Ministry News

ພິທີເປີດຖ້ຽວລົດໄຟຂົນສົ່ງໂດຍສານສາກົນນະຄອນຫຼວງວຽງຈັນ (ສະຖານີວຽງຈັນ (ຄໍາສະຫວາດ)) ຫາ ບາງກອກ (ສະຖານີກຸງເທບອະພິວັດ) ຢ່າງເປັນທາງການ

2024-07-20 - Sayphone


ໃນຕອນເຊົ້າຂອງວັນທີ 20 ກໍລະກົດ 2024 ຄະນະຜູ້ແທນທັງສອງຝ່າຍນໍາພາໂດຍ ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງ ຍທຂ ແຫ່ງ ສປປລາວ ແລະ ທ່ານ ສຸລະພົງ ປີຍະໂຊດ ຮອງລັດຖະມົນຕີ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ໄດ້ເຂົ້າຮ່ວມພິທີເປີດຖ້ຽວລົດໄຟຂົນສົ່ງໂດຍສານສາກົນນະຄອນຫຼວງວຽງຈັນ (ສະຖານີວຽງຈັນ (ຄໍາສະຫວາດ)) ຫາ ບາງກອກ (ສະຖານີກຸງເທບອະພິວັດ) ຢ່າງເປັນທາງການ ຢູ່ ສະຖານີວຽງຈັນ(ຄໍາສະຫວາດ); ໃນພິທີດັ່ງກ່າວ ທ່ານ ຫີນເພັດ ຫຼ້າຄອນວົງ ໄດ້ລາຍງານຄວາມເປັນມາ ແລະ ຄວາມສໍາຄັນໃນການເປີດບໍລິການລົດໄຟໂດຍສານແຕ່ນະຄອນຫຼວງວຽງຈັນ-ບາງກອກ ໂດຍໃຫ້ຮູ້ວ່າ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ໄທ ທ່ານາແລ້ງ-ຄໍາສະຫວາດ ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບປະມານໃຫ້ແກ່ ສປປ ລາວຈາກລັດຖະບານໄທ ໂດຍຜ່ານອົງການ NEDA, ຊຶ່ງນອນໃນແຜນຍຸດທະສາດການພັດທະນາເສັ້ນທາງລົດໄຟ ເຊື່ອມຕໍ່ລາວ-ໄທ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ. ເປັນການຊ່ວຍເຫຼືອທີ່ມີຄວາມໝາຍຄວາມສຳຄັນໃນການພັດທະນາໂຄງລ່າງພື້ນຖານ ຂອງ ສປປ ລາວ, ໂຄງການນີ້ແມ່ນໃຊ້ງົບປະມານທັງໝົດ 1,650,000,000 ບາດ, ໃນນີ້ເປັນເງິນກູ້ 70 % ແລະ ຊວ່ຍເຫຼືອລ້າ 30 %. ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ໄທໄລຍະ 2 ປະກອບມີການກໍ່ສ້າງສະຖານີວຽງຈັນ (ຄຳສະຫວາດ), ສະຖານີສິນຄ້າ ທ່ານາແລ້ງແລະການກໍ່ສ້າງທາງລົດໄຟແຕ່ສະຖານີທ່ານາແລ້ງ-ສະຖານີວຽງຈັນ (ຄຳສະຫວາດ), ລວງຍາວ 7,5 ກມແລະໄດ້ສໍາເລັດ ພ້ອມທັງໄດ້ເຮັດພິທີມອບຮັບຢາງເປັນທາງການໃນວັນທີ 30 ຕຸລາ 2023,ຊຶ່ງມີ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະ ທ່ານນາຍົກລັດຖະມົນຕີ ເສດຖາ ທະວິສິນ ແຫ່ງຣາຊະອານາຈັກໄທໃຫ້ກຽດມາເປັນປະທານເປີດພິທີດັ່ງກ່າວ. ພິທີເປີດແລ່ນລົດໄຟຂົນສົ່ງຜູ້ໂດຍສານ ລາວ-ໄທ ແຕ່ ນະຄອນຫຼວງວຽງຈັນ (ຄໍາສະຫວາດ) ຫາ ບາງກອກ (ສະຖານີ ກຸງເທບອະພິວັດ) ນີ້ແມ່ນໜຶ່ງໃນບັນດາໂຄງການຮວ່ມມືຂອງສອງລັດຖະບານ ລາວ ແລະ ໄທ ໃນການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ການສັນຈອນ ໄປ-ມາ ຫາສູ່ກັນຂອງປະຊາຊົນສອງຊາດ ລາວ-ໄທ ແລະ ການຂົນສົ່ງລະຫວ່າງປະເທດ ເພື່ອສົ່ງເສີມດ້ານການຄ້າ-ການລົງທຶນ ແລະ ທ່ອງທ່ຽວ ກໍ່ຄືການນໍາໃຊ້ທີ່ຕັ້ງຍຸດທະສາດອັນສໍາຄັນຂອງສອງປະເທດຢູ່ອະນຸພາກພື້ນລຸ່ມແມ່ນໍ້າຂອງ ແລະ ອາຊີຕາເວັນອອກ-ສ່ຽງໃຕ້ ໃນການເຊື່ອມໂຍງ-ເຊື່ອມຈອດພື້ນຖານໂຄງລ່າງຕາມແລວເສດຖິກິດຕາເວັນອອກ-ຕາເວັນຕົກ,ເໜືອ-ໃຕ້ຊຶ່ງຈະເປັນການອໍານວຍຄວາມສະດວກ ແລະ ສະໜັບສະໜູນ ການພັດທະນາການເຊື່ອມໂຍງການຂົນສົ່ງໃຫ້ໂລ່ງລ່ຽນ ລະຫວ່າງ ສອງປະເທດ ລາວ-ໄທ ກັບບັນດາປະເທດອະນຸພາກພື້ນ ໃຫ້ເກີດຜົນປະໂຫຍດສູງສຸດຮ່ວມກັນ.

ຈາກນັ້ນ, ທ່ານ ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງ ຍທຂ ແຫ່ງ ສປປລາວ ແລະ ທ່ານ ສຸລະພົງ ປີຍະໂຊດ ຮອງລັດຖະມົນຕີ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ກໍ່ໄດ້ຮ່ວມກັນຕັດລິບບິນ ເພື່ອເປີດການແລ່ນລົດໄຟຂົນສົ່ງຜູ້ໂດຍສານ ລາວ-ໄທ ແຕ່ ນະຄອນຫຼວງວຽງຈັນ (ຄໍາສະຫວາດ) ຫາ ບາງກອກ (ສະຖານີ ກຸງເທບອະພິວັດ) ຢ່າງເປັນທາງການ ແລະ ຮ່ວມກັບຄະນະຜູ້ແທນທັງສອງຝ່າຍ ຮັບຕ້ອນຜູ້ໂດຍສານຖ້ຽວປະຖົມມະເລິກໃນຄັ້ງນີ້ດ້ວຍ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250