ ຫົວໜ້າໂຄງການຟື້ນຟູກໍ່ສ້າງ ທາງຫຼວງແຫ່ງຊາດເລກ 8 ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ໄດ້ກ່າວວ່າ: ເສັ້ນທາງຫລວງແຫ່ງຊາດເລກ8 ເລີ່ມຈາກ3ແຍກ ທາງ13ໃຕ້ຫາຊາຍແດນນາເພົ້າ ໄລຍະທາງ 132ກມ (ຊ້ວງໄດ້ຮັບຜົນກະທົບໄພທໍາມະຊາດໃນປີ 2023 ເຂດພູໄຮ 8ກມ) ການຈັດຕັ້ງປະຕິບັດ ໂຄງການ ເລີ່ມແຕ່ ກມ 42+800 ຫາ ກມ 50+800 ບ້ານຄູນຄໍາ, ເມືອງຄູນຄໍາ, ແຂວງຄໍາມ່ວນ, ລວງຍາວ 8 ກມ ແລະ ແກ້ໄຂໜ້າທາງບວມ ແຕ່ ຊ່ວງ ກມ 52+200 ຫາ ກມ 52+325 ລວງຍາວ 125 ແມັດ, ບ້ານໜອງກອກ, ເມືອງຄຳເກີດ, ແຂວງບໍລິຄຳໄຊ ຊ່ວງທາງດັ່ງກ່າວ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ຝົນຕົກໜັກຕິດຕໍ່ກັນຫຼາຍມື້ ແລ້ວເຮັດໃຫ້ດິນເຊາະເຈື່ອນ ໜ້າທາງຖືກຕັດຂາດ ໃນຊ່ວງຕົ້ນເດືອນ ສິງຫາ ປີ 2023 ແລະ ເນື່ອງຈາກການແກ້ໄຂສຸກເສີນໃນໄລຍະນັ້ນ ແມ່ນພຽງແຕ່ການທະລຸ ເພື່ອໃຫ້ການສັນຈອນໄປ-ມາໄດ້ ຊົ່ວຄາວ, ຍັງບໍ່ສາມາດຮັບປະກັນທາງດ້ານມາດຕະຖານເຕັກນິກໄດ້.
ສະນັ້ນ, ກະຊວງ ຍທຂ ໄດ້ສ້າງຕັ້ງໂຄງການຂຶ້ນ ເພື່ອຮັບປະກັນທາງດ້ານມາດຕະຖານເຕັກນິກ ໃຫ້ການສັນຈອນໄປ-ມາໂລ່ງລ່ຽນ ສະດວກເປັນປົກກະຕິ ແລະ ຫຼີກລ້ຽງຄວາມສ່ຽງເສັ້ນທາງຖືກຕັດຂາດໃນຊ່ວງລະດູຝົນທີ່ຈະມາເຖິງ. ຊຶ່ງມີລາຍລະອຽດຂອງໂຄງການດັ່ງນີ້: ເຈົ້າຂອງໂຄງການ ກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ບໍລິສັດຜູ້ຮັບເໝົາ ລັດວິສາຫະກິດ ກໍ່ສ້າງທາງເລກ 8 (R8CE) ໄລຍະກໍ່ສ້າງໂຄງການເລີ່ມ 30 ເມສາ 2024 ຫາ 30 ພຶດສະພາ 2025 ໄລຍະ(13 ເດືອນ), ໄດ້ຕໍ່ເວລາສັນຍາຮອດວັນທີ 31 ທັນວາ 2025 ( 7 ເດືອນ) ແລະ ມີໄລຍະຄໍ້າປະກັນ 12 ເດືອນ ປັດຈຸບັນ ຄວາມຄືບໜ້າໂຄງການ ການກໍ່ສ້າງທັງໝົດ 95.05%.

ຂໍ້ມູນດ້ານເຕັກນິກຂອງໂຄງການລວງຍາວຊ່ວງທາງທີ່ຟື້ນຟູກໍ່ສ້າງ 8 ກມ ແລະ ສ້ອມແປງໜ້າທາງຫຍຸບ 125 ແມັດ, ໜ້າທາງກວ້າງທັງໝົດ ( ບ່າທາງ 2 ເບື້ອງ x 1 ມ + ຊ່ອງຈະລາຈອນ 2 ຊ່ອງ x 3 ມ), ຊັ້ນໜ້າທາງປູດ້ວຍຢາງຂົ້ວ ໜາ 8 ຊມ (ປູ 2 ຊັ້ນ, ຊັ້ນລະ 4 ຊມ); ຊັ້ນພື້ນທາງປູດ້ວຍວັດສະດຸຫີນຂົບ ໜ້າ 20 ຊມ CBR > 80% ແລະ ສໍາລັບຈຸດທີ່ເສີມບ່າທາງມີ ຊັ້ນຮອງພື້ນທາງ ປູດ້ວຍດິນປະສົມຫີນ ໜາ 25 ຊມ CBR > 30%, ຊັ້ນດິນຖົມຍົກລະດັບ ໜາ 30 ຊມ CBR 28%.

ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ໄດ້ເນັ້ນໃຫ້ເຈົ້າຂອງໂຄງການ ຮ່ວມກັບພະແນກ ຍທຂ ແຂວງ ແລະ ບໍລິສັດເອົາໃຈໃສ່ ຈັດຕັ້ງປະຕິບັດວຽກໃຫ້ສໍາເລັດ 100% ພ້ອມໃຫ້ເອົາໃສ່ຈຸດທີ່ມີຄວາມສ່ຽງ ເປັນຕົ້ນແມ່ນຄອງລະບາຍນໍ້າ ໃຫ້ມີຄວາມຮັບປະກັນ ຮອງຮັບໃຫ້ນໍ້າຝົນ ສາມາດໄຫຼສະດວກ ຮັບປະກັນ ເຮັດໃຫ້ເຂດດັ່ງກ່າວ ມີການໄປມາສະດວກສະບາຍ ອັນເປັນເງື່ອນໄຂ ເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວເພີ່ມຂຶ້ນ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250