Ministry News

ພິທີເປີດ ກອງປະຊຸມປະຈຳປີ ຂອງວຽກງານເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ຄັ້ງທີ 7

2024-08-01 - Viengkhone


ໃນວັນທີ 30 ກໍລະກົດ 2024 ໄດ້ມີພິທີເປີດກອງປະຊຸມປະຈຳປີ ຂອງວຽກງານເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ ຄັ້ງທີ 7 ຢູ່ທີນະຄອນຫລວງພະບາງ, ເຊິ່ງເປັນກອງປະຊຸມທີ່ມີຕົວແທນຈາກປະເທດ ແລະ ຕົວເມືອງ ທີ່ນອນໃນເຄືອຂ່າຍເມືອງອັດສະລິຍະອາຊຽນ ໄດ້ເຂົ້າຮ່ວມ ແລະ ແລກປ່ຽນຄວາມຄິດຄວາມເຫັນ, ແນວຄວາມຄິດ ແລະ ປະສົບການຂອງແຕ່ລະປະເທດ ເຂົ້າໃນການສ້າງອານາຄົດຂອງຕົວເມືອງອັດສະລິຍະໃນພາກພື້ນອາຊຽນ.

ພິທີດັ່ງກ່າວໄດ້ໃຫ້ກຽດເປັນປະທານກອງ ແລະ ກ່າວເປີດໂດຍ ທ່ານ ງາມປະສົງ ເມືອງມະນີ  ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ມີຜູ້ຕາງໜ້າລະດັບຊາດ ຂອງບັນດາປະເທດສະມາຊິກອາຊຽນ, ຜູ້ບໍລິຫານລະດັບສູງຂອງເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ, ມີຜູ້ຕາງໜ້າຈາກບັນດາກະຊວງ, ບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.

ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ຍທຂ ໄດ້ກ່າວວ່າ: ໃນພາກພື້ນອາຊຽນເຂດຕົວເມືອງຖືວ່າແມ່ນເຂດສຳຄັນທີ່ສຸດໃນການເຊື່ອມໂຍງດ້ານການເງິນ ແລະ ການຄ້າ, ເຊິ່ງປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ແລະ ພາກພື້ນ ຈາກຂໍ້ມູນຫຼ້າສຸດ ພົບວ່າເຂດຕົວເມືອງເປັນບ້ານທີ່ມີປະຊາກອນຫລາຍ ແລະ ເຄິ່ງໜຶ່ງຂອງປະຊາກອນໃນປະເທດອາຊຽນອາໃສຢູ່ໃນເຂດຕົວເມືອງ, ຄາດຄະເນວ່າໃນພາກພື້ນອາຊຽນ ປະຊາກອນ 70 ລ້ານຄົນຈະອາໃສຢູ່ໃນຕົວເມືອງພາຍໃນປີ 2025. ສະຖິຕິເຫຼົ່ານີ້ຊີ້ໃຫ້ເຫັນທ່າອ່ຽງການເປັນຕົວເມືອງທີ່ສຳຄັນໃນພາກພື້ນອາຊຽນ ແລະ ການຂະຫຍາຍຕົວຢ່າງ ໄວວາຂອງຕົວເມືອງໃນພາກພື້ນອາຊຽນ.


ສປປ ລາວ ກໍ່ເປັນອີກປະເທດໜຶ່ງທີ່ກຳລັງປະເຊີນກັບອັດຕາການຂະຫຍາຍຕົວຂອງຕົວເມືອງສູງ, ຄາດວ່າອັດຕາການຫັນເປັນຕົວເມືອງໃນ ສປປ ລາວ ຈະບັນລຸ 47,7 % ໃນປີ 2025 ການເຕີບໂຕຢ່າງວ່ອງໄວ ແລະ ການຫັນເປັນຕົວເມືອງທີ່ບໍ່ໄດ້ວາງແຜນໄວ້, ການຂະຫຍາຍຕົວຂອງປະຊາກອນ ແລະ ສະພາບ ອາກາດແມ່ນຮ້າຍຂື້ນ ດ້ວຍເຫດນີ້, ການຕັ້ງຖິ່ນຖານທີ່ບໍ່ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມອ່ອນແອໃນການຈະເລີນເຕີບໂຕ ຄຽງຄູ່ກັບຄວາມຕ້ອງການທີ່ເພີ່ມຂື້ນ ສຳລັບທີ່ຢູ່ອາໃສທີ່ພຽງພໍ, ຄວາມປອດໄພ, ການບໍລິການ ແລະ ລາຄາທີ່ບໍ່ແພງ, ສິ່ງເຫຼົ່ານີ້ແມ່ນສິ່ງທ້າທ້າຍ ທີ່ ສປປ ລາວ ກຳລັງປະເຊີນຢູ່.

