Ministry News

ທ່ານລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານທູດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່

2024-08-08 - Viengkhone


ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ (ລມຕ) ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂຄອິຊຶມີ ຊິໂຕະມຸ (H.E. Mr. KOIZUMI Tsutomu) ເອກອັກຄະຣາຊະທູດແຫ່ງປະເທດຢີ່ປຸ່ນປະຈຳ ລາວ ໃນວັນທີ 7 ສິງຫາ ຜ່ານມາ ທີ່ກະຊວງດັ່ງກ່າວ, ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດຢີ່ປຸ່ນປະຈຳ ສປປ ລາວ ຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະ ແດງຄວາມຊົມເຊີຍຕໍ່ ທ່ານ ໂຄອິຊຶມິ ຊິໂຕະມຸ ທີ່ຖືກແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເປັນເອກອັກຄະຣາຊະທູດຍີ່ປຸ່ນປະຈຳລາວຄົນໃໝ່ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໃນໄລຍະຜ່ານມາ ເຫັນວ່າໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໃນການພັດທະນາເສດຖະກິດ-ສັງຄົມ ກໍຄືຂະແໜງ ຍທຂ ໂດຍສະເພາະການສ້າງບຸກຄະລາກອນ, ການປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ, ການກໍ່ສ້າງຂົວ, ການປັບປຸງອາຄານສະໜາມບິນວັດໄຕ, ການຂະຫຍາຍລະບົບນໍ້າປະປາ, ການວາງແຜນຜັງເມືອງ ແລະ ການຂົນສົ່ງສາທາລະນະ ແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນໍາພາຂອງ ທ່ານ ໂຄອິຊຶມິ ຊຶໂຕະມຸ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນຈະສືບຕໍ່ປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການພັດທະນາພື້ນຖານໂຄງລ່າງຂອງຂະແໜງ ຍທຂ. ນອກຈາກນັ້ນ, ໃນປີ 2022 ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນທຶນຊ່ວຍເຫຼືອອຸປະກອນກົນຈັກສ້ອມແປງທາງ ໂດຍສະເພາະສ້ອມແປງທາງຫຼວງແຫ່ງຊາດເລກ 8, ເລກ 9 ແລະ ອື່ນໆໃນມູນຄ່າ 800 ລ້ານເຢນ ແລະ ໃນປີ 2024 ໄດ້ສືບຕໍ່ສະໜັບສະໜູນທຶນຊ່ວຍເຫຼືອອຸປະກອນກົນຈັກສ້ອມແປງທາງໄລຍະ 2 ໃນມູນຄ່າ 1.500 ລ້ານເຢນ ແລະ ຍັງຊ່ວຍອຸປະກອນສໍາລັບວຽກງານການບິນພົນລະເຮືອນຈໍານວນ 1.000 ລ້ານເຢນ ແລະ ລົດເມຈໍານວນຫຼວງຫຼາຍໃນແຕ່ລະໄລຍະ. ສໍາລັບປີ 2025 ເປັນປີຄົບຮອບ 70 ປີແຫ່ງສາຍພົວພັນລາວ-ຍີ່ປຸ່ນ ທັງສອງປະເທດພ້ອມສະເຫຼີມສະຫຼອງ ເພື່ອເປັນການສົ່ງເສີມສາຍພົວພັນມິດຕະພາບ ແລະ ເພີ່ມທະວີການຮ່ວມມືລາວ-ຍີ່ປຸ່ນໃຫ້ນັບມື້ໄດ້ຮັບການພັດທະນາ ແລະ ມີໝາກຜົນຍິ່ງໆຂຶ້ນໄປ.

       ການຢ້ຽມຂໍ່ານັບໃນຄັ້ງນີ້, ທ່ານ ໂຄອິຊຶມິ ຊິໂຕະມຸ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານ ງາມປະສົງ ເມືອງມະນີ ແລະ ມີຄວາມປິຕິຍິນດີທີ່ຖືກມອບໝາຍໃຫ້ຈັດຕັ້ງປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ. ພ້ອມດຽວກັນນີ້, ຈະໄດ້ສືບຕໍ່ໃນການສະໜັບສະໜູນ-ຮ່ວມມືກັບກະຊວງ ຍທຂ ທາງດ້ານການພັດທະນາໂຄງລ່າງພື້ນຖານ, ການພັດທະນາທາງດ້ານບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງ ຍທຂ ໃຫ້ນັບມື້ນັບມີການພັດທະນາຂຶ້ນເລື້ອຍໆ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250