Ministry News

ພິທີເຊັນສັນຍາ ວຽກການປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ NR2W (ສັນຍາເລກທີ CW-001, RFB No. OPBRC-NR-ICB-2W-PK01-2023) ພາຍໃຕ້ໂຄງການຊີແລັກ SEARECC

2024-08-01 - Sayphone

ໃນຕອນແລງຂອງວັນທີ 31 ກໍລະກົດ 2024ທີ່ ໂຮງແຮມ ຄຣາວ ພຣາຊາ (Crown Plaza Hotel), ໄດ້ຈັດພິທີເຊັນສັນຍາ ວຽກການປັບປຸງ ແລະ ກໍ່ສ້າງເສັ້ນທາງຫຼວງແຫ່ງຊາດ NR2W, ໂດຍການເຂົ້າຮ່ວມຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ; ທ່ານ ວັນທອງ ບຸດຕະນະວົງ ຫົວກົມຂົວທາງທ່ານ ສະເຫຼືມສັກ ໄຊຍະມຸງຄຸນ ຫົວໜ້າຫ້ອງການກະຊວງ; ທ່ານ ຄຳແສງ ອາລີ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ; ທ່ານ Qui Cifeng ຕາງໜ້າ ບໍລິສັດ China Jiangxi International Economic and Technical Cooperation Co., LTD; ບັນດາທານຮອງຫົວໜ້າກົມ, ຫົວໜ້າພະແນກພາຍໃນກົມ, ຫົວໜ້າພະແນກ ຍທຂ ແຂວງ; ບັນດາທ່ານຄະນະກໍາມະການການປະມູນ, ທ່ານຫົວໜ້າ ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານຫົວໜ້າໂຄງການ ກໍ່ສ້າງທາງເລກ NR2W ພາຍໃຕ້ ໂຄງການ ພັດທະນາຕາມແລວທາງເສດຖະກິດອາຊີ ຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ (SEARECC) ໄດ້ລາຍງານຄວາມເປັນມາຂອງໂຄງການ ກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ NR2W ເປັນໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມຈອດ-ເຊື່ອມໂຍງ(SEARECC), ເປັນໂຄງການທີ່ຈັດຕັ້ງແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ, ໂດຍມີ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ກະຊວງ ຍທຂ) ເປັນເຈົ້າການນໍາພາການຈັດຕັ້ງປະຕິບັດໂຄງການ ຊຶ່ງມີພາລະບົດບາດ ພັດທະນາການເຊື່ອມຈອດ-ເຊື່ອມໂຍງ ການຄົມມະນາຄົມ ເປັນຕົ້ນແມ່ນ ການຂົນສົ່ງທາງບົກ, ການບໍລິການໂລຊິດສະຕິກ, ທ່າບົກ ແລະ ບັນດາສູນກະຈາຍ ແລະ ເຕົ້າໂຮມສິນຄ້າ.

