Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່

2024-07-22 - Viengkhone



        ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2024, ທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ງາມປະສົງ ເມືອງມະນີ (H.E. Mr.  Ngampasong Muongmany),​ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ຟັ່ງ ຫົງ (H.E. Mrs. FANG Hong) ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນໂອກາດທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດຄົນໃໝ່.

ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ຟັ່ງ ຫົງ ທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ຄົນໃໝ່, ເຊິ່ງສະແດງໃຫ້ເຫັນໄດ້ເຖິງຄວາມໄວ້ເນື້ອເຊື່ອໃຈຈາກ ພັກ, ລັດຖະບານ ແລະ ປະຊາຊົນຈີນ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. 

ທ່ານລັດຖະມົນຕີ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ທີ່ມີມູນເຊື້ອອັນດີງາມລະຫວ່າງ ສອງພັກ, ສອງລັດ, ປະຊາຊົນສອງຊາດ ລາວ-ຈີນ. ໂດຍສະເພາະ ການຮ່ວມມືທາງດ້ານຄົມມະນາ ຄົມ ຂົນສົ່ງ. ພາຍຫຼັງການເປີດນຳໃຊ້ ເສັ້ນທາງລົດໄຟ ລາວ-ຈີນ  ແມ່ນເຮັດໃຫ້ລະບົບການຂົນສົ່ງ ຂອງ ສປປ ລາວ ຍົກລະດັບຂື້ນໄປອີກບາດກ້າວໜຶ່ງເຮັດໃຫ້ ສປປ ລາວ ເປັນປະຕູດ້ານໜ້າ ທີ່ເຊື່ອມຈອດ ລະຫວ່າງເສດຖະກິດອາຊຽນ ແລະ ເສດຖະກິດທີ່ໃຫຍ່ ຂອງ ສປ ຈີນ, ທັງເປັນປະໂຫຍດອັນສູງສຸດ ໃຫ້ແກ່ປະຊາຊົນ 2 ປະເທດ, ເຮັດໃຫ້ຄ່າໃຊ້ຈ່າຍໃນການເດີນທາງຂອງຜູ້ໂດຍ ແລະ ຂົນສົ່ງສິນຄ້າ ຫຼຸດລົງ ມີຄວາມສະດວກສະບາຍຫຼາຍຂື້ນ ປະລິມານຂົນສົ່ງສິນຄ້າ ແລະ ໂດຍສານ ເພີ້ມຂື້ນແຕ່ລະປີ. ການເຊື່ອມຈອດ ແຕ່ລະຮູບແບບຂອງການຂົນສົ່ງ ແມ່ນຈະຫັນເຂົ້າສູ່ການຂົນສົ່ງຫຼາຍຮູບແບບໃນຕໍ່ໜ້າ. ການກໍ່ສ້າງທາງດ່ວນ ວຽງຈັນ-ບໍເຕັນ ແມ່ນໄດ້ສຳເລັດຊ່ວງທີ 1 ແລະ ເປີດນຳໃຊ້ໃນທ້າຍປີ 2020. ໂດຍການສຶກສາ ຄວາມເປັນໄປໄດ້ຊ່ວງທີ 4 (ອຸດົມໄຊ-ບໍເຕັນ) ຍາວປະມານ 83 ກມ ແມ່ນຖືກຮັບຮອງແລ້ວ ແລະ ພະຍາຍາມຊຸກຍູ້ໃຫ້ຜູ້ພັດທະນາ ໄດ້ປະຕິບັດໃຫ້ໄວ. ພ້ອມດຽວກັນນີ້, ກໍ່ຊຸກຍູ້ໃຫ້ມີການອຳນວຍຄວາມສະດວກ ທາງດ້ານການຂົນສົ່ງທາງບົກ, ທາງນຳ້, ທາງອາກາດ ແລະ ທາງລາງ ຂອງສອງປະເທດໃຫ້ມີຄວາມສະດວກຂຶ້້ນຫຼາຍກວ່າເກົ່າ ເພື່ອສົ່ງເສີມການລົງທຶນ, ການຄ້າ, ການທ່ອງທ່ຽວຂອງ 2 ປະເທດໃຫ້ຫຼາຍຂື້້ນ.

            ໃນການຢ້ຽມຢາມຄັ້ງນີ້, ທ່ານ ນາງ ຟັ່ງ ຫົງ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ທີ່ໄດ້ຊຸກຍູ້ ແລະ ສະໜັບສະໜູນແກ້ໄຂຫຼາຍຢ່າງ ທີ່ອຳນວຍຄວາມສະດວກ ໃຫ້ແກ່ການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນ ຕົ້ນ ການພະຍາຍາມແກ້ໄຂບັນຫາທີ່ພົວພັນກັບ ການນຳໃຊ້ ເສັ້ນທາງລົດໄຟລາວ-ຈີນ, ການຈັດສັນໃຫ້ພະນັກງານພາສີໄປປະຈຳການ ຢູ່ສະຖານີວຽງຈັນໃຕ້, ການຈັດສັນພື້ນທີ່ພັດທະນາປິ່ນອ້ອມ. ພ້ອມດຽວກັນນັ້ນ, ທ່ານເອກອັກຄະລັດຖະທູດ ໃຫ້ຄວາມໝາຍໝັ້ນວ່າຈະເຮັດວຽກຮ່ວມກັບ ລັດຖະບານ ສປປ ລາວ ກໍ່ຄືກັບກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການພັດທະນາໂຄງລ່າງພື້ນ ຖານຢ່າງໃກ້ຊິດ ໃນທຸກຂະແໜງການ ໂຍທາທິການ ແລະ ຂົນສົ່ງ.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250