Ministry News

ລັດຖະບານ ຍີ່ປຸ່ນ ມອບອຸປະກອນ-ກົນຈັກ ສ້ອມແປງຂົວທາງ ໃຫ້ ກະຊວງ ຍທຂ

2025-08-08 - Sayphone

ໃນວັນທີ 8 ສິງຫາ 2025 ໄດ້ມີພິທີ ມອບ-ຮັບ ອຸປະກອນ-ກົນຈັກ ສ້ອມແປງຂົວທາງ ລະຫວ່າງລັດຖະບານຍີ່ປຸ່ນ ແກ່ ລັດຖະບານລາວ ພາຍໃຕ້ໂຄງການ ພັດທະນາເສດຖະກິດ-ສັງຄົມ ສົກ 2023 ລວມມູນຄ່າ 1,500 ລ້ານເຢນ. ໂດຍຕາງໜ້າມອບ-ຮັບລະຫວ່າງ ທ່ານ ໂຄະອິຊຶມິ ຊຶໂຕະມຸ ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳລາວ ກັບ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ລັດວິສາຫະກິດ ກໍ່ສ້າງທາງເລກ 8 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8.

ທ່ານ ໂຄະອິຊຶມິ ຊຶໂຕະມຸ ກ່າວບາງຕອນວ່າ: ການຊ່ວຍເຫຼືອຄັ້ງນີ້ ປະເທດຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າ ເປັນມູນຄ່າປະມານ 1,500 ເຢັນ ຫຼື ປະມານ 10 ລ້ານໂດລາສະຫະລັດ ເຂົ້າໃນການຈັດຊື້ກົນຈັກໜັກກໍ່ສ້າງແບບຄົບຊຸດ ໃນການປັບປຸງຖະໜົນຫົນທາງໂດຍນໍາໃຊ້ຢາງມະຕອຍເກົ່າທີ່ເຊື່ອມສະພາບແລ້ວ ສາມາດເອົາມານໍາໃຊ້ຄືນໃໝ່. ດ້ວຍວິທີດັ່ງກ່າວ ຈະເຮັດໃຫ້ສາມາດສ້ອມແປງຖະໜົນທີ່ເປເພໄດ້ໄວກ່ວາເກົ່າ ພ້ອມທັງ ຫຼຸດຕົ້ນທຶນ ແລະ ຮັກສາຊັບພະຍາກອນໄປນໍາ. ຄາດວ່າກົນຈັກດັ່ງກ່າວຈະສ້າງ ຜົນປະໂຫຍດ ແລະ ປະສິດທິພາບ ໄດ້ຫຼາຍກ່ວາມູນຄ່າທີ່ມອບໃຫ້ເປັນຫຼາຍເທົ່າ ແລະ ຫວັງເປັນຢ່າງຍິ່ງວ່າ ໂຄງການພາຍໃຕ້ໂຄງການ ພັດທະນາເສດຖະກິດ-ສັງຄົມ ຈະປະກອບສ່ວນສໍາຄັນ ເຂົ້າໃນ ການຍົກລະດັບ ຄວາມສະຖຽນລະພາບ ດ້ານການເງິນ, ຊຸກຍູ້ ການເຊື່ອມຈອດ ແລະ ຄວາມຍືດຍຸ່ນ, ສົ່ງເສີມການພັດທະນາດ້ານເສດຖະກິດທີ່ມີຄຸນນະພາບສູງ ແລະ ກຸ້ມໂຕເອງ ເພື່ອແນໃສ່ການຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາ ແລະ ກ້າວເຂົ້າສູ່ປະເທດທີ່ມີລາຍຮັບປານກາງ ຂອງປະເທດລາວ.

