Ministry News
ທ່ານ ລັດຖະມົນຕີ ກະຊວງ ຍທຂ ພ້ອມຄະນະ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ
ໃນວັນທີ
9 ສິງຫາ
2025 ທ່ານ
ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ພ້ອມຄະນະ
ໄດ້ລົງຕິດຕາມ ແລະ ຊຸກຍູ້ ໂຄງການ ປັບປຸງ ແລະ ສ້ອມແປງ ທາງ 2W ເລີ່ມແຕ່ເມືອງໄຊ
ຫາເມືອງປາກແບ່ງແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ ໃຫ້ໄດ້ສໍາເລັດຕາມແຜນການ
ເພື່ອອໍານວນຄວາມສະດວກໃນການຄົມມະນາຄົມຂົນສົ່ງ ແລະ
ກາຍເປັນທ່າແຮງສໍາຄັນໃນການພັດທະນາເສດຖະກິດ - ສັງຄົມ.
ໃນໂອກາດການລົງຕິດຕາມຄັ້ງນີ້ ໂດຍໄດ້ຮັບການຕ້ອນຮັບຈາກຄະນະນໍາພະແນກ ຍທຂ ແຂວງອຸດົມໄຊ ພ້ອມຄະນະ ເຊິ່ງ ທ່ານ ພູວິໃສ ວົງໄຊ ຫົວໜ້າໂຄງການປັບປຸງ ແລະ ສ້ອມແປງ ທາງ 2W ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ໃຫ້ຮູ້ວ່າ: ໂຄງການ ປັບປຸງ ແລະ ສ້ອມແປງ ທາງ 2W ເລີ່ມແຕ່ເມືອງໄຊ ຫາເມືອງປາກແບ່ງແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ ໄດ້ແບ່ງອອກເປັນ 3 ສັນຍາ ເຊິ່ງສັນຍາທີ 1 ແມ່ນມີລວງຍາວ 68.4 ກີໂລແມັດ, ຈຸດເລີ່ມຕົ້ນກີໂລແມັດ 0 ເມືອງໄຊ ແຂວງອຸດົມໄຊ ຫາເມືອງແບ່ງແຂວງອຸດົມໄຊ ເຊິ່ງ ຜູ້ຮັບເໝົາແມ່ນບໍລິສັດ ໄຊນາຢຽງຊີ ມີມູນຄ່າ ສັນຍາ 30 ລ້ານໂດລາສະຫະລັດ ໄດ້ເລີ່ມການກໍ່ສ້າງ ເລີ່ມວັນທີ 1 ຕຸລາ 2024 ຜູ້ຮັບເໝົາຈະຕ້ອງກໍ່ສ້າງໄລຍະເວລາ 3 ປີ ແລະ ສືບຕໍ່ບູລະນະຮັກສາອີກ 7 ປີລວມທັງໝົດສັນຍາ 10 ປີ ປັດຈຸບັນ ຄວາມຄືບໜ້າ ສັນຍາທີ 1 ແມ່ນປະຕິບັດໄດ້ 4.8% ທຽບ ໃສ່ແຜນຊ້າຢູ່ 3.5% ເຫດຜົນທີ່ລ້າຊ້າ ຍ້ອນສະພາບອາກາດ ເປັນຕົ້ນແມ່ນສະພາບຝົນຕົກມາໄວ ນັບແຕ່ ຕົ້ນເດືອນພຶດສະພາ 2025 ເປັນຕົ້ນມາມີຝົນຕົກເປັນໄລຍະເຮັດໃຫ້ວຽກ ການຕັດດິນ ການຖົມຊັ້ນເຊື້ອທາງປະຕິບັດບໍ່ໄດ້ ເຮັດໃຫ້ລ້າຊ້າ.
ສັນຍາ ທີ 2 ນັບແຕ່ກີໂລ 68+400 ຈົນຮອດ 121+000 ຄວາມຍາວທັງໝົດແມ່ນ 52.6 ກມ ຜູ້ຮັບເໝົາແມ່ນບໍລິສັດກວາງຕຸ້ງເລກ 3 ເຊິ່ງໄດ້ເລີມວຽກແຕ່ວັນທີ 6 ກຸມພາ 2025 ປັດຈຸບັນເລີ່ມກໍ່ສ້າງ ແລະ ຜະລິດທໍ່, ປັບຊັ້ນເຊື້ອທາງ ຈົນຮອດຊັ້ນພື້ນທາງ ຄວາມຄືບໜ້າ ປັດຈຸບັນ 2.05% ມີຄວາມລ້າຊ້າກວ່າແຜນ 0.5%.
ສັນຍາທີ 3 ເລີ່ມແຕ່ 121 ຫາ 136 ກີໂລແມັດ ປັດຈຸບັນ ກໍາລັງຢູ່ໃນຂັ້ນຕອນປະມູນ.
