Ministry News

ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ຕ້ອນຮັບການເຂົົ້າ ຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຊູເດດສນ່າ ກັອດ ບາເນີຈີ ຜູ້ອໍານວຍການດ້ານພື້ນຖານໂຄງລ່າງພາກພື້ນ ອາຊີຕາເວັນອອກ ແລະ ປາຊີຟິກ (EAP) ຂອງທະນາຄານໂລກ.

2024-09-24 - Sayphone


ໃນຕອນເຊົ້າຂອງວັນທີ 23 ກັນຍາ 2024, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊູເດດສນ່າ ກັອດ ບາເນີຈີ (Ms. Sudeshna Ghosh Banerjee), ​ຜູ້​ອໍານວຍ​ການ​ດ້ານ​ພື້ນຖານ​ໂຄງ​ລ່າງ​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ (EAP) ປະຈໍາທະນາຄານໂລກ.

ຈຸດປະສົງຂອງການພົບປະໃນຄັ້ງນີ້ແມ່ນເພື່ອ ສືບຕໍ່ສະໜັບສະໜູນ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມທັງພາຍໃນ ແລະ ພາກພື້ນ ໂດຍສະເພາະການປ້ອງກັນໄພພິບັດນໍ້າຖ້ວມ; ສົ່ງເສີມນະໂຍບາຍການຂົນສົ່ງຂ້າມແດນ; ສຶບຕໍ່ສະໜັບສະໜູນ ການປັບປຸງໃຫ້ຂະແໜງຂົນສົ່ງຢູ່ ສປປ ລາວ ໃນການເຊື່ອມຈອດ-ເຊື່ອມໂຍງ  ແລະ ຈັດບູລິມະສິດ ແລະ ທິດທາງຍຸດທະສາດ ຂອງຂະແໜງການໂຍທາທິການ ແລະ ຂົນສົົ່ງ ກ່ຽວກັບບັນຫາຄຸ້ມຄອງໄພພິບັດ, ຄວາມຄົງທົນຕໍ່ການປ່ຽນແປງດິນຟ້າອາກາດ ໃນບັນດາຕົວເມືອງ.

ໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ, ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ການມາຢ້ຽມລາວຄັ້ງທໍາອິດຂອງ ທ່ານ ນາງ ຊູເດດສນ່າ ກັອດ ບາເນີຈີ, ຜູ້​ອໍານວຍ​ການ​ດ້ານ​ພື້ນຖານ​ໂຄງ​ລ່າງ​​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ ​ແລະ ປາຊີ​ຟິກ (EAP) ປະຈໍາທະນາຄານໂລກ. ພ້ອມທັງສະແດງຄວາມຂອບໃຈ ຕໍ່ທະນາຄານໂລກທີ່ໄດ້ເປັນຄູ່ຮ່ວມພັດທະນາທີ່ຍາວນານ ແລະ ແຂງແຮງ ຂອງຂະແໜງໂຍທາທິການ ແລະ ຂົນສົົ່ງ, ເຊີ່ງສະແດງອອກຢູ່ບ່ອນວ່າ ປັດຈຸບັນໄດ້ມີບັນດາໂຄງການທີ່ ກະຊວງ ຍທຂ ໄດ້ຮ່ວມກັບທະນາຄານໂລກ ໃນການຈັດຕັ້ງປະຕິບັດເຖິງ 8 ໂຄງການ ທີ່ລ້ວນແລ້ວແຕ່ເປັນໂຄງການບູລິມະສິດ ໃນແຜນພັດທະນາ 5 ປີ ຂອງ ກະຊວງ ຍທຂ.

