Ministry News

ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບ ຂອງ ທ່ານ Jin Liqun (ຈີ່່ນ ຫຼີ້ຊຸນ) ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB)

2024-10-14 - Sayphone


ໃນຕອນບ່າຍວັນທີ 09 ຕຸລາ 2024, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ທ່ານ ຈີ່່ນ ຫຼີ້ຊຸນ (Mr. Jin Liqun) ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB). ຈຸດປະສົງຂອງການພົບປະໃນຄັ້ງນີ້ແມ່ນ ເພື່ອແລກປ່ຽນ ແລະ ປຶກສາຫາລືວຽກງານຂົງເຂດທີ່ມີທ່າແຮງໃນການຮ່ວມມື ດ້ານພື້ນຖານໂຄງລ່າງຄົມມະນາຄົມ ແລະ ການຜັນຂະຫຍາຍນະ ໂຍບາຍຂອງລັດຖະບານຫັນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ກາຍເປັນປະເທດທາງຜ່ານທີ່ມີການເຊື່ອມໂຍງ ເຊື່ອມຈອດ ກັບພາກພື້ນ ແລະ ສາກົນ.

ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດມິດຕະພາບ ຕໍ່ການມາຢ້ຽມ ສປປ ລາວ ຂອງ ທ່ານ ຈີ່່ນ ຫຼີ້ຊຸນ (Jin Liqun) ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB), ພ້ອມທັງສະແດງຄວາມຂອບ ໃຈ ຕໍ່ທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB) ທີ່ໄດ້ເປັນຄູ່ຮ່ວມພັດທະນາທີ່ສຳຄັນ  ແລະ ແຂງແຮງ ຂອງຂະແໜງໂຍທາທິການ ແລະ ຂົນສົົ່ງ ຕັ້ງແຕ່ປີ 2019.

ທ່ານລັດຖະມົນຕີ ກະຊວງ ຍທຂ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທະນາຄານລົງທຶນພື້ນ ຖານໂຄງລ່າງອາຊຽນ (AIIB) ທີ່ໃຫ້ການສະໜັບສະໜູນ ຍົກລະດັບທາງຫຼວງແຫ່ງຊາດ ເລກທີ 13    ເໜືອ ແລະ 13 ໃຕ້ ເປັນຕົ້ນ ໂຄງການກໍ່ສ້າງເສັ້ນທາງ ສີເກີດ-ໂພນໂຮງ (ລວມທັງໂຄງການກໍ່ສ້າງເສັ້ນ ທາງ 6 ກິໂລແມັດ ສີໄຄ-ສີເກີດ) ແລະ ໂຄງການກໍ່ສ້າງເສັ້ນທາງຊ່ວງກິໂລແມັດ 111-179. ພ້ອມດຽວກັນນັ້ນ, ໄດ້ສະເໜີໃຫ້ສຶບຕໍ່ຍົກລະດັບໃນຕໍ່ໜ້າ ໂດຍສະເພາະທາງຫຼວງແຫ່ງຊາດ ເລກທີ 13       ເໜືອ ຕໍ່ຈາກໂພນໂຮງ ຫາ ກາສີ ແຂວງວຽງຈັນ, ເພື່ອສົ່ງເສີມການເຊື່ອມໂຍງ ເຊື່ອມຈອດ ລວມທັງຍົກລະດັບຕາໜ່າງທາງຫຼວງແຫ່ງຊາດ ໃນ ສປປ ລາວ ໃຫ້ໄດ້ມາດຕະຖານສາກົນ.

ຈາກນັ້ນ, ທ່ານ ຈີ່່ນ ຫຼີ້ຊຸນ (Jin Liqun) ປະທານທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຂອງ ທ່ານລັດຖະມົນຕີ ກະຊວງ ຍທຂ ໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້ ທ່ານຍັງໃຫ້ຄວາມສຳຄັນການເຊື່ອມຈອດເສັ້ນທາງ ລະຫວ່າງ ທາງຫຼວງແຫ່ງຊາດ ແລະ ທາງຊົນນະບົດ ເພື່ອການເຂົ້າເຖິງເຂດການຜະລິດກະສິກໍາ, ສ້າງກົນໄກປະສານງານ ແລະ ການອຳນວຍຄວາມສະດວກດ້ານການຂົນສົ່ງພາຍໃນປະເທດ ແລະ ປະເທດເພື່ອນບ້ານ, ພ້ອມທັງຈະສຶບຕໍ່ໃນການສະໜັບສະໜູນ ແລະ ຮ່ວມມືກັບ ກະຊວງ ຍທຂ ໃນການພັດທະນາ ແລະ ປັບປຸງຕາໜ່າງເສັ້ນທາງຫຼວງ ແລະ ທ້ອງຖິ່ນ ເພື່ອໃຫ້ເສັ້ນທາງເຫຼົ່ານັ້ນ ໄດ້ຮັບການກໍ່ສ້າງທີ່ໄດ້ມາດຕະຖານ ແລະ ມີຄຸນນະພາບ. ພ້ອມດຽວກັນນີ້, ທະນາຄານລົງທຶນພື້ນຖານໂຄງລ່າງອາຊຽນ (AIIB) ຈະສືບຕໍ່ເຮັດວຽກຢ່າງໃກ້ສິດກັບ ກະຊວງໂຍທາທິການ ແລະ ຂົນສົົ່ງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນສົົ່ງ ໃຫ້ນັບມື້ນັບມີການພັດທະນາຂື້ນເລື້ອຍໆ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250