Ministry News
ກອງປະຊຸມ ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 ໄດ້ໄຂຂຶ້ນຢ່າງເປັນທາງການ
ໃນວັນທີ 6 ຕຸລາ 2025 ທີ່ ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໄດ້ມີກອງປະຊຸມ ເວທີຕົວເມືອງແຫ່ງຊາດ ຄັ້ງທີ 4 (the 4th Lao National Urban Forum) ພາຍໃຕ້ຄໍາຂວັນ: “ການຕອບໂຕ້ວິກິດໃນຕົວເມືອງ (Urban Crisis Response)”.
ໂດຍການເຂົ້າຮ່ວມຂອງພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບາໂຄເດຍ ເບີຄານອຟ (Bakhodir Burkhanov), ຜູ້ປະສານງານ ຂອງອົງການສະຫະປະຊາຊາດ ປະຈໍາ ລາວ, ດຣ. ອາວີ ຊາກາ (Dr. Avi Sarkar), ຫົວໜ້າອົງການ UN-Habitat ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງທັງອົງການຈັດຕັ້ງສາກົນ ແລະ ຕາງໜ້າກະຊວງ ແລະ ບັນດາແຂວງເຂົ້າຮ່ວມ.

ຈຸດປະສົງຫຼັກຂອງກອງປະຊຸມດັ່ງກ່າວ
ເພື່ອເປັນເວທີໃນການແລກປ່ຽນຄວາມຮູ້,
ຄວາມຄິດເຫັນ ຈາກຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສ້າງຄວາມຮ່ວມມືກັນທຸກຝ່າຍ
ເພື່ອສະແດງຄວາມມຸ້ງໝັ້ນຮ່ວມກັນໃນ ການພັດທະນາຕົວເມືອງ ຂອງ ສປປ ລາວ
ໂດຍການສ້າງຕົວເມືອງ ແລະ ການຕັ້ງຖິ່ນຖານ ແບບມີສ່ວນຮ່ວມ, ປອດໄພ, ໝັ້ນຄົງ ແລະ ຍືນຍົງ.
ທ່ານ ເຫລັກໄຫລ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງ ເຂດຕົວເມືອງ ຕໍ່ກັບ ລະບົບເສດຖະກິດ ແລະ ສັງຄົມ ແລະ ຄວາມເປັນມາຂອງການຈັດກອງປະຊຸມເວທີຕົວເມືອງ ຊຶ່ງໄດ້ຈັດຂຶ້ນຄັ້ງທຳອິດໃນປີ 2022 ແລະ ໄດ້ຈັດຕໍ່ເນື່ອງກັນມາທຸກໆປີ ໂດຍເນັ້ນໜັກການຈັດງານໃນຊ່ວງໃກ້ຄຽງກັບການສະເຫລີມສະຫລອງວັນເຄຫາສະຖານໂລກ. ພ້ອມກັນນັ້ນ ທ່ານ ລັດຖະມົນຕີກະຊວງ ຍທຂ ກໍ່ໄດ້ຍົກໃຫ້ເຫັນເຖິງ ຄວາມພະຍາຍາມໃນການແກ້ໄຂບັນຫາຂອງຕົວເມືອງ ຮ່ວມກັບ ບັນດາພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ສາກົນ. ຊຶ່ງ ຄວາມພະຍາຍາມ ແລະ ຄຳໝັ້ນສັນຍາ ຂອງ ສປປ ລາວ ໂດຍສະເພາະກໍໍ່ແມ່ນກະຊວງໂຍທາທິການ ແລະ ຂົນສົ່ງ ໃນການແກ້ໄຂບັນຫາຂອງຕົວເມືອງ ແມ່ນໄດ້ສະແດງອອກໃນການເປັນໜຶ່ງໃນບັນດາປະເທດໃນ ຂົງເຂດອາຊີ-ປາຊີຟິກ ທີ່ໄດ້ລິເລີ່ມການລາຍງານຄວາມຄືບໜ້າຂອງການຈັດຕັ້ງ ວາລະໃໝ່ສຳລັບການພັດທະນາຕົວເມືອງ ຫຼື New Urban Agenda ແລະ ມີຈັດຕັ້ງກອງປະຊຸມເວທີຕົວເມືອງແຫ່ງຊາດຂອງຕົນເອງ.

