Ministry News

ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີ ກ່ຽວກັບ ການພັດທະນາອຸດສະຫະກຳການກໍ່ສ້າງ ທີ່ເມືອງເອກາເຕີລິນເບີກ, ປະເທດ ຣັດເຊຍ.

2024-10-07 - Sayphone


ໃນລະຫວ່າງວັນທີ 30 ກັນຍາ ຫາ 04 ຕຸລາ 2024 ນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມປະຈຳປີ ກ່ຽວກັບ ການພັດທະນາອຸດສະຫະກຳການກໍ່ສ້າງ “International Conference on the Development of the Construction Industry” ທີ່ເມືອງເອກາເຕີລິນເບີກ, ປະເທດ ຣັດເຊຍ. ຈຸດປະສົງເພື່ອເປັນການເຂົ້້າຮ່ວມ ເພື່ອສົ່ງເສີມການຮ່ວມມື ສອງຝ່າຍ ແລະ ພັດທະນາການພົວພັນ ລະຫວ່າງ ຣັດເຊຍ-ລາວ ພາຍໃຕ້ກອບການຮ່ວມມື ດ້ານການຄ້າ, ເສດຖະກິດ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ເພື່ອຍົກລະດັບຄວາມຮູ້, ຄວາມເຂົ້າໃຈ, ປະສົບການ ແລະ ແລກປ່ຽນບົດຮຽນ ການປະຕິບັດທີ່ດີທີ່ສຸດ ລະຫວ່າງ ປະເທດ ເພື່ອແນໃສ່ເພີ່ມທະວີການຮ່ວມມື ໃນຂົງເຂດການກໍ່ສ້າງ ແລະ ການນໍາໃຊ້ເຕັກໂນໂລຊີ ຢ່າງມີຫົວຄິດປະດິດສ້າງ ແລະ ເພີ່ມທະວີການຮ່ວມມື ໃນລະດັບທີ່ສູງຂື້ນ.

ການເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແມ່ນເປັນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ຣັດເຊຍ ແລະ ສປປ ລາວ  ແລະ ພັດທະນາການພົວພັນໃນຂະແໜງການ ພາຍໃຕ້ກອບການຮ່ວມມືດ້ານການຄ້າ, ເສດຖະ ກິດ, ວິທະຍາສາດ ແລະ ເຕັກໂນໂລໂຊີ ລະຫວ່າງ ຣັດເຊຍ-ສປປ ລາວ. ກອງປະຊຸມໃນຄັ້ງນີ້ ແມ່ນໄດ້ຈັດຕັ້ງເວທີສົນທະນາ ທີ່ມີລັກສະນະສ້າງສັນ ແລະ ແລກປ່ຽນບົດຮຽນ ການປະຕິບັດທີ່ດີທີສຸດ ລະຫວ່າງ ບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ ເພື່ອແນ່ໃສ່ເພີ່ມທະວີການຮ່ວມມືສາກົນ ໃນຂົງເຂດການກໍ່ສ້າງ ແລະ ການນຳໃຊ້ເຕັກໂນໂລຊີ ຢ່າງມີຫົວຄິດປະດິດສ້າງ ແລະ ປັບປຸງການປະຕິບັດຂອງລັດ ແລະ ຫົວໜ່ວຍທຸລະກິດ ໃຫ້ດີຂື້ນກວ່າເກົ່າ ແລະ ເພີ່ມທະວີການຮ່ວມມືໃນລະດັບສູງຂື້ນ. ພ້ອມນັ້ນ, ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ປະຊຸມພົບປະ 2 ຝ່າຍ ຮ່ວມກັບ ທ່ານຮອງລັດຖະມົນຕີ ກະຊວງກໍ່ສ້າງ, ເຄຫາສະຖານ ແລະ ອຸປະໂພກ ປະເທດເທດຣັດເຊຍ.

ກອງປະຊຸມປະຈຳປີຄັ້ງນີ້ ຍັງມີການຈັດງານວາງສະແດງຊິງແຊ້ມການກໍ່ສ້າງໂລກ ຄັ້ງທີ  IV ທີ່ສູນວາງສະແດງສາກົນ ເອກາເຕີລິນເບີກ (Ekaterinburg), ຣັດເຊຍ ເຊິ່ງໃນງານສັບປະດາການກໍ່ສ້າງສາກົນຄັ້ງນີ້ ແມ່ນເພື່ອເສີມຂະຫຍາຍ ການຮ່ວມມື ລະຫວ່າງ ລັດ ແລະ ບໍລິສັດ ໃນເວທີສາກົນ ໃນຂົງເຂດອຸດສະຫະກຳ ແລະ ການກໍ່ສ້າງໂຍທາທິການ. ຜູ້ເຂົ້າຮ່ວມງານວາງສະແດງດັ່ງກ່າວແມ່ນ ບັນດາຊ່ຽວຊານດ້ານອຸດສະຫະກຳ ແລະ ຜູ້ບໍລິຫານລະດັບສູງ ຂອງບໍລິສັດໃຫຍ່ ຈາກ ລັດເຊຍ ແລະ ສາກົນ ທີ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງ ຢູ່ລັດເຊຍ ແລະ ຕ່າງປະເທດ. ນອກຈາກນັ້ນ ກໍ່ຍັງມີພະນັກງານຂອງບໍລິສັດ ຈາກບັນດາປະເທດສະມາຊິກ ຂອງ EAEU, CSI, SCO, BRICS, ອາຊຽນ ແລະ ອື່ນໆ.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250