Ministry News

ກອງປະຊຸມວຽກງານຂົນສົ່ງທາງບົກ ລະຫວ່າງ ລາວ-ໄທ ປະຈຳປີ 2024

2024-09-06 - Sayphone


ກົມຂົນສົ່ງ ລາວ ຮ່ວມກັບ ກົມການຂົນສົ່ງທາງບົກ ໄທ ຈັດກອງປະຊຸມວຽກງານຂົນສົ່ງທາງບົກ ລະຫວ່າງ ລາວ-ໄທ ປະຈຳປີ 2024ຂຶ້ນ, ໃນວັນທີ 5 ກັນຍາ 2024 ທີ່ໂຮງແຮມ ແລນມາກ ແມ່ຂອງຣີເວີໄຊ. ໂດຍການເຂົ້າຮ່ວມຂອງທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ສປປ ລາວ, ທ່ານ ຈິຣຸດ ວິສານຈິດ ອາທິບໍດີກົມການຂົນສົ່ງທາງບົກ ຣາຊະອານາຈັກໄທ, ພ້ອມດ້ວຍບັນດາພະແນກ ຍທຂ ແລະ ໜ່ວຍງານກ່ຽວຂ້ອງທັງ 2 ຝ່າຍ ເຂົ້າຮ່ວມ.

ກອງປະຊຸມແມ່ນໄດ້ຫາລື ກ່ຽວກັບວຽກງານດັ່ງນີ້: 1). ການຂົນສົ່ງຜູ້ໂດຍສານ: ລາຍງານຜົນການແລ່ນລົດໂດຍສານປະຈຳທາງ ລະຫວ່າງ ລາວ-ໄທ; ລາຍງານຜົນການຈັດຕັ້ງປະຕິບັດກອງປະຊຸມວິຊາການ; ການສະເໜີຫຼັກການໃນການກຳນົດອັດຕາຄ່າໂດຍສານ; ການສະເໜີແນວທາງການເກັບກຳ ແລະ ວິເຄາະຂໍ້ມູນກ່ຽວກັບການແລ່ນລົດໂດຍສານປະຈຳທາງລະຫວ່າງປະເທດແບບໃໝ່. 2). ການຂົນສົ່ງສິນຄ້າ: ລາຍງານ ວິຊາການ ຂົນສົ່ງສິນຄ້າ; ມາດຕະການດ້ານການຂົນສົ່ງມສິນຄ້າຂ້າມແດນ ແລະ ຜ່ານແດນຂອງ ສປປ ລາວ; ການເປີດໃຊ້ພື້ນທີ່ຄວບຄຸມຮ່ວມກັນ (Common Control Area: CCA); 3). ການປະຊຸມວິຊາການເພື່ອພິຈາລະນາຮ່າງສັນຍາວ່າດ້ວຍການຂົນສົ່ງທາງບົກ ລາວ-ໄທ.. 4). ຄວາມຄືບໜ້າການກໍ່ສ້າງຂົວແຫ່ງທີ 5. 5). ຄວາມຄືບໜ້າການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ແລະ 6). ກອງປະຊຸມຈະພິການກຳນົດວັນ ແລະສຳລັບ ຈັດກອງປະຊຸມຄັ້ງຕໍ່ໄປ.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250