Ministry News

ພິທີເຊັນສັນຍາ ກໍ່ສ້າງກໍ່ລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງຄໍາ ແລະ ເມືອງໜອງແຮດ ແຂວງຊຽງຂວາງ

2024-08-09 - Viengkhone


ໃນວັນທີ 9 ສິງຫາ 2024 ທີ່ ໂຮງແຮມແລນມາກແມ່ຂອງລີເວີໄຊ ນະຄອນຫຼວງວຽງຈັນໄດ້ຈັດ ພິທີເຊັນສັນຍາວຽກກໍ່ສ້າງ ລະບົບນໍ້າປະປາກຸ່ມບ້ານ ຢູ່ເມືອງຄຳ ແລະ ເມືອງໜອງແຮດ ແຂວງຊຽງຂວາງ (ລະຫັດສັນຍາ C1/W/28) ໄດ້ມີຂຶ້ນລະຫວ່າງ ທ່ານ ຈັນເທພາ ຂັດຕິຍະວົງ ຫົວໜ້າໂຄງການຂະຫຍາຍນໍ້າປະປາ ສຸຂາພິບານ ແລະ ອະນາໄມຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ ແລະ ທ່ານ Le Ba Dung ຜູ້ອຳນວຍການບໍລິສັດ ແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງຈຳກັດຜູ້ດຽວ ແລະ ບໍລິສັດຮຸ້ນສ່ວນລົງທຶນສະໜອງນໍ້າອານບີ່ງ Joint Venture ມີ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍ ທ່ານ ຫົວໜ້າກົມນໍ້າປະປາ, ຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ນາງ ສົມປາດຖະໜາ ເດດອຸດົມ ຮອງຫົວໜ້າໂຄງການຂະຫຍາຍນໍ້າປະປາ ສຸຂາພິບານ ແລະ ອະນາໄມຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວໄດ້ກ່າວວ່າ: ໂຄງການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ເມືອງຄຳ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ເຊິ່ງຜ່ານຂະບວນການປະມູນຄັດເລືອກ ສາມາດເລືອກໄດ້ ບໍລິສັດ ແອວບີດີ ກໍ່ສ້າງເຄຫາສະຖານ ແລະ ຂົວທາງຈຳກັດຜູ້ດຽວ ແລະ ບໍລິສັດຮຸ້ນສ່ວນລົງທຶນສະໜອງນໍ້າອານບີ່ງ Joint Venture ທີ່ຄົບເງື່ອນໄຂຄົບຖ້ວນ ແລະ ຖືກຕ້ອງຕາມລະບຽບເປັນຜູ້ຊະນະການປະມູນເພື່ອມາດຳເນີນການກໍ່ສ້າງໂຄງການດັ່ງກ່າວຢູ່ເມືອງຄຳ ແລະ ເມືອງໜອງແຮດ ແຂວງຊຽງຂວາງ ລວມມີ 2 ກຸ່ມບ້ານຄື: ກຸ່ມບ້ານນໍ້າແທ້ ຢູ່ເມືອງຄຳ ມີ 6 ບ້ານ ຄື: ບ້ານຜາກອກ ຜາຫານ ໂພນແຈ້ງ ນໍ້າຖ້ວມ ໂພນໂຮມ ແລະ ໂພນຂ້າມ ມີຜູ້ໄດ້ຮັບຜົນປະໂຫຍດທັງໝົດ 3.604 ຄົນ ເຊິ່ງໂຮງງານບຳບັດນໍ້າສາມາດຜະລິດນໍ້າໃນປະລິມານ 650 3/ວັນ ຕິດຕັ້ງອ່າງເກັບນໍ້າຊະນິດໃສທີ່ງ່າຍຕໍ່ການເບິ່ງເຫັນ ບັນຈຸນໍ້າໄດ້ 2203 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 539 ຈຸດ ສ່ວນ ກຸ່ມບ້ານພຽງຫົງ ຢູ່ເມືອງ ໜອງແຮດ ປະກອບມີ 1 ບ້ານ ຄື ບ້ານພຽງຫົງ ມີຜູ້ໄດ້ຮັບຜົນປະໂຫຍດ ທັງໝົດ 1.011 ຄົນ ເຊິ່ງໂຮງງານບຳບັດນໍ້າ ສາມາດຜະລິດນໍ້າໃນປະລິມານ 1503/ວັນ ຕິດຕັ້ງອ່າງເກັບນຳຊະນິດໃສ ທີ່ງ່າຍຕໍ່ການເບິ່ງເຫັນ ບັນຈຸນໍ້າໄດ້ 503 ແລະ ຈະມີຈຸດການແຈກຢາຍນໍ້າໃໝ່ ຈຳນວນ 111 ຈຸດ.

ສຳລັບໂຮງງານບຳບັດນໍ້າໄດ້ຖືກອອກແບບເພື່ອຮອງຮັບການນຳໃຊ້ນໍ້າຂອງປະຊາກອນທີ່ຈະເພີ່ມຂຶ້ນໃນຕໍ່ໜ້າອີກ 15 ປີ ຮອດປີ 2039 ແລະ ລະບົບການແຈກຢາຍນໍ້າແມ່ນ 20 ປີ ປະຊາຊົນ ໃນເຂດດັ່ງກ່າວ ສາມາດສະເໜີຕໍ່ນໍ້າໃຊ້ ໃນລະຫວ່າງການກໍ່ສ້າງໂດຍບໍ່ມີຄ່າໃຊ້ຈ່າຍໃດໆ ກໍເພື່ອຊ່ວຍປະຊາຊົນໃຫ້ໄດ້ນຳໃຊ້ນໍ້າທີ່ປອດໄພ ນອກນັ້ນ ທາງໂຄງການກໍມີແຜນການລົງເຜີຍແຜ່ກ່ຽວກັບນະໂຍບາຍ ແລະ ຜົນປະໂຫຍດຂອງການຕໍ່ນໍ້າໃຊ້ ໃຫ້ແກ່ປະຊາຊົນ.

ໂຄງການກໍ່ສ້າງລະບົບນໍ້າປະປາກຸ່ມບ້ານຢູ່ເມືອງຄຳ ແລະ ເມືອງໜອງແຮດ ແຂວງຊຽງຂວາງນ ມີມູນຄ່າກໍ່ສ້າງ 1.422.358,48 ໂດລາສະຫະລັດເຊິ່ງຈະໃຫ້ສຳເລັດພາຍໃນ 10 ເດືອນ ນັບຈາກມື້ເຊັນສັນຍາເປັນຕົ້ນໄປ ເຊິ່ງນຳໃຊ້ເງິນກູ້ຢືມຈາກທະນາຄານໂລກ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250