Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ Bakhodir Burkhanov, ຜູ້ປະສານງານອົງການສະຫະປະຊາຊາດ (UNRC) ປະຈໍາ ສປປ ລາວ

2024-07-03 - Sayphone




ໃນວັນທີ 2 ກໍລະກົດ 2024, ທີ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ບາໂກດຽກ ບູການັອຟ (Mr. Bakhodir Burkhanov) ຜູ້ປະສານງານອົງການສະຫະປະຊາຊາດ (United Nations Resident Coordinator ຫຼື UNRC) ປະຈໍາ ສປປ ລາວ ຄົນໃໝ່. 

ໃນໂອກາດນີ້, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong Muongmany), ລັດຖະ ມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຊົມເຊີຍຢ່າງຈິງໃຈຕໍ່ ທ່ານ ບາໂກດຽກ ບູການັອຟ ສຳລັບການຖືກແຕ່ງຕັ້ງດຳລົງຕໍາແໜ່ງທີ່ສຳຄັນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືຊ່ວຍເຫຼືອຂອງ ອົງການ ສປຊ ໃຫ້ແກ່ ສປປ ລາວ ເວົ້າລວມ ແລະ ເວົ້າສະເພາະ ຂະແໜງການ ໂຍທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາ. ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຍັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງຜູ້ປະສານງານຄົນໃໝ່ ທີມງານອົງການເຄືອຂ່າຍ ສປຊ ຈະເພີ່ມທະວີການຮ່ວມມື ແລະ ການສະໜັບສະໜູນແກ່ ໃນວຽກງານການພັດທະນາໂຄງລ່າງພື້ນຖານ ຂອງຂະແໜງ ໂຍທາທິການ ແລະ ຂົນສົ່ງ ໂດຍການຈັດຕັ້ງປະຕິບັດ ຜ່ານບັນດາກິດຈະກໍາ ແລະ ໂຄງການຕ່າງໆ.

ທ່ານລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈ ຕໍ່ ອົງການ ສປຊ ປະຈໍາ ສປປ ລາວ ທີ່ຍາມໃດກໍ່ໄດ້ໃຫ້ການຊ່ວຍເຫຼືອ ໂດຍຜ່ານບັນດາຫ້ອງການ UN-Habitat, UNECE, USOPS, UNESCAP ເປັນຕົ້ນ: ການເພີ່ມທະວີການຮັບມືກັບສະພາບດິນຟ້າອາກາດ ແລະ ໄພພິບັດຂອງເຂດຊົນນະບົດ ແລະ ຕົວເມືອງທີ່ມີຄວາມສ່ຽງຫຼາຍທີ່ສຸດໃນ ສປປ ລາວ; ເສີມຂະຫຍາຍຄວາມສາມາດໃນການປັບຕົວຢູ່ບັນດາແຂວງຂອງ ສປປ ລາວ ແລະ ການສ້າງທີ່ຢູ່ອາໄສທີ່ປອດໄພ ແລະ ເຂົ້າເຖິງການບໍລິການຕ່າງໆ ໄດ້ໃຫ້ກັບຊຸມຊົນທີ່ມີຄວາມສ່ຽງ. ນອກຈາກນັ້ນ, ແມ່ນການປັບປຸງລະບົບການອອກໃບຂັບຂີ່ ໃນ ສປປ ລາວ ໂດຍທຶນຂອງກອງທຶນຄວາມປອດໄພທາງຫຼວງ ຂອງອົງການ ສປຊ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂຮງຮຽນສອນຂັບລົດ ແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນທີ່ກ່ຽວຂ້ອງກັບການອອກອະນຸຍາດໃບຂັບຂີ່; ການສະໜອງນຳ້ໃນຊຸມຊົນ ແລະ ການສ້າງລະບົບນຳ້ປະປາໃນຕົວເມືອງ; ການສະໜັບສະໜູນ ສໍາລັບ ການພັດທະນາຍຸດທະສາດຕົວເມືອງອັດສະລິຍະແຫ່ງຊາດ ຂອງ ສປປ ລາວ.

ໃນການຢ້ຽມຢາມຄັ້ງນີ້, ທ່ານ ບາໂກດຽກ ບູການັອຟ ກໍໍ່ໄດ້ປຶກສາຫາລື ກ່ຽວກັບການໃຫ້ຄວາມຮູ້ແກ່ນັກຂັບຂີ່ລົດຈັກໄຟຟ້າ, ວຽກງານຄວາມປອດໄຟ ໂຄງການປັບປຸງການສອບເສັງໃບຂັບຂີ່ ຢູ່ແຂວງສະຫວັນນະເຂດ ແລະ ແຜນໃນການຈະຈັດຕັ້ງປະຕິບັດກ່ຽວກັບ Intelligence Transport System (ITS). ຈາກນັ້ນ, ທ່ານ ບາໂກດຽກ ບູການັອຟ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານລັດຖະມົນຕີ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ມີຄວາມປິຕິຍິນດີທີ່ຖືກມອບໝາຍ ໃຫ້ຈັດຕັ້ງປະຕິບັດໜ້າທີ່ອັນສູງສົ່ງຂອງຕົນຢູ່ ສປປ ລາວ ແລະ ຈະສຶບຕໍ່ໃນການສະໜັບສະໜູນ-ຮ່ວມມືກັບ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທາງດ້ານການພັດທະນາໂຄງລ່າງພື້ນຖານ, ການພັດທະນາທາງດ້ານບຸກຄະລາກອນ ແລະ ການສ້າງຄວາມເຂັ້ມແຂງ ໃຫ້ແກ່ຂະແໜງ ໂຍທາທິການ ແລະ ຂົນສົ່ງ ໃຫ້ນັບມື້ນັບມີການພັດທະນາຂຶ້ນເລື້ອຍໆ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250