Ministry News

ກະຊວງໂຍທາທິການ ແລະ ຂົນສົ່ງ ປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ແລະ ວັນຢຶດອໍານາດ 23 ສິງຫາ 1945, 23 ສິງຫາ1975 ແລະ ເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ

2024-08-28 - Sayphone


ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີປາຖະກະຖາ ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 33 ປີ (15 ສິງຫາ 1991-15 ສິງຫາ 2024) ແລະ ວັນຢຶດອໍານາດ 23 ສິງຫາ 1945, 23 ສິງຫາ1975 ແລະ ເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ສະບັບປີ 2024-2028 ຂຶ້ນໃນວັນທີ 28 ສິງຫາ ນີ້ ທີ່ກະຊວງດັ່ງກ່າວ ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ຍທຂ, ມີບັນດາຄະນະພັກ, ຄະນະນໍາ, ຄະນະກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ ທົ່ວກະຊວງ ຍທຂ ເຂົ້າຮ່ວມຮັບຟັງ.

ສະຫາຍ ງາມປະສົງ ເມືອງມະນີ ໄດ້ຍົກໃຫ້ເຫັນຄວາມເປັນມາ ແລະ ຄວາມໝາຍ-ຄວາມສຳຄັນຂອງລັດຖະທຳມະນູນ ແຫ່ງ ສປປ ລາວ ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນ ປະຕິວັດລາວ ໄດ້ວາງແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ມີຫຼັກການ ແລະ ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ດັ່ງກ່າວຊີວິດສັງຄົມໄດ້ເລັ່ງທວງໃຫ້ພັກ ແລະ ລັດເຮົາ ຕ້ອງຍົກລະດັບການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂຶ້ນສູ່ລະດັບໃໝ່ ດ້ວຍການຄຸ້ມຄອງຕາມລັດຖະທຳມະນູນ ແລະ ກົດ ໝາຍ. ລັດຖະທຳມະນູນ ແມ່ນແນວທາງຂອງພັກກຳອຳນາດ ທີ່ຖືກຫັນເປັນກົດໝາຍພື້ນຖານຂອງຊາດ, ເປັນພາຫະນະທີ່ສໍາຄັນພື້ນຖານ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳອຳນາດ, ຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຂອງປະເທດ. ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດໄດ້ປະກາດໃຊ້ໃນວັນທີ 15 ສິງຫາ 1991 ແລະ ໄດ້ຮັບການປັບປຸງ ປີ 2003, ປີ 2015 ແລະ ຈະປັບປຸງປີ 2025 ເທື່ອນີ້ເປັນຄັ້ງທີ 3 ໃນຕະຫຼອດໄລຍະດັ່ງກ່າວ, ລັດເຮົາໄດ້ຜັນຂະຫຍາຍລັດຖະທຳມະນູນ ເປັນກົດໝາຍໃນຂົງເຂດຕ່າງໆ ມີຈຳນວນທັງໝົດ 167 ສະບັບ. ໃນນີ້, ຂົງເຂດເສດຖະກິດ 75 ສະບັບ, ຂົງເຂດວັດທະນະທໍາ-ສັງຄົມ 42 ສະບັບ, ຂົງເຂດການປົກຄອງ ແລະ ຍຸຕິທໍາ 32 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 13 ສະບັບ, ຂົງເຂດຕ່າງປະເທດ 5 ສະບັບ ຊຶ່ງລັດຖະທຳມະນູນ ແລະ ກົດໝາຍ ເຫຼົ່ານັ້ນ ໄດ້ກາຍເປັນພາຫະນະອັນແຫຼມຄົມ ໃນການດັດປັບການພົວພັນສັງຄົມ ຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ມີຫຼັກການຂອງພັກ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍມີຄວາມເຂັ້ມງວດ, ສັກສິດເປັນກ້າວໆ, ສະຕິເຄົາລົບ, ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ຊຶ່ງໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ. ສະຫາຍ ງາມປະສົງ ເມືອງມະນີ ຍັງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສຳຄັນຂອງວັນຢຶດອຳນາດ 23 ສິງຫາ1945, 23 ສິງຫາ 1975 ໄຊຊະນະແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ. ພ້ອມນັ້ນ, ຍັງໄດ້ເຜີຍແຜ່ເນື້ອໃນສຳຄັນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ ສະບັບປີ 2024-2028. ສປປ ລາວ ແລະ ສປ ຈີນ ມີສາຍພູສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບອັນດີງາມມາແຕ່ບູຮານນະການ. ສອງພັກ ລາວ-ຈີນ ໄດ້ເລີ່ມພົວພັນໂດຍກົງນຳກັນມາແຕ່ປີ 1959, ສອງປະເທດ ລາວ-ຈີນ ໄດ້ສ້າງຕັ້ງສາຍພົວພັນການທູດ ໃນປີ 1961. ຈາກນັ້ນມາ ສາຍພົວພັນ ລະຫວ່າງສອງພັກ, ສອງລັດ ໄດ້ຮັບການຊຸກຍູ້ສົ່ງເສີມ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງ ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີໝາກຜົນຕົວຈິງ.

ການປາຖະກະຖາໃນຄັ້ງນີ້, ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈ, ເຫັນໄດ້ບົດບາດຄວາມສຳຄັນ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມ ເຂົ້າໃນພຶດຕິກຳຕົວຈິງເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ ເຮັດໃຫ້ສັງຄົມມີຄວາມສະຫງົບສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250