Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ

2024-07-09 - Viengkhone


ໃນວັນທີ 08 ກໍລະກົດ 2024 ເວລາ 14:00 ໂມງທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ເຮເທີຣ ໂຣຊ ວາເຣຍວາ (H.E. Ms. Heather Roach Variavaເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ຄົນໃໝ່ ປະຈຳ ສປປ ລາວ.

ໃນໂອກາດນີ້ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນ ສົ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຕໍ່ ທ່ານ ນາງ ເຮເທີຣ ໂຣຊ ວາເຣຍວາ ທີ່ໄດ້ຖືກແຕ່ງຕັ້ງ ດຳລົງຕໍາແໜ່ງທີ່ສຳຄັນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ໂດຍສະເພາະວຽກງານຄົມມະ ນາຄົມຂົນສົ່ງ ໃນໄລຍະຜ່ານມາ. ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ທ່ານທູດອາເມລິກາ ປະຈຳ ສປປ ລາວ ສຶບຕໍ່ຮ່ວມມື ແລະ ການສະໜັບສະໜູນແກ່ວຽກງານຂອງ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ໂດຍການເຂົ້າຮ່ວມຝຶກອົບຮົມ, ແລກປ່ຽນຄວາມຮູ້ບົດຮຽນທີ່ດີຂອງ ສະຫະລັດອາເມລິກາ.

ໃນໄລຍະຜ່ານມາ ພະນັກງານຂອງ ຂະແໜງ ຍທຂ  ກໍ່ໄດ້ເຂົ້າຮ່ວມຝຶກອົບຮົມ ແລກປ່ຽນບົດຮຽນ ແລະ ທັດສະນະສຶກສາ ຢູສະຫະລັດອາເມລິກາ ໃນຂົງເຂດຄົມມະນາຄົມ ຂົນສົ່ງ ເປັນຕົ້ນ ການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ ກ່ຽວກັບການຈັດຊື້-ຈັດຈ້າງ, ການສະໜັບສະໜູນທາງດ້ານການເງິນ ໃນການພັດທະນາໂຄງລ່າງພື້ນຖານ, ການດຶງດູດການລົງທຶນ ໃນການພັດ ທະນາໂຄງລ່າງພື້ນຖານ, ການພັດທະນາທ່າເຮືອ ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ທ່ານ ນາງ ເຮເທີຣ ໂຣຊ ວາເຣຍວາ ກໍ່ໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືໃນຕໍ່ໜ້າທາງດ້ານວິຊາການ ໂດຍສະເພາະການຈັດຝຶກອົບຮົມ ກ່ຽວກັບໂຄງສ້າງພື້ນຖານທີ່ຍືນຍົງ ແລະ ທົນທານ, ການລົງທຶນດ້ານໂຄງລ່າງພື້ນຖານ ແລະ ການດຶງດູດການລົງທຶນ. ຈາກນັ້ນ, ທ່ານ ນາງ ເຮເທີຣ ໂຣຊ ວາເຣຍວາ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ຈະສຶບຕໍ່ໃນການສະໜັບສະໜູນ ໃຫ້ການຮ່ວມມືກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນການພັດທະນາຂິີດຄວາມອາດສາມາດໃຫ້ແກ່ບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນ ສົ່ງ ທາງດ້ານວິຊາການໃຫ້ນັບມື້ນັບມີການພັດທະນາຂຶ້ນ ຢ່າງຕໍ່ເນື່ອງ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250