Activity News

ຫ້ອງການກະຊວງ ຍທຂ ຈັດກິດຈະກຳ ຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ IV

2019-08-26 - Administrator

ຫ້ອງການກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ມິດຕະພາບ 2 ປະ​ເພດ ຄື ກິລາ​ບານ​ເຕະທີ​ມຍິງ-ທີ​ມຊາຍ ​ແລະ ກິລາ​ດຶງ​ເຊືອກປະສົມຍິງ 5 ຊາຍ 4 ​ເພື່ອ​ສ້າງ​ຂະ​ບວນການ​ຂໍ່ານັບ​ຮັບ​ຕ້ອນ​ກອງ​ປະຊຸມ ໃຫ່ຍ ຄັ້ງ​ທີ lV ຂອງໜ່ວຍພັກທີ 1 ຫ້ອງການກະຊວງ ຍທຂ ພ້ອມທັງສ້າງໂອກາດສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ​ແລະ ໃຫ້ພະນັກງານສະມາຊິກພັກພາຍ​ໃນ​ໜ່ວຍ​ພັກ​ທີ 1 ​ໄດ້ຮັດ​ແໜ້ນຄວາມ​ສາມັກຄີ​ຮັກ​ແພງ ​ແລະ ​ແລກປ່ຽນບົດຮຽນ​ທາງ​ດ້ານ​ວິຊາ​ການໃຫ້​ເຊິ່ງກັນ ​ແລະ ກັນ ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.

ກິດຈະກຳ​ຄັ້ງ​ນີ້ ​ໄດ້​ມີຂຶ້ນ ​ເມື່ອ​ວັນ​ທີ 23 ສິງຫາ 2019 ຜ່ານ​ມາ ທີ່​ສະໜາມກິລາ​ເຕະບານ​ຫຍ້າ​ທຽມ ສັບພະ​ວິຊາ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະຫາຍ ປອ ສັນຕິສຸກ ສີມມາລາວົງ ຄະນະ​ປະ​ຈຳ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ແລະ ສະຫາຍ ວຽງສະຫັວດ ສີພັນດອນ ຄະນະ​ພັກ, ຮອງ​ລັດຖະມົນຕີກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ມີ​ບັນດາຫົວໜ້າ-ຮອງ​ຫົວໜ້າຫ້ອງການ, ກົມການເງິນ ພ້ອມດ້ວຍ​ບັນດາ​ສະມາຊິກ​ພັກ, ພະນັກງານທີ່​ກ່ຽວຂ້ອງເຂົ້າຮ່ວມ 80 ຄົນ.

ການ​ແຂ່ງຂັນ​ລາຍການນີ້ ນອກຈາກ​ຈະ​ສ້າງ​ຂະ​ບວນການ​ຕ້ອນຮັບກອງ​ປະຊຸມ​ດັ່ງກ່າວ​ແລ້ວ ກໍ​ຍັງ​ເປັນ​ການສ້າງ​ຂະ​ບວນການສະ​ເຫຼີ​ມສະຫຼອງ​ວັນຍືດອຳນາດ 23 ສິງຫາ 2019 ຄົບຮອບ 44 ປີ (23 ສິງຫາ 1975 ຫາ 23 ສິງຫາ 2019) ​ແລະ ວັນ​ປະກາດ​ເອກະລາດ 12 ຕຸລາ 2019 ຄົບຮອບ 64 ປີ (12 ຕຸລາ 1955 ຫາ 12 ຕຸລາ 2019) ຜ່ານ​ການແຂ່ງຂັນ​ກິລາ 2 ປະ​ເພດ​ດັ່ງກ່າວ ຜົນ​ປະກົດ​ວ່າ:  ກິລາ​​ເຕະບານ​ທີ​ມຊາຍ ທີ​ມຫ້ອງການ​ ຍທຂ ຊະນະ ກົມ​ການ​ເງິນ ຍທຂ 4-3 ປະຕູ ​ແລະ ​ທີ​ມຍິງ ທີ​ມຫ້ອງການ​ ຍທຂ ຊະນະ ກົມ​ການ​ເງິນ ຍທຂ 1-0 ປະຕູ ສ່ວນ​ກິລາ​ດຶງ​ເຊືອກ ທີ​ມປະສົມຊາຍ 4 ຍີງ 5 ທີ​ມກົມການເງິນ ຍທຂ ຊະນະ ຫ້ອງການ ຍທຂ ຂາດ​ຮອຍ 2-0   ​​ເກ​ມ.  

​ຄັດຈາກໜັງສືພິມກິລາ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250