Ministry News

ກອງປະຊຸມສະຫລຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງ ໂຄງການປັບປຸງນ່ານຟ້າ ແລະ ວົງຈອນບິນ ສະນາມບິນສາກົນຫຼວງພະບາງ

2024-09-03 - Viengkhone


         ກອງປະຊຸມວ່າດ້ວຍບົດລາຍງານເທື່ອສຸດທ້າຍ ຂອງໂຄງການແບ່ງປັຍຄວາມຮູ້ (KSP) ພາຍໃຕ້ຫົວຂໍ້ ການປັບປຸງນ່ານຟ້າ ແລະ ວົງຈອນບິນຂອງສະໜາມບິນສາກົນຫຼວງພະບາງ ຈັດຂື້ນວັນທີ 03 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍມີທ່ານ ໄຊສົງຄາມ ມະໂນທໍາ ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ຊອຍ ຍອນ ຊຸງ ທີ່ປຶກສາອາວຸໂສ ແລະ ອະດິດເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳປະເທດ ອູຣູກວຍ ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

         ທ່ານ ພາກ ຈອງຄິວ ຜູ້ອຳນວຍການໃຫຍ່ອົງການສົ່ງເສີມການຄ້າ-ການລົງທຶນ ສ ເກົາຫຼີ (KOTRA) ວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວ່າ: ການປັບປຸງການຄຸ້ມຄອງນ່ານຟ້າຜ່ານໂຄງການ KSP ສາມາດໃຫ້ສົມບູນຂື້ນໄດ້ ໂດຍການຍົກລະດັບການປະຕິບັດງານຂອງສະໜາມບິນ ປັບປຸງແສງສະຫວ່າງໃນອາຄານຜູ້ໂດຍສານ ແລະ ບັນດາໂຄງລ່າງພື້ນຖານທີ່ສຳຄັນອື່ນໆ ການປັບປຸງສາມາດບັນລຸໄດ້ໂດຍການຮ່ວມມືພາກລັດ-ເອກະຊົນ (PPP) ເຊີ່ງຈະດຶງດູດການລົງທຶນທັງພາກລັດ ແລະ ພາກເອກະຊົນໃຫ້ໄດ້ຮັບຜົນປະໂຫຍດສູງສຸດ ເຊີ່ງການພັດທະນາບໍ່ພຽງແຕ່ຈະປັບປຸງຄວາມປອດໄພ ແລະ ປະສິດທິພາບການຂົນສົ່ງທາງອາກາດເທົ່ານັ້ນ ຫາກຍັງຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະ ຮັດແໜ້ນສາຍພົວພັນທາງດ້ານເສດຖະກິດ ລະຫວ່າງ ສ ເກົາຫຼີ ແລະ ສປປ ລາວ.

         ໂຄງການ KSP ຄາດວ່າຈະສາມາດຍົກລະດັບສະໜາມບິນສາກົນຫຼວງພະບາງ ໃຫ້ໄດ້ມາດຕະຖານ ອົງການການບິນພົນລະເຮືອນສາກົນ (ICAO) ປັບປຸງຂັ້ນຕອນການບິນ ແລະ ສ້າງສະພາບແວດລ້ອມໃນການດຳເນີນງານໃຫ້ມີຄວາມປອດໄພຫຼາຍຂື້ນ ແລະ ການປັບປຸງຄາດວ່າ ຈະດຶງດູດສາຍການບິນຂອງ ສ ເກົາຫຼີ ໃຫ້ເປີດເສັ້ນທາງບິນໂດຍກົງຈາກສະໜາມບິນສາກົນອິນຊອນ ຫາ ຫຼວງພະບາງ ເຊີ່ງເປັນຂີດໝາຍອັນສຳຄັນໃນການພັດທະນາການບິນ ແລະ ການເຊື່ອມຕໍ່ສາກົນຂອງລາວ.

         ໂອກາດນີ້ ທ່ານ ໄຊສົງຄາມ ມະໂນທຳ ໄດ້ສະແດງຄວາມຊົມເຊີຍຕໍ່ການສະໜັບສະໜູນຂອງລັດຖະບານ ສ ເກົາຫຼີ ໃນການປັບປຸງສິ່ງອຳນວຍຄວາມສະດວກ ແລະ ລະບຽບການຂອງສະໜາມບິນໃຫ້ທັນສະໄໝຕາມມາດຕະຖານສາກົນ ທ່ານຍັງໄດ້ຍົກໃຫ້ເຫັນຄວາມຈຳເປັນອັນສຳຄັນໃນການຝຶກອົບຮົມພະນັກງານການບິນ ແລະ ຮຽກຮ້ອງໃຫ້ສືບຕໍ່ໃຫ້ການສະໜັບສະໜູນດ້ານນີ້ຕື່ມອີກ.

         ກອງປະຊຸມຄັ້ງນີ້ ບໍລິສັດ Moon Engineering Co, Ltd ແລະ ບໍລິສັດ Korean Airport Corporation ຈາກ ສ ເກົາຫຼີ ໄດ້ນຳສະເໜີສິ່ງທ້າທ້າຍທີ່ເຄີຍພົບພໍ້ ແລະ ແນວທາງໃນການພັດທະນາ ເຊີ່ງລວມມີການປັບຮູບແບບພື້ນທີ່ຄວບຄຸມ Terminal (TMA) ການປັບປຸງການອອກແບບພື້ນທີ່ນ່ານຟ້າ ແລະ ການປັບປຸງວົງຈອນບິນຂອງສະໜາມບິນສາກົນ ຫຼວງພະບາງ ພາຍໃນຂົງເຂດ TMA ນອກນັ້ນທັງສອງບໍລິສັດ ຍັງໄດ້ຍົກໃຫ້ເຫັນແນວຄວາມຄິດ ການອອກແບບໃໝ່ ສຳລັບສະ    ໜາມບິນສາກົນ ຫຼວງພະບາງ ລວມທັງນຳສະເໜີລາຍລະອຽດຕ່າງໆ ຂອງແຜນການໃນປີຕໍ່ໄປ ເຊີ່ງລວມມີວຽກງານການອອກແບບເພີ່ມຕື່ມ ແລະ ການຈັດຝຶກອົບຮົມໃຫ້ຜູ້ຄຸ້ມຄອງການບິນລາວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250