ທ່ານກ່າວວ່າ: ສໍາລັບ ນັກຂັບຂີ່ ໃນໄລຍະນີ້ ເອົາໃຈໃສ່ໃນການວາງແຜນການເດີນທາງເນື່ອງຈາກວ່າໃນໄລຍະກໍ່ສ້າງ ແນ່ນອນກໍ່ມີການເຮັດທາງເວັ້ນ, ປິດແລວທາງ ການສັນຈອນ ອາດຈະເຫຼືອ1 ຊ່ອງໃນບາງເຂດ ສະນັ້ນ ໃນການເດີນທາງ ຈາກເມືອງໄຊ ຈະໄປເມືອງປາກແບ່ງ ເມືອງຮຸນ ຫຼື ໄປແຂວງ ໄຊຍະບູລີໄປເມືອງເງິນ ແມ່ນຢາກໃຫ້ເພື່ອເວລາໃນການເດີນທາງ ແລະ ຕິດຕາມຂ່າວຈາກພະແນກ ຍທຂ ແຂວງ, ພ້ອມນັ້ນ ໃຫ້ປະຕິບັດຕາມປ້າຍເຕື່ອນຕ່າງໆ ໃນເຂດກໍ່ສ້າງ ປ້າຍຫຼຸກຜ່ອນຄວາມໄວ ປ້າຍທາງເວັ້ນ ເຫຼົ້່ານີ້ເປັນຕົ້ນ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງໂຄງການ ພ້ອມທັງ ໃຫ້ທິດຊີ້ນໍາໃຫ້ໂຄງການ ເປັນຕົ້ນແມ່ນໃຫ້ໂຄງການຄັດຈ້ອນບັນຫາທີ່ຄົງຄ້າງ, ພ້ອມນັ້ນກໍເນັ້ນໜັກກ່ຽວກັບຄວາມປອດໄພທາງຫຼວງ ຕ້ອງໄດ້ມີແຈ້ງການ, ຕິດປ້າຍແນະນໍາເພີ່ມເຕີມ ເພື່ອໃຫ້ຜູ້ໃຊ້ລົດໃຊ້ຖະໜົນໄດ້ເຂົ້າໃຈ ແລະ ປະຕິບັດຕາມກົດລະບຽບ, ພ້ອມທັງການຄວບຄຸມ ຄຸນນະພາບ ວັດສະດຸ ອຸປະກອນສໍາລັບການກໍ່ສ້າງ ແລະ ຕ້ອງໄດ້ຮັກສາໄລຍະເວລາທີ່ກໍານົດ ເພື່ອເຮັດໃຫ້ ໂຄງການສໍາເລັດຕາມແຜນ ແລະ ເປັນໃບໜ້າໃໝ່ຂອງແຂວງ ກໍຄືປະເທດເຮົາ ເນື່ອງຈາກວ່າເສັ້ນທາງດັ່ງກ່າວ ເປັນແລວທາງເສດຖະກິດ ລະຫວ່າງ ຕາເວັນອອກ ຕາເວັນຕົກ ເຊີ່ງເລີ່ມມາຈາກ ປະເທດຫວຽດນາມ ຜ່ານແຂວງ ຜົ້ງສາລີ ມາແຂວງອຸດົມໄຊ ແລະ ສືບຕໍ່ລົງໄປ ຈົນຮອດດ່ານນໍ້າເງິນ ແຂວງໄຊຍະບູລີ ອອກສູ່ ປະເທດໄທ. ສະນັ້ນ ຫວັງວ່າ ພາຍຫຼັງສໍາເລັດໂຄງການດັ່ງກ່າວຜູ້ທີ່ໄດ້ຮັບຜົນປະໂຫຍດແມ່ນປະຊາຊົນພາຍໃນ ແລະ ປະເທດໃກ້ຄຽງ ແລະ ພາກພື້ນຈະໄດ້ຮັບຜົນປະໂຫຍດຮ່ວມກັນ
ສໍາລັບທາງ 2W ເລີ່ມແຕ່ເມືອງໄຊ ຫາເມືອງປາກແບ່ງແຂວງອຸດົມໄຊ ມີຄວາມຍາວທັງໝົດ 136 ກີໂລແມັດ ອອກແບບມາດຕະຖານທາງອາຊຽນຊັ້ນ 3 ໜ້າທາງປູອັດສະຟານໜາ 8 ຊັງຕີແມັດ , ໜ້າທາງກວ້າງ 7-10 ແມັດ(ຄອງລົດແລ່ນກວ້າງ 6 ແມັດ) ປະກອບມີຂົວຈໍານວນ 16 ແຫ່ງ
ໃນວັນດຽວກັນ
ທ່ານ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະ ໄດ້ລົງຕິດຕາມໂຄງການກໍ່ສ້າງຕາຝັ່ງເຈື່ອນ,
ສວນສາທາລະນະ ຢູ່ໃນເຂດ ເທສະບານ ເມືອງໄຊ ແລະ ສຳນັກງານລັດວິສາຫະກິດນໍ້າປະປາ
ແຂວງອຸດົມໄຊຕື່ມອີກ.