Activity News

ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ຍທຂ

2020-08-24 - Administrator

 ກະຊວງ ຍທຂ ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານ​ເຕະຊາຍມິດຕະພາບ ແລະແຂ່ງຂັນຍຽບປຸມເປົາ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ V ຂອງອົງຄະນະພັກກະຊວງ ຍທຂ ພ້ອມທັງສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດແລະ ​ເພື່ອໃຫ້ພະນັກງານ, ສະມາຊິກພັກພາຍ​ໃນກະຊວງ ຍທຂ ​ໄດ້ຮັດ​ແໜ້ນຄວາມ​ສາມັກຄີ​ຮັກ​ແພງ ​ແລະ ​ແລກປ່ຽນບົດຮຽນ​ທາງ​ດ້ານ​ວິຊາ​ການໃຫ້​ເຊິ່ງກັນ ​ແລະ ກັນ ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.



 ກິດຈະກຳ​ຄັ້ງ​ນີ້ ​ໄດ້​ມີຂຶ້ນ ​ເມື່ອ​ວັນ​ທີ 19 ສິງຫາ 2020 ຜ່ານ​ມາ ທີ່​ສະໜາມກິລາ​ເຕະບານ​ຫຍ້າ​ທຽມ ສັບພະ​ວິຊາ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະຫາຍ ປອ ສັນຕິສຸກ ສີມມາລາວົງ ຄະນະ​ປະ​ຈຳ​ພັກກະຊວງ, ຮອງລັດຖະມົນຕີກະຊວງ ຍທຂ; ສະຫາຍ ລັນ ​ແສງອາພອນ ຄະນະ​ປະ​ຈຳ​ພັກກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ມີ​ບັນດາຄະນະຫ້ອງການ, ກົມ, ສະຖາບັນ, ກອງ, ລັດວິສາຫະກິດທີ່ຂື້ນກັບກະຊວງ ຍທຂ, ພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ, ຕາງໜ້າຈາກກະຊວງອ້ອມຂ້າງ, ມະຫາວິທະຍາໄລແຫ່ງຊາດ (ຄະນະທີ່ກ່ຽວຂ້ອງກັບ ວຽກງານ ຍທຂ) ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ​.



ກະຊວງ ຍທຂ ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານ​ເຕະຊາຍມິດຕະພາບ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ V ຂອງອົງຄະນະພັກກະຊວງ ຍທຂ ພ້ອມທັງສະ​ເຫຼີ​ມສະຫຼອງ​ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ. ຜ່ານ​ການແຂ່ງຂັນບານ​ເຕະ​ຊາຍ ​ປະກອບ​ມີ 2 ທີ​ມ ຜົນ​ປະກົດ​ວ່າ: ທີມ ​​ບານເຕະຊາຍຈາກພະແນກ ຍທຂ ປະຈໍາແຂວງ ແລະ ນະຄອນຫຼວງ ເປັນຝ່າຍເອົາ​ໄດ້​ຊະນະ ທີ​ມ​​ບານເຕະຊາຍຈາກສູນກາງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250