Ministry News

ທ່ານ ລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ແມັດທິວ ຟິນເລ (Matthew Findlay), ຫົວໜ້າກົມອາຊີຕາເວັນອອກສຽງໃຕ້, ກະຊວງການຕ່າງປະເທດ ແລະ ການພັດທະນາ ແຫ່ງ ຣາຊະອານາຈັກ ອັງກິດ

2024-05-31 - Viengkhone Vongkhamchan



            ໃນຕອນເຊົ້າຂອງວັນທີ 30 ພຶດສະພາ 2024, ທ່ານ ງາມປະສົງ ເມືອງມະນີ,​ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ແມັດທິວ ຟິນເລ (Matthew Findlay), ຮອງຫົວໜ້າກົມ, ຫົວໜ້າພະແນກພັດທະນາອາຊີຕາເວັນອອກສຽງໃຕ້, ສຳນັກງານການຕ່າງປະເທດ, ເຄືອຈັກກະພົບ ແລະ ການພັດທະນາ (FCDO) ແລະ ທ່ານ ນາງ ແມວ ບາໂລ (Mel Barlow)  ເອກອັກຄະລັດຖະທູດ ສະຫະລາຊະອານາຈັກອັງກິດຄົນໃໝ່ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

ໃນໂອກາດນີ້,​ ທ່ານ ລັດຖະມົນຕີ ງາມປະສົງ ເມືອງມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈ ຕໍ່ ລັດຖະບານອັງກິດ ທີ່ຍາມໃດກໍ່ໄດ້ໃຫ້ການຊ່ວຍເຫຼືອ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນແມ່ນ ການສຶກສາ ລະບົບການປ່ຽນສະລັບໝໍ້ໄຟທີ່ສະຖານີສາກສໍາລັບລົດຈັກ, ເຊິ່ງປັດຈຸບັນສະຖານບັນເຕີບໂຕສີຂຽວ (GGGI) ໄດ້ ສໍາເລັດ ຮ່າງບົດສຶກສາຄວາມເປັນໄປເບື້ອງຕົ້ນແລ້ວ; ການຫັນໃຫ້ເປັນຮູບແບບ ທີ່ມີມົນລະພິດຕ່ຳ (Support low carbon energy transition) ແລະ ການຫັນໃປສູ່ການຂັບເຄື່ອນດ້ວຍລະບົບໄຟຟ້າ (Transition to Electric Mobility) ເຊິ່ງຈະມີການກຳນົດຮູບແບບການຈັດຕັ້ປະຕິບັດໂຄງການ ແລະ ການໃຫ້ບໍລິການ ເຊົ່າລົດຈັກໃນນະຄອນຫຼວງວຽງຈັນ ເພື່ອການຫັນໃຫ້ເປັນຮູບແບບ ທີ່ມີມົນລະພິດຕ່ຳ ໂດຍສະເພາະ ໂຄງການດັ່ງກ່າວ ຈະສາມາດບັນລຸຈຳນວນຜູ້ຊົມໃຊ້ລົດໄຟຟ້າໄດ້ເຖິງ 30% ພາຍໃນປີ 2030 ແລະ ລົດການປ່ອຍກາດຄາບອນ ໃຫ້ເປັນ 0% ໃນປີ 2050; ແລະ ການສ້າງຂີດຄວາມສາມາດໃຫ້ກັບ ຂະແໜງການ ຍທຂ ໃນວຽກການລົງທຶນຮ່ວມ ລະຫວ່າງ ພາກລັດ ແລະ ເອກະຊົນ (PPP) ຢູ່ທັງພາຍໃນ ແລະ ຕ່າງປະເທດ, ໂດຍສະເພາະ ການຈັດຊຸດຝຶກອົບຮົມ ວຽກງານວາງແຜນ, ຈັດລຽງບູລິມະສິດ ແລະ ການສະໜອງທຶນສຳລັບໂຄງການພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ (IPA’s Infrastructure Foundation Masterclass) (IPA’s Infrastructure Foundation Masterclass) ແລະ ການນໍາໃຊ້ 5 ຫລັກການໃນການປະເມີນຄັດເລືອກໂຄງການພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ (IPA’s 5 Case Model Course).

ສຳລັບການຮ່ວມມືໃນຕໍ່ໜ້າ, ທັງສອງຝ່າຍ ຈະສືບຕໍ່ຮ່ວມມື ດ້ານການຂົນສົ່ງຫຼາຍຮູບແບບໃນຕົວເມືອງ, ໂດຍສະເພາະ ການສ້າງໃຫ້ມີການຮ່ວມມື ລະຫວ່າງ ໜ່ວຍງານຄຸ້ມຄອງການຂົນສົ່ງໃນຕົວເມືອງນະຄອນຫລວງວຽງຈັນ (UTMS) ແລະ ໜ່ວຍງານຄົມມະນາຄົມເມືອງລອນດອນ (Transport for London – TFL). ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ເຫັນດີສືບຕໍ່ ໃນການຮ່ວມມື ຖອດຖອນບົດຮຽນລະດັບນະໂນບາຍ ວຽກງານລົງທຶນໃນໂຄງລ່າງພື້ນຖານຄົມມະນາຄົມ ແລະ ສືບຕໍ່ໃຫ້ມີການສ້າງຂີດຄວາມສາມາດໃນວຽກຄຸ້ມຄອງການລົງທຶນ ແລະ ຄຸ້ມຄອງການຂົນສົ່ງໃນຕັວເມືອງ ໃຫ້ກັບ ຂະແໜງ ໂຍທາທິການ ແລະ ຂົນສົ່ງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250