Ministry News

ກອງປະຊຸມເປີດກວ້າງຄໍາເຫັນຕໍ່ການຄິດໄລ່ຄ່າຜ່ານທາງຫຼວງແຫ່ງຊາດເລກ 9 ແລະ ການປັບປຸງອັດຕາຄ່າປັບໃໝຕໍ່ຜູ້ລະເມີດບັນທຸກນໍ້າໜັກເກີນ

2026-03-11 - Xaiya

 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ເປີດກວ້າງຮັບຟັງ ຄໍາເຫັນຕໍ່ການຄິດໄລ່ອັດຕາເກັບຄ່າຜ່ານທາງຫຼວງແຫ່ງຊາດເລກ 9 ໂຄງການຮູບແບບສັນຍາປະສົມປະສານ   OPBRC ແລະ  PRTC  ແລະ ການປັບປຸງອັດຕາການປັບໃໝຕໍ່ຜູ້ລະເມີດບັນທຸກນໍ້າໜັກເກີນ.

ໃນຕອນເຊົ້າຂອງວັນທີ 11 ມີນາ 2026 ກະຊວງ ຍທຂ ໄດ້ຈັດກອງປະຊຸມຂຶ້ນ ທີ່ຫ້ອງວ່າການປົກຄອງແຂວງສະຫວັນນະເຂດ ໃຫ້ກຽດເປັນປະທານຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາທ່ານຮອງຄະນະກໍາມະການປົກຄອງແຂວງສະຫວັນນະເຂດ, ແຂວງວຽງຈັນ, ແຂວງເຊກອງ, ແຂວງສາລະວັນ, ແຂວງຈໍາປາສັກ, ແຂວງບໍລິຄໍາໄຊ, ແຂວງອັດຕາປຶ, ຫົວໜ້າກົມຂົວທາງ, ຫົວໜ້າກົມແຜນການ ແລະ ການເງິນ, ຮອງກົມ, ຫົວໜ້າພະແນກ ຍທຂ ແຂວງ, ລັດວິສາຫະກິດ, ສະມາຄົມຂົນສົ່ງສິນຄ້າ ແລະ ບໍລິສັດຂົນສົ່ງກໍ່ເຂົ້າຮ່ວມ.

 ໃນພິທີ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ກ່າວວ່າ: ເພື່ອຜັນຂະຫຍາຍມະຕິ 165/ສພຊ ລົງວັນທີ 26 ມິຖຸນາ 2025 ກໍຄື ມະຕິຂອງລັດຖະບານ ສະບັບເລກທີ 10/ລບ ລົງວັນທີ 1 ກັນຍາ 2025 ວ່າດ້ວຍນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ໃນໄລຍະໃໝ່ ໃຫ້ປະກົດເປັນຮູບປະທຳໂດຍໄວ; ກະຊວງ ໂຍທາທິການແລະ ຂົນສົ່ງ, ກໍ່ໄດ້ອອກນິຕິກຳ ຈຳນວນໜຶ່ງ ເປັນຕົ້ນ: ແຈ້ງການ ແລະ ຄໍາແນະນໍາໃນການຈັດຕັ້ງປະຕິບັດນະໂຍບາຍດັ່ງກ່າວ ເຊິ່ງຜ່ານການຈັດຕັ້ງປະຕິບັດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດ ກໍ່ໄດ້ເຊັນສັນຍາສຳເລັດແລ້ວ ໃນ
ຈໍານວນ 15 ຕອນທາງ 40 ຕອນທາງ ແລະ ໃນນັ້ນທາງຫຼວງແຫ່ງຊາດ ເລກ 9 ແມ່ນເສັ້ນທາງທໍາອິດທີ່ໄດ້ເຊັນ MOU ແລະ ເປັນຕົວແບບໃນການຈັດຕັ້ງປະຕິບັດໃຫ້ແກ່ບັນດາເສັ້ນທາງອື່ນໆ ໃນຂອບເຂດທົ່ວປະເທດ.

ສະນັ້ນ, ກອງປະຊຸມໃນມື້ນີ້ ເພື່ອເປີດກວ້າງໃຫ້ມີການປະກອບຄຳເຫັນຈາກບັນດາທ່ານ, ບັນດາບໍລິສັດຂົນສົ່ງສີນຄ້າ ຕໍ່ກັບຜົນການຄົ້ນຄວ້າການຄິດໄລ່ ອັດຕາເກັບເງິນຄ່າຜ່ານທາງຫຼວງແຫ່ງຊາດເລກ 9 ແລະ ການປັບປຸງອັດຕາຄ່າປັບໃໝຕໍ່ຜູ້ລະເມີດບັນທຸກນໍ້າໜັກເກີນກຳນົດ ເຊິ່ງກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສຳເລັດການຄົ້ນຄວ້າແລ້ວ ກ່ອນຈະນຳສະເໜີ ລັດຖະບານ ພິຈາຮັບຮອງ ແລະ ນຳໃຊ້ໃນເດືອນ ມີນາ 2026 ນີ້.

ໃນພິທີ ທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມ ຂົວທາງ ກໍໄດ້ຂຶ້ນຜ່ານຮ່າງ 2 ເອກະສານດັ່ງກ່າວ ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນ ປະກອບຄໍາເຫັນ ໃຫ້ 2 ເອກະສານ ໃຫ້ມີເນື້ອໃນສົມບູນຄົບຖ້ວນ ຖືກກັບສະພາບການຈັດຕັ້ງປະຕິບັດຕົວຈິງ ເຊິ່ງຈະກາຍເປັນພື້ນຖານໃນການນໍາສະເໜີ ໃຫ້ລັດຖະບານພິຈາລະນາຮັບຮອງ ແລະ ນຳໃຊ້ ຢ່າງເປັນທາງການ ໃນເດືອນ ມີນາ 2026 ນີ້ ເພາະ 2 ນິຕິກໍາດັ່ງກ່າວ ຈະກາຍເປັນນິຕິກຳທີ່ສຳຄັນໃນການເພີ້ມປະສິດທິພາບໃນການບູລະນະ ແລະ ຮັກສາເສັ້ນທາງ ໃຫ້ມີຄວາມຍືນຍົງ ໂດຍສະເພາະແມ່ນສາມາດມີງົບປະມານສະສົມໃນການຮັກສາຕົວມັນເອງ ໃນໄລຍະຍາວ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250