Ministry News

ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ຕ້ອນຮັບການເຂົົ້າ ຢ້ຽມຂໍ່ານັບຂອງ ຜູ້ຕາງໜ້າອົງການອານາໄມໂລກ ປະຈໍາ ສປປ ລາວ ຄົນໃໝ່

2024-08-22 - Sayphone



ໃນວັນທີ 21 ສິງຫາ 2024, ທ່ານ ງາມປະສົງ ເມືອງມະນີ (H.E. Mr.Ngampasong Muongmany), ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ໄດ້ຕ້ອນຮັບການເຂົົ້າຢ້ຽມຂໍ່ານັບຂອງ ທ່ານ ດຣ ທິມໂມຕີ ອາມສະຕຣອງ (Dr. Timothy Armstrong), ຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດຖືກແຕ່ງຕັ້ງມາປະຈໍາຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ດຣ. ທິມໂມຕີ ອາມສະຕຣອງ ທີີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນຜູ້ຕາງໜ້າ ອົງການອານາໄມໂລກ ປະຈໍາ ສປປ ລາວ ຄົນໃໝ່ ແລະ ອວຍພອນໃຫ້ປະສົບຜົນສໍາເລັດໃນການຈັດຕັ້ງປະຕິບັດໜ້າທີີ່ ຢູ່ ສປປ ລາວ, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການອານາໄມໂລກ ໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ທ່ານລັດຖະມົນຕີ ກໍ່ໄດ້ສະແດງຕໍ່ ອົງການອານາໄມໂລກ ທີີ່ໃຫ້ການຊ່ວຍເຫຼື່ອ ສປປ ລາວ ກໍ່ຄືກະຊວງໂຍທາທິການ ແລະ ຂົນສົົ່ງ ໂດຍສະເພາະ ແມ່ນວຽກງານທາງດ້ານໂຄສະນາຄວາມປອດໄພທາງຖະໜົນ, ການສ້າງແຜນນໍ້າປະປາປອດໄພ ທີີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ໃຫ້ແກ່ຂະແໜງການນໍ້າປະປາ ໃນບັນດາຕົວເມືອງໃນຂອບເຂດທົົ່ວປະເທດ.

ໃນການຢ້ຽມຢາມຄັ້ງນີ້ທ່ານ ດຣ ທິມໂມຕີ ອາມສະຕຣອງໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົົ່ງ ແລະ ມີຄວາມປິຕິຍິນດີ ທີີ່ໄດ້ຮັບມອບໝາຍເປັນຜູ້ຕາງໜ້າໃຫ້ອົງການອະນາໄມໂລກປະຈໍາ ສປປ ລາວ. ພ້ອມດຽວກັນນີ້ທ່ານ ດຣ ທິມໂມຕີ ອາມສະຕຣອງ ຈະໄດ້ສຶບຕໍ່ຊຸກຍູ້ໃນການສະໜັບສະໜູນ-ຮ່ວມມື ກັບ ກະຊວງໂຍທາທິການ ແລະ ຂົນສົົ່ງ ກ່ຽວກັບການພັດທະນານະໂຍບາຍດ້ານຄວາມປອດໄພທາງຖະໜົນ ແລະ ຂະຫຍາຍວຽກງານແຜນນໍ້າປະປາປອດໄພ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ ຂະແໜງໂຍທາທິການ ແລະ ຂົນສົົ່ງ ໃຫ້ນັບມື້ນັບມີການພັດທະນາຂື້ນເລື້ອຍໆ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250