Ministry News

ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານຫົວໜ້າຫ້ອງການທະນາຄານພັດທະນາອາຊີ ປະຈຳ ສປປ ລາວ

2024-10-17 - Sayphone


ໃນຕອນບ່າຍຂອງວັນທີ 15 ຕຸລາ 2024, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງທ່ານ ນາງ ໂຊໂນມິ ທານາກະ (Ms. Sonomi TANAKA) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວທີ່ ກະຊວງໂຍທາທິການ ແລະ ຂົນສົ່ງ ໃນໂອກາດທີ່ທ່ານຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ໄດ້ສໍາເລັດວາລະການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຢູ່ ສປປ ລາວ.

ໃນໂອກາດນີ້ທ່ານ ງາມປະສົງ ເມືອງມະນີ  ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ຕະຫຼອດໄລຍະເວລາ ຢູ່ ສປປ ລາວ ຜ່ານມາໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ ລະຫວ່າງ ສປປ ລາວ ແລະ ທະນາ ຄານພັດທະນາອາຊີ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ ໃນຂະແໜງໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນ ວຽກງານຂົນສົ່ງ, ວຽກງານຂົວທາງ, ວຽກງານພັດທະນາຕົວເມືອງ ແລະ ວຽກງານນຳ້ປະປາ ໂດຍຜ່ານການຊ່ວຍເຫຼືອລ້າ ແລະ ເງິນກູ້ຢືມ ເຊິ່ງປະກອບມີບັນດາໂຄງທີ່ກຳລັງຈັດຕັ້ງປະຕິບັດຢູ່ ຄື: ໂຄງການ ຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ, ໂຄງການພັດທະນາຕົວເມືອງຕາມແລວທາງ ຕາເວັນອອກ ຕາເວັນຕົກ ອະນຸພາກພື້ນແມ່ນໍ້າຂອງ 1,2,4 (GMS1, GMS2, GMS4), ໂຄງການປັບປຸງສິ່ງແວດ ລ້ອມຕົວເມືອງ ແຂວງຫຼວງພະບາງ (UEIIP), ໂຄງການນຳ້ປະປາ ແລະ ສຸຂາພິບານ ແລະ ໂຄງການປັບປຸງຕາໜ່າງເສັ້ນທາງຊົນນະບົດ ຢູ່ບັນດາແຂວງພາກໃຕ້.

ທ່ານລັດຖະມົນຕີ ກະຊວງ ຍທຂ ຍັງສະແດງຄວາມຂອບໃຈ ຕໍ່ກັບທະນາຄານພັດທະນາອາຊີ ທີ່ສຶບຕໍ່ສະໜັບສະໜູນ ສະເໜີບັນດາໂຄງການເຂົ້າໃນແຜນບູລິມາສິດ ໃນປີ 2025-2027 ເປັນຕົ້ນ: ໂຄງການປັບປຸງສິ່ງແວດລ້ອມຕົວເມືອງ ໄລຍະ 2 ແຂວງອຸດົມໄຊ (UEIIP 2), ໂຄງການປັບປຸງລະບົບນຳ້ປະປາ ແລະ ສຸຂາພິບານ ເຊິ່ງຈະໄດ້ຮັບຮອງ ໃນເດືອນພະຈິກ 2024. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ຍັງໄດ້ປຶກສາຫາລືກັບ ທະນາຄານພັດທະນາອາຊີ ກ່ຽວກັບການແກ້ໄຂຜົນກະທົບຈາກໄພພິບັດນຳ້ຖ້ວມ ຢູ່ແຂວງຫຼວງນຳ້ທາ ໂດຍສະເພາະແມ່ນແກ້ໄຂວຽກງານ ສະໜາມບິນຫຼວງນຳ້ທາ, ບັນດາເສັ້ນທາງ ແລະ ລະບົບນຳ້ປະປາ.

ໃນໂອກາດດຽວກັນນີ້ທ່ານ ນາງ ໂຊໂນມິ ທານາກະ ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ ລັດຖະບານ ສປປ ລາວ ກໍ່ຄືພາກສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ໃນໄລຍະການປະຕິບັດໜ້າທີ່ຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພ້ອມດຽວກັນນັ້ນ, ທ່ານ ນາງ ໂຊໂນມິ ທານາກະ ໄດ້ແນະນຳ ທ່ານ ນາງ ຊານນີ ແຄັມແບວ (Ms. Shanny Campbell) ຫົວໜ້າຫ້ອງການ ທະນາຄານພັດທະນາອາຊີ ປະຈຳ ສປປ ລາວ ຜູ້ໃໝ່ ແລະ ຈະໄດ້ສຶບຕໍ່ສະໜັບສະໜູນການຮ່ວມມືກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນຫຼາຍວຽກງານ ທາງດ້ານໂຄງລ່າງພື້ນ ຖານ ແລະ ວຽກງານອື່ນໆໃນຕໍ່ໜ້າ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250