Ministry News

ການຄົ້ນຄວ້າປັບປຸງອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການຂອງຂະແໜງການ ຍທຂ.

2025-12-23 - Administrator


ໃນວັນທີ 23 ທັນວາ 2025, ທີ່ເມືອງ ວັງວຽງ, ແຂວງວຽງຈັນ, ກົມແຜນການ ແລະ ການເງິນໃນນາມເປັນເສນາທິການຄຸ້ມຄອງລາຍຮັບວິຊາການ ແລະ ລາຍຮັບຕ່າງໆຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ຄົ້ນຄວ້າປັບປຸງອັດຕາການເກັບຄ່າທໍານຽມ ແລະ ຄ່າບໍລິການຕ່າງໆ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງໂຍທາທິການ ແລະ ຂົນສົ່ງ. ໃຫ້ກຽດເປັນປະທານໂດຍທ່ານ ວັນນະສອນ ຂໍເທບວົງສາ, ຮອງຫົວໜ້າກົມແຜນການ ແລະ ການເງິນ, ກະຊວງໂຍທາທິການ ແລະ ຂົນສົ່ງ. ກອງປະຊຸມຄັ້ງນີ້ມີຕາງໜ້າຈາກກະຊວງການເງິນ, ບັນດາກົມ, ກອງວິຊາການ ແລະ ລັດວິສະຫະກິດອ້ອມຂ້າງກະຊວງໂຍທາທິການ ແລະ ຂົນສົ່ງເຂົ້າຮ່ວມ.


     ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ຄົ້ນຄ້ວາໃນການປັບອັດຕາຄ່າທໍານຽນ ແລະ ຄ່າບໍລິການໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ, ທັງຮັບປະກັນການຈັດເກັບໄດ້ຢ່າງຖືກຕ້ອງ, ຄົບຖ້ວນ ແລະ ໂປ່ງໃສ.

ການເກັບຄ່າທຳນຽມ ແລະ ຄ່າບໍລິການແມ່ນໄດ້ມີຫຼັກການ ແລະ ລະບຽບການໃນການຈັດເກັບຢ່າງລວມສູນ ແລະ ອີງຕາມລັດຖະບັນຍັດ 002/ປປທ, ລົງວັນທີ 17 ມິຖຸນາ 2021. ທຸກລາຍຮັບແມ່ນເກັບເຂົ້າເປັນແຫຼ່ງລາຍຮັບຂອງລັດຖະບານ. ເນື່ອງຈາກການຂະຫຍາຍຕົວຂອງເສດຖະກິດ ແລະ ປະເທດເຮົາມີການພັດທະນາເປັນແຕ່ລະໄລຍະ, ເຫັນວ່າອັດຕາການເກັບໃນປັດຈຸບັນແມ່ນ ບໍ່ສອດຄ່ອງກັບຕົ້ນທຶນຕົວຈິງທີ່ເພີ່ມຂຶ້ນ, ເປັນຕົ້ນແມ່ນຄ່າຈ້າງງານ, ຄ່າວັດຖຸອຸປະກອນທີ່ທັນສະໄໝ ແລະ ການລົງທຶນໃນເຕັກໂນໂລຊີທີ່ທັນສະໄໝມີມູນຄ່າສູງ.




ກອງປະຊຸມໄດ້ຮັບຟັງການສະເໜີຈາກຜູ້ຕາງໜ້າຈາກບັນດາກົມວິຊາການຂອງກະຊວງ ຍທຂ ສະເໜີກ່ຽວກັບ ການປັບປຸງຄ່າທໍານຽນທີ່ຕິດພັນກັບແຕ່ລະພາກສ່ວນ, ພ້ອມທັງໄດ້ຮັບຟັງການສະເໜີຂອງຜູ້ຕາງໜ້າຈາກກົມສ່ວຍສາອາກອນ, ກະຊວງການເງິນກ່ຽວກັບລະບຽບການທີ່ໄດ້ລະບຸໄວ້ໃນລັດຖະບັນຍັດ 
002/ປປທ ຕິດພັນກັບປັບປຸງຖານລາຍຮັບຈາກດໍາລັດເກົ່າ, ສະເໜີປັບປຸງໃໝ່ ແລະ ນິຕິກໍາການຄຸຸ້ມຄອງຕິດຕາມລາຍຮັບ, ການຂື້ື້ນແຜນທີ່ຕິດພັນກັບລາຍຮັບຄ່າບໍລິການ ແລະ ຄ່າທໍານຽມ.
ກອງປະຊຸມນີ້ ມີແຜນດໍາເນີນເປັນເວລາ 2 ວັນ, ວັນທີ່ 23-24 ທັນວາ 2025 ແລະ ຜູ້ເຂົ້າຮ່ວມທັງໝົດຈະໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ຄົ້ນຄວ້າກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ຂອງຂະແໜງການໂຍທາທິການ ແລະ ຂົນສົ່ງ. ລວມທັງການສະເໜີປັບປຸງໃໝ່ ແລະ ເພີ່ມລາຍການເຂົ້າໃໝ່ ຫຼື ການສະເໜີລົບລ້າງບາງລາຍການເຊັ່ນ: ຂະແໜງທາງນໍ້າ, ການບິນພົນລະເຮືອນ, ເຄຫາ-ຜັງເມືອງ ແລະ ອື່ນໆ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250