ການຫັນເປັນຕົວເມືອງຢ່າງວ່ອງໄວ ໄດ້ສົ່ງຜົນໃຫ້ເກີດຄວາມທ້າທ້າຍຫລາຍຢ່າງ ເຊັ່ນ: ປະຊາກອນຫລາຍເກີນໄປ, ການຈະລາຈອນແອອັດ, ມົນລະພິດ ແລະ ພື້ນຖານໂຄງລ່າງທີ່ບໍ່ພຽງພໍ. ບັນຫາການຄຸ້ມຄອງຊັບພະຍາກອນ ໃນຂະນະທີ່ມີຄົນຍ້າຍເຂົ້າໄປໃນຕົວເມືອງຫລາຍຂື້ນ ພື້ນຖານໂຄງລ່າງ ແລະ ຊັບພະຍາ ກອນທຳມະຊາດຂອງພວກເຮົາກໍ່ໄດ້ຮັບຜົນກະທົບ.

ເພື່ອຮັບມືກັບສິ່ງທ້າທ້າຍດັ່ງກ່າວຢ່າງມີປະສິດທິຜົນ, ສປປ ລາວ ໄດ້ສົມທົບກັບບັນດາຄູ່ຮ່ວມມືພັດ ທະນາໄດ້ມີຄວາມຄືບໜ້າບາງດ້ານ ກ່ຽວກັບການພັດທະນາຂອບລະບຽບແບບຍືນຍົງ ໄປສູ່ຕົວເມືອງອັດສະລິຍະ ແລະ ໜ້າຢູ່ ໃນຊຸມປີມໍ່ໆຜ່ານມາ ດັ່ງນີ້:

1)ກະຊວງໂຍທາທິການ ແລະ ຂົນສົ່ງ ພວມສ້າງແຜນຍຸດທະສາດເມືອງເມືອງອັດສະລິຍະແຫ່ງຊາດ, ໃນນີ້ລວມມີວິໄສທັດທີ່ຈະແຈ້ງ ແລະ ຫລັກການທີ່ດີກວ່າສຳລັບຕົວເມືອງອັດສະລິຍະ ແລະ ນະໂຍບາຍການພັດທະນາທີ່ກ່ຽວຂ້ອງໃນໄລຍະ 5 ປີຂ້າງໜ້າ ແລະ ຫລາຍກວ່ານັ້ນ;

2)ສ້າງຖານຂໍ້ມູນເປີດນຳໃຊ້ GIS ຂອງຂໍ້ມູນເມືອງປະສົມປະສານ ນະຄອນຫລວງວຽງຈັນ ພາຍໃຕ້ການສະໜັບສະໜູນດ້ານວິຊາການຈາກອົງການໄຈກ້າ ເປັນຖານຂໍ້ມູນ GIS ທຳອິດທີ່ເປີດເຜີຍຂໍ້ມູນໂຄງລ່າງ ພື້ນຖານຕົວເມືອງ, ຂໍ້ມູນການພັດທະນາຕົວເມືອງ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຂະຫຍາຍຕົວເມືອງ.

3)ສ້າງແຜນປະຕິບັດງານຂອງເມືອງສີຂຽວ ສຳລັບນະຄອນຫຼວງວຽງຈັນ ໂດຍໃຊ້ເຄື່ອງມື APEX (advanced Practice Guidelines for Urban Environmental Excellence) ຂອງ IFC ເພື່ອເລັ່ງການຈັດຕັ້ງປະຕິບັດນະໂຍບາຍ ແລະ ການລົງທຶນ ທີ່ມີຄວາມທະເຍີທະຍານ ແລະ ຫັນປ່ຽນ. ນີ້ປະກອບສ່ວນຢ່າງຫລວງຫລາຍຕໍ່ການຫັນໄປສູ່ເສັ້ນທາງການຂະຫຍາຍຕົວທີ່ມີຄາບອນຕ່ຳ ແລະ ຊັບພະຍາ ກອນທີ່ມີປະສິດທິພາບ.

ສຸດທ້າຍ, ທ່ານລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເພີ່ມທະວີການຮ່ວມມື ແບ່ງປັນປະສົບການການຈັດຕັ້ງປະຕິບັດທີ່ດີທີ່ສຸດ ແລະ ສະໜັບ ສະໜູນເຊີ່ງກັນ ແລະ ກັນ ໃນຄວາມພະຍາຍາມຂອງຕົວເມືອງອັດສະລິຍະຂອງພວກເຮົາ, ຮ່ວມມືກັນສ້າງອານາຄົດທີ່ສົດໃສ, ອັດສະລິຍະກວ່າເກົ່າຂອງລາວ ແລະ ອາຊຽນ, ບ່ອນທີ່ເມືອງຂອງພວກເຮົາທີ່ຈະເລີນເຕີບໂຕ ເປັນແບບຢ່າງທາງດ້ານວັດທະນະທຳ, ຄວາມຍືນຍົງ ແລະ ປະສົມປະສານ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250