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ຍທຂ ກ່າວບາງຕອນວ່າ: ອຸປະກອນ ແລະ ລົດກົນຈັກສ້ອມແປງເສັ້ນ ທີ່ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອລ້າຄັ້ງນີ້ແມ່ນ ພາຍໃຕ້ໂຄງການ ເສດຖະກິດ ແລະ ການພັດທະນາ ເພື່ອນຳໃຊ້ເຂົ້າໃນວຽກງານສ້ອມແປງ ແລະ ປັບປຸງ ເສັ້ນທາງທີ່ຖືກຜົນກະທົບຈາກໄພພິບັດທາງທໍາມະຊາດ ໃນຂອບເຂດທົ່ວປະເທດຂອງ ສປປ ລາວ. ເປັນການຊ່ວຍເຫຼືອທີ່ມີຄວາມໝາຍສໍາຄັນທີ່ສຸດ ໃນການຊ່ວຍສະໜອງອຸປະກອນ ແລະ ກົນຈັກທີ່ທັນສະໄໝ ເພື່ອຍົກລະດັບຄຸນນະພາບ ແລະ ປະສິດທິພາບວຽກງານບູລະນະສ້ອມແປງເສັ້ນທາງໃຫ້ວ່ອງໄວ, ມີປະສິດທິພາບ ເຂົ້າໃນການຍົກລະດັບເສັ້ນທາງຫຼວງແຫ່ງຊາດ ໃຫ້ສາມາດຮອງຮັບການໄປມາຫາສູ່,ການບໍລິການຂົນສົ່ງສິນຄ້າ ແລະ ການບໍລິການທ່ອງທ່ຽວກັບປະເທດເພື່ອນບ້ານໃກ້ຄຽງກໍຄືໃນພາກພື້ນ ແລະ ຈະປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາດ້ານເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະແມ່ນ ປະຊາຊົນຢູ່ເຂດດັ່ງກ່າວ ແລະ ໃນ ສປປ ລາວ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຂໍໃຫ້ຄຳໜັ້ນສັນຍາຕໍ່ລັດຖະບານຍີ່ປຸ່ນກໍ່ຄື ປະຊາຊົນຍີ່ປຸ່ນ ວ່າຈະນໍາໃຊ້ອຸປະກອນ ແລະ ລົດກົນຈັກເຫຼົ່ານີ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານພັດທະນາວຽກງານພື້ນຖານໂຄງລ່າງ ຂອງ ສປປ ລາວ ແລະ ເພື່ອໃຫ້ມີຄວາມຍືນຍົງ ແລະ ທັງເປັນຊຸກຍູ້ສົ່ງເສີມພັດທະນາລັດວິສາຫະກິດຂອງ ສປປ ລາວ ໃຫ້ມີຄວາມເຂັ້ມແຂງຂຶ້ນຕື່ມ ກະຊວງໂຍທາທິການ ແລະ ຂົນສົ່ງ ຂໍມອບການຊ່ວຍເຫຼືອໃນຄັ້ງນີ້ ໃຫ້ກັບ 3 ລັດວິສາຫະກິດຂອງກະຊວງ ຍທຂ ຄືລັດວິສາຫະກິດກໍ່ສ້າງທາງເລກ 8, ລັດວິສາຫະກິດວິສະວະກຳຄົມມະນາຄົມ ແລະ ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ເພື່ອໃຫ້ລັດວິສາຫະກິດດັ່ງກ່າວ ນຳໃຊ້ເຂົ້າໃນການຍົກລະດັບ ແລະ ພັດທະນາຄວາມອາດສາມາດຂອງອົງກອນໃຫ້ມີຄວາມເຂັ້ມແຂງຍິ່ງຂື້ນ ແນ່ໃສ່ໃຫ້ເປັນລັດວິສາຫະກິດຕົວແບບ ຢ່າງແທ້ຈິງຂອງລັດຖະບານ ກໍ່ຄືໃນ ສປປ ລາວ ໂດຍສະເພາະວຽກງານສຳຫຼວດ, ປັບປຸງ, ບູລະນະ ແລະ ກໍ່ສ້າງເສັ້ນທາງ ໃນ ສປປ ລາວ ໃຫ້ມີຄຸນນະພາບ ແລະ ດີຂື້ນເທື່ອລະກ້າວ.

ທ່ານ ພູເພື່ອນ ແສງພະຈັນ ຜູ້ອຳນວຍການ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ຕາງໜ້າໃຫ້ລັດວິສາຫະກິດ 3 ແຫ່ງ ຂຶ້ນກ່າວຂອບໃຈບາງຕອນວ່າ: ຕາງໜ້າໃຫ້ທັງ 3 ລັດວິສາຫະ ກິດ, ຂ້າພະເຈົ້າ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະ ຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ເວົ້າລວມ, ເວົ້າ ສະເພາະແມ່ນ ລັດວິສາຫະກິດ 3 ພາກສ່ວນຂອງພວກເຮົາ, ຊຶ່ງເປັນການຊ່ວຍເຫຼືອອັນສຳຄັນ ເຂົ້າໃນວຽກງານປົກປັກຮັກສາ ແລະ ພັດທະນາຂະແໜງ ພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ແລະ ຂົນສົ່ງ ຂອງ ສປປ ລາວ.ອຸປະກອນ-ກົນຈັກດັ່ງກ່າວແມ່ນຈະຖືກນໍາໃຊ້ເຂົ້າໃນວຽກງານການພັດທະນາ, ບູລະນະສ້ອມແປງ ແລະ ປັບປຸງ ຂົວທາງ ເປັນຕົ້ນແມ່ນເສັ້ນທາງຫຼວງແຫ່ງຊາດຢູ່ພາກໃຕ້ເຊັ່ນ: ເສັ້ນທາງເລກ 8, 9, 11, 13 ແລະ 16 ໃນ ສປປ ລາວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250