Ministry News

ທ່ານລັດຖະມົນຕີກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ນິຕ້າ ທະນາຄານພັດທະນາອາຊີ

2025-03-13 - Administrator

ໃນຕອນເຊົ້າຂອງ ວັນທີ 11 ມີນາ 2025 ທີ່ຫ້ອງຮັບແຂກຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ນິຕ້າ ໂປຄລຽວ (Ms. Neeta Pokhrel) ຫົວໜ້າພະແນກອາຊີຕາເວັນອອກຊ່ຽງໃຕ້ ແລະ ປາຊີຟິກ, ຮັບຜິດຊອບວຽກງານນຳ້ປະປາ ແລະ ພັດທະນາຕົວເມືອງ, ທະນາຄານພັດທະນາອາຊີ (ADB), ເນື່ອງໃນໂອກາດທີ່ເດີນ ທາງມາເຮັດວຽກ ແລະ ຕິດຕາມການຈັດຕັ້ງປະຕິບັດໂຄງການຂອງທະນາຄານພັດທະນາອາຊີຢູ່ ສປປ ລາວ.

ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ນິຕ້າ ທີ່ໃຫ້ຄວາມສໍາຄັນໃນການຮ່ວມມືເພື່ອພັດທະນາຊຸມຊົນ ແລະ ຍົກລະດັບຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂື້ນເທື່ອລະກ້າວ. ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການສະໜັບສະໜູນຂອງ ADB ຕໍ່ຂະແໜງການໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະແມ່ນວຽກງານນໍ້າປະປາ ແລະ ສຸຂາພິບານ, ການພັດທະນາຕົວເມືອງ ແລະ ການຂົນສົ່ງສາທາລະນະ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ແລະ ທ່ານ ນາງ ນິຕ້າ ໂປຄລຽວ ໄດ້ປືກສາຫາລືແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບ ການຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈາກທະນາ ຄານພັດທະນາອາຊີ ມາພັດທະນາຂະແໜງການໂຍທາທິການ ແລະ ຂົນສົ່ງ ຢູບັນດາແຂວງໃນທົ່ວປະເທດເປັນຕົ້ນວຽກງານ ການພັດທະນາຕົວເມືອງ ແລະ ຊຸມຊົນ, ການພັດທະນານໍ້າປະປາ ແລະ ສຸຂາພິບານ, ການກໍ່ສ້າງ ແລະ ບູລະນະຮັກສາສະໜາມຂີ້ເຫຍື້ອໃຫ້ມີຄວາມຍືນຍົງ ແລະ ອືີ່ນໆ.



ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ທ່ານ ນາງ ນິຕ້າ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳ ແລະ ການສະໜັບສະໜູນ ໃນການຮ່ວມມືກັນ ແລະ ຈັດຕັ້ງປະຕິບັດບັນດາໂຄງການໃຫ້ສຳເລັດຕາມແຜນທີ່ວາງໄວ້.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250