         ເປົ້າໝາຍຂອງການພັດທະນາໂຄງການ ແມ່ນ ເພື່ອປັບປຸງການເຊື່ອມຈອດ-ເຊື່ອມໂຍງ ດ້ານການຄ້າ ແລະ ການຂົນສົ່ງ ໃຫ້ມີຄວາມທົນທານຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຕາມແລວທາງເສດຖະກິດ ຢູ່ໃນພາກພື້ນຕາເວັນອອກ-ຕາເວັນຕົກ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເພື່ອສະໜອງ ວິທີການຮອງຮັບໃຫ້ທັນການ ແລະ ມີປະສິດທິພາບ ໃນກໍລະນີທີ່ເກີດມີວິກິດການ ຫຼື ສະຖານະການສຸກເສີນທີ່ເກີດຂຶ້ນ.  ໃນນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດຫຼັກ ແມ່ນບັນດາຜູ້ຊົມໃຊ້ເສັ້ນທາງ, ດ່ານຂ້າມຊາຍແດນ, ສິ່ງອຳນວຍຄວາມສະດວກທາງດ້ານໂລຊິດສະຕິກ ແລະ ສິ່ງອຳນວຍຄວາມສະດວກທາງດ້ານສຸຂານາໄມພືດ (SPS). ໂຄງການນີ້ຈະສ້າງປະໂຫຍດໃຫ້ແກ່ປະເທດ ພ້ອມທັງສ້າງຜົນປະໂຫຍດໃຫ້ແກ່ ບັນດາຂະແໜງການປິ່ນອ້ອມຕ່າງໆ ແລະ ພາກພື້ນ. ໂດຍເຫັນວ່າຈະມີຜູ້ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການດັ່ງກ່າວ 1 ລ້ານຄົນ ທີ່ມາຈາກ 05 ແຂວງ ຄື: ອຸດົມໄຊ, ຫຼວງນໍ້າທາ, ຜົ້ງສາລີ, ຫຼວງພະບາງ ແລະ ໄຊຍະບູລີ ຂອງ ສປປ ລາວ. ນອກຈາກນີ້, ໂຄງການດັ່ງກ່າວ ຈະນຳຜົນປະໂຫຍດມາໃຫ້ແກ່ ປະຊາຊົນທົ່ວໄປ ກໍ່ຄື ຜູ້ທີ່ໄດ້ຮັບຜົນປະໂຫຍດໂດຍກົງ ລວມມີ ເຈົ້າຂອງຫົວໜ່ວຍທຸລະກິດຕ່າງໆ, ພໍ່ຄ້າຊາວຂາຍສິນຄ້າກະສິກໍາ, ປະຊາຊົນທີ່ປູກຝັງລ້ຽງສັດ, ຊຸມຊົນທ້ອງຖິ່ນ, ການທ່ອງທ່ຽວ ແລະ ທຸລະກິດອື່ນໆ ແລະ ບັນດາແຂວງ ຂອງ ສສ. ຫວຽດນາມ ແລະ ໄທ ທີ່ມີທີ່ຕັ້ງຕິດກັບ ຊາຍແດນ ຂອງ ສປປ ລາວ.

       ສັນຍາການກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດ NR2W ຊ່ວງທີ1 (ສັນຍາເລກທີ CW-001 ນີ້ ນໍາໃຊ້ມາດຕະຖານເຕັກນິກການອອກແບບ: ຕາມມາດຕະຖານທາງອາຊຽນຊັ້ນ III, ໜ້າທາງປູອັດສະຟານ ໜາ 8 ຊັງຕີແມັດ, ໜ້າທາງກວ້າງ 7-9 ແມັດ (ຂຶ້ນກັບແຕ່ລະຕອນທາງມີສິ່ງກີດຂວາງຕາມສອງຂ້າງທາງວ່າສາມາດຂະຫຍາຍໄດ້ປານໃດ), ປະກອບມີຂົວຈໍານວນ 07 ແຫ່ງ ແລະ ຈຸດຈອດລົດເມ 06 ແຫ່ງ; ໂຄງການດັ່ງກ່າວ ມີມູນຄ່າສັນຍາທັງໝົດ 30,047,438.98 ໂດລາ; ຊຶ່ງລວມມີ ວຽກປັບປຸງ ແລະ ກໍ່ສ້າງ       25,168,684.98 ໂດລາ; ວຽກບູລະນະສ້ອມແປງ       4,497,984.00 ໂດລາ; ແລະ ວຽກສຸກເສີນ      380,770.00 ໂດລາ.  ໂຄງການນີ້ໄດ້ນໍາໃຊ້ຮູບສັນຍາ ແບບມອບເໝົາ ອີງໃສ່ຜົນການຈັດຕັ້ງປະຕິບັດ Output and Performance-Based Road Contracts (OPBRC), ໝາຍຄວາມວ່າ ຜູ້ຮັບເໝົາເປັນຜູ້ດຳເນີນການກໍ່ສ້າງ ພາຍໃນ 3 ປີ ໃຫ້ສຳເລັດແລ້ວສືບຕໍ່ບູລະນະຮັກສາໄປອີກຕື່ມ 7 ປີ ລວມໄລຍະສັນຍາ 10 ປີ, ພາຍຫຼັງສີ້ນສຸດສັນຍາ ຈຶ່ງມອບຄືນໃຫ້ແກ່ເຈົ້າຂອງໂຄງການ. 









About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250