ທ່ານລັດຖະມົນຕີ ກະຊວງ ຍທຂ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທະນາຄານໂລກ ທີ່ເຫັນຄວາມສໍາຄັນຂອງການພັດທະນາຂະແໜງການໂຍທາທິການ ແລະ ຂົນສົົ່ງ ໂດຍປະກອບສ່ວນໃຫ້ການສະໜັບສະໜຸນ ໃສ່ການພັດທະນາພື້ນ ຖານ ໂຄງລ່າງໄປພ້ອມໆກັບການພັດທະນາອົງກອນ, ໂດຍສະເພາະການຈັດຕັ້ງປະຕິບັດ ໂຄງການພັດທະນາແລວທາງເສດຖະ ກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (Southeast Asia Regional Economic Corridor and Connectivity Project - SEARECC), ເຊິ່ງໂຄງການນີ້ ແມ່ນການເຊື່ອມຈອດການຂົນສົົ່ງສິນຄ້າ ຈາກບັນດາປະເທດອ້ອມຂ້າງຜ່ານດ່ານສາກົນ ມາເຊື່ອມໃສ່ລົດໄຟລາວ-ຈີນ ເຊີ່ງເປັນບູລິມະສິດຂອງລັດຖະບານ ໃນການນໍາໃຊ້ລົດໄຟລາວ-ຈີນ ໃຫ້ໄດ້ຮັບຜົນປະໂຫຍດສູງສຸດ, ພ້ອມທັງເປັນການຜັນຂະຫຍາຍນະໂຍບາຍຂອງລັດຖະບານຫັນ ສປປ ລາວ ຈາກປະເທດບໍ່ມີທາງອອກສູ່ທະເລ ເປັນປະເທດເຊື່ອມຈອດ-ເຊື່ອມໂຍງ ໂດຍການພັດທະນາແລວທາງຫຼວງແຫ່ງຊາດ ໃຫ້ກາຍເປັນແລວທາງເສດຖະກິດ ສຸມໃສ່ການພັດທະນາແບບເປັນເຂດແຄວ້ນ, ເຊີ່ງມູນຄ່າຂອງໂຄງການທັງໝົດ 131.9 ລ້ານໂດລາສະ ຫະລັດ.

ຈາກນັ້ນ, ທ່ານ ນາງ ຊູເດດສນ່າ ກັອດ ບາເນີຈີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ຂອງ ທ່ານລັດຖະມົນຕີ ກະຊວງ ຍທຂ ໃນການຢ້ຽມຢາມລາວຄັ້ງນີ້ ແລະ ຈະສຶບຕໍ່ໃນການສະໜັບສະໜູນ ແລະ ການຮ່ວມມືກັບ ກະຊວງ ຍທຂ ໃນຂົງເຂດຄຸ້ມຄອງຄວາມສ່ຽງຈາກໄພພິບັດ, ປັບປຸງຕາໜ່າງເສັ້ນທາງຫຼວງທ້ອງຖິ່ນ ເພື່ອການເຂົ້າເຖິງເຂດການຜະລິດ ແລະ ກະສິກໍາ, ສ້າງກົນໄກປະສານງານເພື່ອເຊື່ອມສານດ້ານນິຕິກຳ ການອຳນວຍຄວາມສະດວກດ້ານການຂົນສົ່ງ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນບ້ານ, ໃຫ້ການສະໜັບສະໜຸນປັບປຸງລັດວິສາຫະກິດ ໃນຂະແໜງ ພື້ນຖານໂຄງລ່າງ ແລະ ຄົມມະ ນາຄົມ, ໃຫ້ການສຶກສາເພື່ອປະເມີນຄວາມກະທົບຕໍ່ຊັບສິນຄົມມະນາຄົມ ທີ່ເກີດຈາກໄພພິບັດນໍ້າຖ້ວມ ແລະ ລະດົມບັນດາຊ່ຽວຊານ ເພື່ອຈັດເຝິກອົບຮົມສຳມະນາ ໃນວຽກງານຄຸມຄອງໄພພິບັດຈາກທຳມະຊາດ. ພ້ອມດຽວກັນນີ້, ທະນາ ຄານໂລກຈະສືບຕໍ່ເຮັດວຽກຢ່າງໃກ້ສິດ ກັບກະຊວງໂຍທາທິການ ແລະ ຂົນສົົ່ງ ເພື່ອຊອກຫາຂົງເຂດບູລິມະສິດຮ່ວມກັນ ໃນການຮ່ວມມືສືບຕໍ່ສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງໂຍທາທິການ ແລະ ຂົນສົົ່ງ ໃຫ້ນັບມື້ນັບມີການພັດທະນາຂື້ນເລື້ອຍໆ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250