Ministry News

ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປ ລາວ

2024-07-15 - Sayphone


ໃນຕອນເຊົ້າວັນທີ 12 ກໍລະກົດ 2024 ເວລາ 09:00 ໂມງ, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong MUONGMANY) ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ອັນເນັດ ຄະໂນບຼັອກ (H.E. Ms. Annette KNOBLOCH) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສະຫະພັນເຢຍລະມັນ ປະຈໍາ ສປປ ລາວທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດນີ້ທ່ານ ງາມປະສົງ ເມືອງມະນີ  ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຕະຫຼອດໄລຍະເວລາດຳລົງຕຳແໜ່ງ ຢູ່ ສປປ ລາວ ໃນໄລຍະຜ່ານມາໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ ລະ ຫວ່າງ ສປປ ລາວ ແລະ ເຢຍລະມັນ ໂດຍສະເພາະແມ່ນການຮ່ວມມື ໃນຂະແໜງ ໂຍທາທິການ ແລະ ຂົນສົ່ງ. ເຊິ່ງລັດຖະບານເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອ ໂຄງການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະ ບົດ ໂດຍຜ່ານທະນາຄານເພື່ອການພັດທະນາຂອງເຢຍລະມັນ (KfW) ເປັນຕົ້ນ ການຟື້ນຟູທາງຫຼວງແຫ່ງຊາດເລກ 6 ຢູ່ແຂວງພາກເໜືອຂອງລາວ; ກໍ່ສ້າງ ແລະ ສ້ອມແປງທາງຫຼວງຊົນນະບົດ ຢູ່ບັນດາຕົວເມືອງຂອງແຂວງໃນແຕ່ລະໄລຍະ ຄື: ແຂວງຊຽງຂວາງ, ແຂວງຫົວພັນ, ແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງບໍ່ແກ້ວ, ແຂວງໄຊຍະບູລີ, ແຂວງອັດຕະປື, ແຂວງສາລະວັນ, ແຂວງຄຳມ່ວນ ແລະ ແຂວງສະຫວັນນະເຂດ ໂດຍຜ່ານໂຄງການພັດທະນາຊົນນະບົດ (Rural Development Programme- RDP) ຊຶ່ງໃນປັດຈຸບັນ ກຳລັງຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດ ໄລຍະທີ 3 (RDP3) ແລະ ໄລຍະທີ 4 (RDP4 ) ລວມມູນຄ່າ 24 ລ້ານເອີໂຣ ຢູ່ແຂວງຫົວພັນ ແລະ ແຂວງຜົ້ງສາລີ ຊຶ່ງມີການກໍ່ສ້າງ ແລະ ສ້ອມ ແປງເສັ້ນທາງ, ຫ້ອງການ, ສ້າງຂີດຄວາມອາດສາມາດໃຫ້ພະນັກງານ ໂຍທາທິການ ແລະ ຂົນສົ່ງ. ພ້ອມດຽວກັນ, ກໍ່ສະເໜີໃຫ້ລັດຖະບານເຢຍລະມັນ ພິຈາລະນາໂຄງການພັດທະນາຊົນນະບົດ ໄລຍະທີ 5 (RDP 5).

ໃນໂອກາດດຽວກັນນີ້ທ່ານ ນາງ ອັນເນັດ ຄະໂນບຼັອກ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈຕໍ່ລັດ ຖະບານ ສປປ ລາວ ກໍ່ຄືພາກສ່ວນກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ. ພ້ອມດຽວກັນນັ້ນ, ລັດຖະບານເຢຍລະມັນ ຈະໄດ້ສຶບຕໍ່ສະໜັບສະໜູນການຮ່ວມມືກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນຫຼາຍຂະແໜງການ ເປັນຕົ້ນ ທາງດ້ານໂຄງລ່າງພື້ນຖານເຂດຊົນນະບົດ ແລະ ວຽກງານອື່ນໆ ໃນຂະ  ແໜງ ໂຍທາທິການ ແລະ ຂົນສົ່ງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250