ໃນກອງປະຊຸມດັ່ງກ່າວ ທ່ານ ສອນໄຊ ສີພັນດອນ
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ໃນການຈັດກອງປະຊຸມເວທີຕົວເມືອງແຫ່ງຊາດ
ຄັ້ງທີ 4 ຊຶ່ງ
ເປັນເວທີໃຫ້ພາກສ່ວນຕ່າງໆໄດ້ມາປຶກສາຫາລື ແລະ
ສະທ້ອນໃຫ້ເຫັນເຖິງສະພາບການພັດທະນາ ແລະ ຂະຫຍາຍຕົວຂອງຕົວເມືອງ ໃນ ສປປ
ລາວ ທີ່ມີອັດຕາການຫັນເປັນຕົວເມືອງ
ທີ່ສູງ ໂດຍສະເພາະແມ່ນເກີດຂຶ້ນຢູ່ໃນ ບັນດາຕົວເມືອງ ອັນດັບ 1 ແລະ ອັນດັບ 2 ຂອງ ສປປ ລາວ ກໍ່ຄື
ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ຕາມລໍາດັບ. ພ້ອມກັນນັ້ນ ທ່ານ
ນາຍົກລັດຖະມົນຕີ ກໍ່ໄດ້ຍົກຕົວຢ່າງ ຂອງ ນະຄອນຫຼວງວຽງຈັນ
ທີ່ເປັນໃຈກາງທາງດ້ານການເມືອງການປົກຄອງ, ເສດຖະກິດ ແລະ ວັດທະນະທໍາ ໄດ້ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະ
ການພັດທະນາໂຄງລ່າງພື້ນຖານ, ການຄ້າ-ການບໍລິການ ແລະ ການຫັນເປັນທັນສະໄໝ ຂອງ
ນະຄອນຫຼວງວຽງຈັນ. ໂດຍຄຽງຄູ່ກັບການຂະຫຍາຍຕົວດັ່ງກ່າວ
ມັນຍັງນໍາເອົາສິ່ງທ້າທາຍຫຼາຍຢ່າງມາຄຽງຄູ່ກັນ ເປັນຕົ້ນ
ການຕັ້ງຖິ່ນຖານທີ່ບໍ່ເປັນທາງການ, ຄວາມຕ້ອງການທີ່ຢູ່ອາໄສເພິ່ມຂື້ນ,
ການບໍລິການຕົວເມືອງທີ່ບໍ່ຖ່ວງທັນກັບການເພີ່ມຂື້ນຂອງປະຊາກອນ ໂດຍສະເພາະ
ນໍ້າປະປາ ແລະ ສຸຂາພິບານ, ການຄຸ້ມຄອງຂີ້ເຫຍື້ອ ແລະ ການຂົນສົ່ງສາທາລະນະ.
ຄຽງຄູ່ກັນນັ້ນ ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນ ທັງພາກລັດ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ຈົ່ງຮ່ວມແຮງ ຮ່ວມໃຈກັນ ໃນການສ້າງ ແລະ ປັບປຸງຕົວເມືອງ ຂອງພວກເຮົາໃຫ້ເປັນ
ຕົວເມືອງທີ່ ໜ້າຢູ່, ສີຂຽວ, ທົນທານ,
ຍືນຍົງ ແລະ ພ້ອມຮັບມືກັບການປ່ຽນແປງສະພາບດິນຟ້າອາກາດ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ
ຂອງສະຫະປະຊາດ ເປົ້າໝາຍທີ 11
ວ່າດ້ວຍ ຕົວເມືອງ ແລະ ຊຸມຊົນຍືນຍົງ. ການສ້າງຕົວເມືອງໃຫ້ຍືນຍົງ ບໍ່ແມ່ນພຽງແຕ່ເປັນພາລະກິດ ຂອງລັດຖະບານ ແຕ່ເປັນພາລະກິດ ແລະ ໜ້າທີ່
ຂອງທຸກຄົນໃນສັງຄົນ ເພື່ອຮັກສາມໍລະດົກອັນດີໃຫ້ແກ່ລູກຫລານ
ຂອງພວກເຮົາໃນອະນາຄົດ.
