Ministry News

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕາຝັ່ງເຈື່ອນເມືອງທ່າແຂກ ແຂວງຄໍາມ່ວນ

2026-03-11 - Xaiya

ໃນຕອນບ່າຍຂອງວັນທີ 11 ມີນາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ພ້ອມຄະນະ ລົງຊຸກຍູ້ການຈັດຕັ້ງປະຕິບັດການກໍ່ສ້າງຕາຝັ່ງເຈື່ອນໃນເທສະບານ ເມືອງທ່າແຂກ ແຂວງ ຄໍາມ່ວນ ໂດຍການຕ້ອນຮັບ ຂອງ ທ່ານ  ສົມສະອາດ ອຸ່ນສີດາ ປະທານຄະນະກຳມະການປົກຄອງ ແຂວງ ຄຳມ່ວນ ເຂົ້າຮ່ວມ ມີຫົວໜ້າພະແນກ ຍທຂ ແຂວງ, ພະນັກງາວິຊາການ ກ່ຽວຂ້ອງເຂົ້າຮ່ວມ.

 ໂຄງການກໍ່ສ້າງຕາຝັ່ງຕ້ານເຈື່ອນເມືອງທ່າແຂກ ແຂວງຄໍາມ່ວນແມ່ນໜຶ່ງ ນອນໃນໂຄງການ ພັດທະນາຕົວເມືອງ ຕາມແລວອະນຸພາກພື້ນ ແມ່ນໍ້າຂອງ ເປັນໂຄງການ ທີ່ໄດ້ຮັບທຶນ ຊ່ວຍເຫລືອລ້າ ຈາກ ທະນາຄານພັດທະນາອາຊີ ແລະ ທຶນສົມທົບ ຂອງລັດຖະບານ ສປປ ລາວ, ທະນາຄານພັດທະນາອາຊີ  48 ລ້ານໂດລາ, ລັດຖະບານ ສປປ ລາວ 6.06 ລ້ານໂດລາ, ມູນຄ່າໂຄງການ 54.06 ລ້ານໂດລາ ໄລຍະເວລາໂຄງການ  5 ປີ ( 2019-2023) ຕໍ່ອາຍຸໂຄງການ 30/6/2026, ສໍາລັບ ຕົວເມືອງທ່າແຂກຈະໄດ້ຮັບທຶນປະມານ 20.94 ລ້ານໂດລາ ທຶນສົມທົບລັດຖະບານ 2.84 ລ້ານໂດລາ. ສໍາລັບຈຸດປະສົງການກໍ່ສ້າງໂຄງການ ໃຫ້ມີການແຂ່ງຂັນຕາມແລວທາງອະນຸພາກພື້ນແມ່ນໍ້າຂອງ, ພັດທະນາໂຄງລ່າງພື້ນຖານ ດ້ານສິ່ງແວດລ້ອມຕົວເມືອງ ຕາມແລວທາງເສດຖະກິດ

ເໜືອ-ໃຕ້ ທີ່ເຊື່ອມ ສປປ ລາວ ກັບ ສປ ຈີນ, ປະເທດໄທ ແລະ ປະເທດ ມຽນມາ.

ທ່ານ ນາງ ວິສາພອນ ອິນທິລາດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ ໄດ້ໃຫ້ສໍາພາດວ່າ:ຄວາມຄືບໜ້າຂອງໂຄງການປ້ອງກັນຕາຝັ່ງເຈື່ອນ ເມືອງທ່າແຂກ ເຊິ່ງມີ 2 ໂຊນຄື:  ມີໂຊນ B ແລະ ເຂດບໍ່ລວມໂຊນ B  ເຊິ່ງໂຊນ B ມີຄວາມຄືບໜ້າ 70% ແລະ ເຂດບໍ່ລວມໂຊນ B ມີຄວາມຄືບໜ້າ 66 % ຄາດວ່າຈະໃຫ້ພື້ນທີ່ຫຼືໜ້າວຽກຫຼັກ ກິດຈະກໍາອື່ນໆ ສໍາເລັດໃນເດືອນ ມິຖຸນາ 2026 ນີ້ ສໍາລັບສິ່ງທ້າທາຍແມ່ນ ຄວາມບໍ່ສະຫງົບ ໃນສາກົນ ສົ່ງຜົນເຮັດໃຫ້ລາຄານໍ້າມັນເພີ່ມຂຶ້ນ ເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດຂອງໂຄງການ ບໍ່ສາມາດເຄື່ອນໄຫວວຽກໄດ້ຢ່າງເຕັມທີ່.

ໂອກາດນີ້ ທ່ານ ລັດຖະມົນຕີກະຊວງ ຍທຂ ລົງມາຕິດຕາມ ກໍໄດ້ຊີ້ນໍາໃຫ້ ເຈົ້າຂອງໂຄງການ ສົມທົບກັບພະແນກ ຍທຂ ແຂວງ ເອົາໃຈໃສ່ໃກ້ສິດຕິດຕາມ ສືບຕໍ່ປະຕິບັດວຽກງານໃຫ້ສໍາເລັດຕາມແຜນການໂດຍໄວ ພ້ອມເນັ້ນ ໃຫ້ພັດທະນາຂຶ້ນຕື່ມ ໃຫ້ມີກິດຈະກໍາປີ່ນອ້ອມ ເພື່ອໃຫ້ມວນຊົນ ໄດ້ເຂົ້າມານໍາໃຊ້ພື້ນທີ່ສາທາລະນະ ໃຫ້ເກີດຜົນປະໂຫຍດສູງສຸດ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250