ທ່ານ
ບາໂຄເດຍ ເບີຄານອຟ (Bakhodir Burkhanov), ຜູ້ປະສານງານ
ຂອງອົງການສະຫະປະຊາຊາດ ປະຈໍາ ລາວ, ກໍ່ໄດ້ເຂົ້າຮ່ວມງານຄັ້ງນີ້ ແລະ
ໄດ້ກ່າວມີຄຳເຫັນຕໍ່ກອງປະຊຸມເວທີຕົວເມືອງແຫ່ງຊາດຄັ້ງນີ້ ໂດຍເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຈັດງານໃນປີນີ້
ຢູ່ 02 ຈຸດ ຄື: ເປັນວັນຄົບຮອບ 70 ປີ ຂອງການເປັນສະມາຊິກ ໃນອົງການສະຫະປະຊາຊາດ ຂອງ ສປປ ລາວ ແລະ ເປັນວັນຄົບຮອບ 80 ປີ ຂອງອົງການສະຫະປະຊາຊາດອີກດ້ວຍ. ທ່ານໄດ້ເນັ້ນໜັກ ເຖິງຄວາມຮັບຜິດຊອບຕໍ່ສາກົນ
ເພື່ອລົງມືຈັດຕັ້ງປະຕິບັດ ຕໍ່ກັບວິກິດການ ທີ່ເກີດຈາກ ການປ່ຽນແປງສະພາບອາກາດ
ໂດຍໄດ້ກ່າວວ່າ: “ການສ້າງນະຄອນທີ່ທົນທານ ບໍ່ແມ່ນທາງເລືອກອີກຕໍ່ໄປ ແຕ່ເປັນສິ່ງທີ່ຈຳເປັນ. ໂດຍ ຄວາມສອດຄ່ອງ ຂອງການຂະຫຍາຍຕົວເມືອງ ແລະ ບຸລິມະສິດແຫ່ງຊາດ,
ການສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ແລະ ການເສີມສ້າງຄູ່ຮ່ວມງານ, ພວກເຮົາສາມາດຮັບປະກັນອະນາຄົດທີ່ປອດໄພ, ມີສ່ວນຮ່ວມ
ແລະ ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫຼັງ.”
ດຣ. ອາວີ ຊາກາ (Dr. Avi Sarkar), ຫົວໜ້າອົງການ UN-Habitat ປະຈໍາ ສປປ ລາວ
ຊຶ່ງເປັນຜູ້ໜຶ່ງທີ່ສະໜັບສະຫນູນການຈັດກອງປະຊຸມໃນຄັ້ງນີ້ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານ
ໄດ້ເນັ້ນໜັກວ່າ: “ຕົວເມືອງ
ບໍ່ພຽງແຕ່ ເປັນສະຖານທີ່ ທີ່ຜູ້ຄົນດໍາລົງຊີວິດເທົ່ານັ້ນ; ແຕ່ຍັງເປັນກົນໄກຂອງການເຕີບໂຕ ແລະ
ການສ້າງຄວາມທົນທານ.” ທ່ານກ່າວຕື່ມວ່າ
ກອງປະຊຸມເວທີນີ້ໄດ້ສ້າງພື້ນທີ່ໃຫ້ແກ່ລັດຖະບານ, ຄູ່ຮ່ວມງານ ແລະ
ຊຸມຊົນເພື່ອປ່ຽນສິ່ງທ້າທາຍຂອງຕົວເມືອງໃຫ້ກາຍເປັນໂອກາດ.
ຈາກນັ້ນບັນດາການນຳກໍໄດ້ຕັດແທບຜ້າເປີດພິທີ ພ້ອມຢ້ຽມຊົມການຈັດວາງສະແດງຜົນງານ, ເຄື່ອງມື
ແລະ ນະວັດຕະກຳ ຂອງບັນດາບໍລິສັດຕ່າງໆ ທີ່ສຳຄັນ ທີ່ມີສ່ວນໃນການຂັບເຄື່ອນວຽກງານການສຳຫຼວດ-ອອກແບບ
ກໍ່ສ້າງໂຄງລ່າງພື້ນຖານ ແລະ ປັບປຸງສິ່ງແວດລ້ອມຕົວເມືອງ ຈາກບັນດາພາກສ່ວນທີ່ມາວາງສະແດງອີກດ້ວຍ.